ເມືອງຮົ່ມ ຈັດພິທີປາຖະກະຖາວັນເກີດ ປະທານ ສຸພານຸວົງ,ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນລາວ-ຫວຽດນາມ, ວັນສ້າງຕັັ້ງສາຍພົວພັນການທູດລາວ – ຫວຽດນາມ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຕອນເຊົ້າວັນທີ 15 ກໍລະກົດ 2026 ນີ້ ຄະນະໂຄສະນາອົບຮົມເມືອງ ແລະ ສະຫະພັນແມ່ຍິງ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ, ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນລະຫວ່າງ ລາວ-ຫວຽດນາມ ຄົບຄົບຮອບ 49 ປີ; ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ( 20 ກໍລະກົດ ຄົບຮອບ 71 ປີ ) ຢູ່ທີ່ສະໂມສອນເມືອງ ໂດຍການໃຫ້ກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ໄທວ່າງ ໜາວເນັ້ງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫານຊົນ , ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າຄະນະກອງບັນຊາການ ປກຊ – ປກສ ເມືອງ, ປະທານຄະນະປະທານຕາແສງ, ມີບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງເມືອງ ແລະ ພະນັກງານ – ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດພະນັກງານອາສາສະໝັກ ເຂົ້າຮ່ວມ.
ໃນພິທີທ່ານ ນຸກລໍ່ ເບຼ່ຍຢ້າວ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ປາຖະກະຖາເລົ່າມູນເຊື້ອວັນເຊັນສັນຍາການຮ່ວມມື-ມິດຕະພາບ ລາວ-ຫວຽດນາມ ເພື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ໄດ້ສ້າງຕັ້ງພັກກອມມູນິດ ອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ້ນ້ອງລະຫວ່າງສອງຊາດ ມີຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດ ທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງ ໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ຢ່າງສູງຊົ່ງ ເພື່ອຕ້ານກັບສັດຕູຜູ້ຮຸກຮານ ດັ່ງທີ່ປະທານ ໂຮ່ຈິມິນ ໄດ້ກ່າວໄວ້ວ່າ “ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍ ເຫຼືອ ຕົນເອງ”ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພືື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງໄຫຼ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນສອງປະເທດພວກເຮົາໄດ້ຮັບການຫໍ່ຫຼອມຈາກການຕໍ່ສູ້ແມ່ນປັດໄຈແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນພື້ນຖານອັນໝັັ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດຕາມຈຸດໝາຍທີພັກໄດ້ກໍານົດໄວ້ ສາຍພົວພັນ ແລະ ການຮ່ວມມືລາວ-ຫວຽດນາມ ແມ່ນຄວາມຮຽກຮ້ອງຕ້ອງການ ຢ່າງພາວະວິໄສ ແລະ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດທັງສອງປະເທດ ເຊິື່ງເປັນພື້ນຖານຂອງການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຄວາມດູດດືື່ມເລິກເຊິ່ງ ແໜ້ນແຟ້ນໝັັ້ນຄົງ ແລະ ມີຊີວິດຊີວາທີ່ເຕັມໄປດ້ວຍຄວາມເຫຼື້ອມໃສຫາສາຍພົວພັນໃດໃນໂລກນີ້ປຽບທຽບໄດ້ຍາກ ເຊິ່ງປະທານ ໂຮ່ຈິມິນໄດ້ກັ່ນຕອງພັນລະນາ ສາຍພົວພັນລາວ-ຫວຽດນາມ ໃນບົດກາວີທີ່ມີຊືື່ສຽງຂອງເພິ່ນວ່າ: “ຮັກແພງກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍ່ດຸ່ງໄປ ສອງຊາດລາວ-ຫວຽດນາມ ໄດ້ຝັງຮັກຢູ່ໃນໃຈຮົງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້”, ປະທານ ສຸພານຸວົງ ໄດ້ເວົ້າວ່າ: “ລາວ ແລະ ຫວຽດນາມ ເປັນປະເທດເພື່ອນບ້ານໃກ້ຄຽງ, ເປັນບ້ານພີ່ເມືອງນ້ອງທີໃກ້ຊິດຕິດພັນກັນຮ່ວມສາຍພູຫຼວງອັນດຽວ, ຮ່ວມແມ່ນໍ້າລໍາດຽວປະຊາຊົນສອງຊາດພວກເຮົາໄດ້ຮ່ວມສຸກຮ່ວມທຸກນໍາກັນມາຕັ້ງແຕ່ດົນນານ, ພວກເຮົາໄດ້ຮ່ວມຊາຕາກາອັນດຽວກັນ, ມີສັດຕູຕົວດຽວກັນ, ເຄີຍອ້ມຊູຊ່ວຍເຫຼືອກັນໃນຍາມສ້າງຊາດກ ຄືໃນຍາມກູ້ຊາດ. ມິດຕະພາບຖານພີ່ນ້ອງລະຫວ່າງລາວ-ຫວຽດນາມພວກເຮົາແມ່ນຍິ່ງໃຫຍ່ ແລະ ບໍ່ມີບົດເພງ ແລະ ກາບກອນໃດໆຈະພັນລະນາໃຫ້ຄົບຖວ້ນໄດ້,ມິດຕະພາບອັນນັບມື້ສູງກວ່າຈອມພູ, ຍາວກວ່າລໍາແມ່ນໍ້າ, ກວ້າງກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມກວ່າກິ່ນດອກໄມ້ທີ່ຫອມກວ່າເພິ່ນມິດຕະພາບອັນສູງເດັ່ນນັ້ນປະຊາຊົນທັງສອງຊາດພວກເຮົາໄດ້ເສີມສ້າງຂື້ນດ້ວຍນໍ້າຈິດນໍ້າໃຈຂອງພວກເຮົາ. ສະນັ້ນມັນຈຶ່ງຈະບໍ່ມີສັດຕູມານຮ້າຍໃດໆຈະມາແຕະຕ້ອງມ້າງເພໄດ້; ຈາກນັ້ນທ່ານ ນາງ ເຈ້ຍລໍ່ ປະທານສະຫະພັນແມ່ຍິງເມືອງ ໄດ້ຂຶ້ນປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງແມ່ຍິງລາວ ( 20 ກໍລະກົດ ຄົບຮອບ 71 ປີ ) ເພື່ອຫວນຄືນປະຫັວດມູນເຊື້ອການກຳເນີດ,ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນ ແມ່ຍິງລາວ ບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາພັດທະນາ ປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ ບັນດາເຜົ່າ ໃນໄລຍະ 71 ປີ ຜ່ານມາໃຫ້ບັນດາສະມາຊິກແມ່ຍິງໄດ້ຈົດຈໍາສຶບຕໍ່ຮັກສາມູນເຊື້ອອັນດີງາມນັ້ນຕະຫຼອດໄປ.
ໃນໂອກາດສຸດທ້າຍທ່ານ ໄທວ່າງ ໜາວເນັ້ງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ເລົ່າມູນເຊື້ອປະຫວັດວັນຄ້າຍວັນເກີດ ປະທານ ສຸພານຸວົງຄົບຮອບ 117 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 64 ປີ ໂດຍທ່ານໄດ້ກ່າວວ່າເປັນລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງທ່ານ ປະທານ ສຸພານຸວົງ ຜູ້ນຳທີ່ແສນຮັກຂອງຊາດລາວ ໃນພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ, ກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຮ່ວມກັນຜັນຂະຫຍາຍ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ແລະ ການສ້າງຕັ້ງສາຍ ພົວພັນການທູດລາວ – ຫວຽດນາມ ໃຫ້ສອງຊາດສອງປະຊາຊົນຂອສອງປະເທດລາວ-ຫວຽດນາມ ນັບມື້ເລິກຊຶ່ງຍິ່ງຂຶ້ນເລື້ອຍໆ , ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບມູນເຊື້ອອັນດີງາມ ຂອງປະທານ ສຸພານຸວົງ ແລະ ຍົກສູງສະຕິ, ຕື່ນຕົວເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ລາວ-ຫວຽດນາມ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນຳພັກ ແລະ ລັດຖະບານຮຸ່ນກໍ່ຕັ້ງ, ຍ້ອນມີເພິ່ນໃນມື້ນັ້ນຈຶ່ງມີພວກເຮົາໃນມື້ນີ້ ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການເສີມຂະຫຍາຍສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ, ພ້ອມທັງນໍາເອົາຜົນງານອັນຍິ່ງໃຫ່ຍຂອງສະຫະພັນແມ່ຍິງນັ້ນໄປສຶກສາຄົ້ນຄວ້າເພື່ອໝູນໃຊ້ເຂົ້າໃນການສ້າງສາພັດທະນາແມ່ຍິງຢູ່ໃນເມືອງຮົ່ມ, ສຶບຕໍ່ນໍາເອົາປະຫວັດມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງລາວນັ້ນລົງໄປຜັນຂະຫຍາຍຢູ່ຂັ້ນບ້ານໃຫ້ທົ່ວເຖິງເພື່ອເຮັດໃຫ້ສະມາຊິກແມ່ຍິງບ້ານໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa