ເມືອງທ່າໂທມ ແຂວງໄຊສົມບູນ ຈັດພິທີປະຖະກະຖາ ວັນເກີດປະທານ ສຸພານຸວົງ, ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນລາວ-ຫວຽດ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 64ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2026 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມເມືອງ, ສະຫະພັນແມ່ຍິງເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງທ່າໂທມ ແຂວງໄຊສົມບູນໄດ້ ຈັດພິທີປະຖະກະຖາ ວັນເກີດທ່ານປະທານ ສຸພານຸວົງຄົບຮອບ 117 ປີ(13/7/1909-13/7/2026), ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນລາວ-ຫວຽດຄົບຮອບ 49 ປີ( 18/7/1977-18/7/2026), ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 64ປີ(5/9/1962-5/9/2026 ) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ( 20/7/1955-20/7/2026) ແລະ ວັນສ້າງຕັ້ງກິລາ – ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ (13/7/1960 – 13/7/2026 ) ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ ໂດຍການໃຫ້ກຽດເຂົ້າຮ່ວມປະຖະກະຖາຂອງທ່ານ ສຸກສະເຫຼີມ ສົມມະນີ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາ ທ່ານຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ,ຫົວໜ້າ-ຮອງຫົວໜ້າ ຫ້ອງການ,ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ປະທານ ຮອງປະທານຄະນະກໍາມະການປົກຄອງຕາແສງ, ມີບັນດາສະມາຊິກສະຫະພັນແມ່ຍິງອ້ອມຂ້າງເມືອງ, ພະນັກງານບໍານານ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາເປີ້ນ ໄຂຄໍາໝັ້ນ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ເລົ່າມູນເຊື້ອປະຫັວດຄວາມເປັນມາ ຂອງວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ ໂດຍທ່ານໄດ້ກ່າວເຖິງຜົນງານ, ຄຸນງາມຄວາມດີ ຂອງທ່ານປະທານ ສຸພານຸວົງ ຜູ້ນໍາທີ່ແສນຮັກຂອງຊາດລາວ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ,ຈາກນັ້ນ ທ່ານສຸພີ ສີລິລັດ ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ຂື້ນປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງແມ່ຍິງລາວ ຄົບຮອບ71 ປີ, ເພື່ອຫວນຄືນປະຫັວດມູນເຊື້ອການກໍາເນີດ, ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືພາລະກິດພັດທະນາແມ່ຍິງລາວບັນດາເຜົ່າໃນໄລຍະ 71 ປີ ຜ່ານມາໃຫ້ບັນດາສະມາຊິກແມ່ຍິງໄດ້ຈົດຈໍາສືບຕໍ່ຮັກສາມູນເຊື້ອອັນດີງາມຕະຫຼອດໄປ, ຕໍ່ມາທ່ານ ໄມ ທໍາມະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກໍ່ໄດ້ຜ່ານປະຫັວດຄວາມເປັນມາ ຂອງວັນກິລາ-ກາຍຍະກຳລາວ ເຊິ່ງກິລາກາຍຍະກໍາລາວກໍ່ແມ່ນພາກສ່ວນໜຶ່ງຂອງວັດທະນະທຳ, ເປັນພະລິດຕະພັນທີ່ມວນມະນຸດສ້າງຂື້ນມາເພື່ອຮັບໃຊ້ເຂົ້າໃນວຽກງານດ້ານຕ່າງໆໃນການດຳລົງຊີວິດ, ເປັນການປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ, ປະກອບສ່ວນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ພັດທະນາເສດຖະກິດສັງຄົມ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃນໄລຍະທີ່ຜ່ານມາຈົນເຖິງປະຈຸບັນ, ນອກນັ້ນ ກິລາຍັງເຮັດໃຫ້ຮ່າງກາຍມີຄວາມແຂງແຮງ, ມີຈິດໃຈເບີກບານມ່ວນຊື່ນ, ສະໝອງໄດ້ຮັັບການພັດທະນາຂະຫຍາຍຕົວ, ມີຄວາມຊໍານິຊໍານານ, ມີປະສົບການ, ມີຄວາມສາມັກຄີ ແລະ ຍັງມີການແຂ່ງຂັນເພື່ອນຳເອົາຜົນງານກຽດສັກສີ, ຫຼຽນລາງວັນຕ່າງໆມາສູ່ກົມກອງ, ທ້ອງຖິ່ນ ແລະ ປະເທດຊາດຂອງຕົນ, ຕໍ່ຈາກນັ້ນ ໄດ້ຮັບຟັງ ທ່ານ ຄໍາເຜີຍ ແສງສະຫວ່າງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ເລົ່າເຖິງມູນເຊື້ອວັນເຊັນສັນຍາການຮ່ວມມື-ມິດຕະພາບລາວ-ຫວຽດນາມ, ນັບແຕ່ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930 ໂດຍແມ່ນປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງຂື້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດມີຄວາມເລິກເຊິ່ງຂື້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄລ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະຢ່າງສູງສົງເພື່ອຕ້ານສັດຕູຜູ້ຮຸກຮານດັ່ງທີ່ ປະທານໂຮ່ຈີມິນໄດ້ກ່າວໄວ້ວ່າ: ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍເຫຼືອຕົນເອງ.
ໃນໂອກາດນີ້້ຍັງໄດ້ຮັບຟັງ ທ່ານສຸກສະເຫຼີມ ສົມມະນີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຊື່ງໃຫ້ຮູ້ວ່າ ສອງຊາດ ສອງປະຊາຊົນ ຂອງສອງປະເທດລາວ-ຫວຽດນາມນັບມື້ເລິກເຊິ່ງຂື້ນເລື້ອຍໆ, ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບມູນເຊື້ອອັນດີງາມຂອງປະທານສຸພານຸວົງ ແລະ ຍົກສູງສະຕິຕື່ນຕົວເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງລາວ-ຫວຽດນາມດ ເສີມຂະຫຍາຍມູນເຊື້ອຮັກຊາດ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນຳພັກ ແລະ ລັດຖະບານຮຸ່ນກໍ່ສ້າງ, ຍ້ອນມີເພິ່ນໃນມື້ນັ້ນຈິ່ງມີເຮົາໃນມື້ນີ້ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການເສີມຂະຫຍາຍສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານລາວຫວຽດນາມ- ນັບມື້ເຂົ້າສູ່ລວງເລິກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa