
ໃນຕອນເຊົ້າ ວັນທີ 15 ກໍລະກົດ 2026 ນີ້ ເມືອງລ້ອງຊານ ແຂວງໄຊສົມບູນ, ໄດ້ຈັດພິທີໂຄສະນາປາຖະກະຖາວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ຂື້ນຢູ່ທີ່ສະໂມສອນ ເມືອງລ້ອງຊານ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົມມາ ແກ້ວບົວພາ ກໍາມະການພັກແຂວງໄຊສົມບູນ, ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ; ມີ ບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຄະນະ ຫ້ອງການ, ອົງການ, ກົມກອງ, ຕາແສງ, ລັດວິສາຫະກິດ ແລະ ພະນັກງານເຂົ້າຮ່ວມ.

ໃນພິທີທ່ານ ສົມພັນ ສີສົມບຼົ່ງ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງລ້ອງຊານ ໄດ້ເຜີຍແຜ່ເອກະສານວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18/7/1977-18/7/2026) ເພື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ໄດ້ສ້າງຕັ້ງພັກກອມມູນິດ ອິນດູຈີນຂື້ນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ້ນ້ອງລະຫວ່າງສອງຊາດ ມີຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດ ທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງ ໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ຢ່າງສູງຊົ່ງ ເພື່ອຕ້ານກັບສັດຕູຜູ້ຮຸກຮານ ດັ່ງທີ່ປະທານ ໂຮ່ຈິມິນ ໄດ້ກ່າວໄວ້ວ່າ “ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍ ເຫຼືອຕົນເອງ” , ແລະ ທ່ານ ສິງຫາ ເລັ່ງຊົ່ງປາວ ຮອງເລຂາພັກເມືອງລ້ອງຊານ, ປະທານກວດກາພັກ-ລັດເມືອງ ໄດ້ເຜີຍແຜ່ເອກະສານວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5/9/1962-5/9/2026), ຫຼັງຈາກນັ້ນທ່ານ ພົມມາ ແກ້ວບົວພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ ກໍໄດ້ຫວນຄືນວັນເກີດຂອງ ປະທານ ສຸພານຸວົງ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ້ສູ້ຢ່າງກ້າແກ່ນພິລະອາດຫານ, ນັບຖືຫມູ່ຄະນະ, ຮັກແພງເພື່ອນມິດສະຫາຍຢ່າງຈິງໃຈ, ມີນໍ້າໃຈຮັກຊາດທີ່ແທ້ຈິງ ເປັນຜູ້ນໍາທີ່ການເຄົາລົບຮັກຂອງປະຊາຊົນບັນດາເຜົ່າຕ່າງໆ, ພ້ອມກັນນີ້ທ່ານປະທານ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວປິດພິທີ.
ຊື່ງຈຸດປະສົງໃນການໂຄສະນາປາຖະກະຖາ ໃນຄັ້ງນີ້ ກໍ່ເພື່ອໃຫ້ຄະນະພັກ, ສະມາຊິກພັກ-ພະນັກງານ ບັນດາຫ້ອງການ, ກົມກອງ, ອົງການ, ຕາແສງ, ລັດວິສາຫະກິດ ໄດ້ລະນຶກເຖິງຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນຮັກ ຂອງຊາດລາວ ໃນພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ, ກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແລະ ຮ່ວມກັນຜັນຂະຫຍາຍ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ການສ້າງຕັ້ງສາຍ ພົວພັນການທູດລາວ – ຫວຽດນາມ ຄົບຮອບ 64 ປີ ໃຫ້ນັບມື້ເລິກຊຶ່ງຍິ່ງຂຶ້ນ , ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບມູນເຊື້ອອັນດີງາມ ຂອງປະທານ ສຸພານຸວົງ ແລະ ຍົກສູງສະຕິ, ຕື່ນຕົວເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ລາວ-ຫວຽດນາມ ແລະ ຄວາມສາມັກຄີ ລະຫວ່າງປະຊາຊົນບັນດາເຜົ່າພາຍໃນຊາດ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນຳພັກ ແລະ ລັດ; ພ້ອມກັນເພີ່ມທະວີປະກອບສ່ວນເຂົ້າໃນການແກ້ໄຂ້ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບົນພື້ນຖານການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຂຶ້ນເທື່ອລະກ້າວ.