
ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2026 ນີ້ ສະຫາຍ ທອງວັນ ທໍາມະວົງ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ວຽກງານ ກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍ ບັນດາພະແນກການ, ອົງການ, ກົມກອງ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໄດ້ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຮາກຖານການເມືອງ ຢູ່ ກຸ່ມບ້ານຍາມຈະເລີນ ຂອງຕາແສງແກ້ວມີໄຊ ເມືອງທ່າໂທມ ໂດຍການຕ້ອນຮັບ ຂອງສະຫາຍ ສຸກສະເຫຼີມ ສົມມະນີ, ກຳມະການພັກແຂວງ, ເລຂາພັກເມືອງ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານກອງ 921, ຄະນະພັກຕາແສງແກ້ວມີໄຊ ຕະຫຼອດຮອດຫ້ອງການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ເເລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ກໍໄດ້ຮັບຟັງການລາຍງານໂດຍຫຍໍ້ສະພາບວຽກງານຮອບດ້ານ ຂອງການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນ ປີ 2026 ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026 ຊຶ່ງໃນໄລຍະຜ່ານມາ ໜ່ວຍງານພະນັກງານກໍ່ສ້າງຮາກຖານ, ຄະນະກຳມະການປົກຄອງຕາເເສງໄດ້ສົມທົບກັບຄະນະພັກບ້ານ ແຕ່ລະບ້ານ ໃນຕາເເສງຢ່າງກົມກຽວ, ນອກນີ້ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ເເລະ ປະຊາຊົນບັນດາເຜົ່າ ເປັນບັນຫາສຳຄັນ ພ້ອມທັງໄດ້ນໍາພາການຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍ, ລະບຽບການຂອງລັດໃຫ້ບັນດາໜ່ວຍພັກທີ່ຂຶ້ນກັບ, ສະມາຊິກພັກ, ພະນັກງານບຳນານ, ສະຫະພັນນັກຮົບເກົ່າ ແລະ ປະຊາຊົນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງ ແຜນນະໂຍບາຍຂອງພັກ ທັງເປັນເຈົ້າການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ຄະນະພັກ, ຄະນະກຳມະການປົກຄອງຕາແສງ, ສະມາຊິກພັກຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນຕາແສງ ມີແນວຄິດອຸ່ນອຽນທຸ່ນທ່ຽງ-ມີແນວຄິດທຳມາຫາກິນຢ່າງຖືກຕ້ອງຕາມກົດໝາຍເປັນຢ່າງດີ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນແລກປ່ຽນຄວາມຄິດຄຳເຫັນກ່ຽວກັບຄຳສະເໜີຕ່າງໆ ເພື່ອຊອກຫາວິທີແກ້ໄຂປັບປຸງໃຫ້ການຈັດຕັ້ງປະຕິບັດ ວຽກງານດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ໂອກາດດຽວກັນນີ້ ສະຫາຍ ທອງວັນ ທໍາມະວົງ ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງສະຫາຍ ໄດ້ເນັ້ນໜັກຕໍ່ຄະນະພັກ, ຄະນະກຳມະການປົກຄອງຕາແສງແກ້ວມີໄຊ ແລະ ພະນັກງານກໍ່ສ້າງຮາກຖານກອງ 921 ໃຫ້ເອົາໃຈໃສ່ໃນການປະຕິບັດສິດ ແລະ ໜ້າທີ່ ຂອງພະນັກງານຮາກຖານ, ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຂອງວຽກງານກໍ່ສ້າງຮາກຖານການເມືອງຂອງພັກ ຢ່າງເລິກເຊິ່ງ ແລະ ເຂັ້ມງວດ, ໃນນັ້ນ ພະນັກງານ ກໍ່ສ້າງຮາກຖານການເມືອງ ຕ້ອງຖືເອົາການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ປະຊາຊົນເປັນໜ້າທີ່ໃຈກາງ, ຕ້ອງສຸມທຸກກຳລັງແຮງ ແລະ ສຸມທຸກການຊີ້ນໍາເຂົ້າໃສ່ການແກ້ໄຂຄວາມທຸກຍາກ ດ້ວຍການສົ່ງເສີມ ການຜະລິດເປັນສິນຄ້າ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ດີຂຶ້ນ. ໃນຕອນທ້າຍການນໍາແຂວງ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງໃຫ້ພະນັກງານກໍ່ສ້າງຮາກຖານ ແລະ ຄະນະກຳມະການປົກຄອງຕາແສງ ເພື່ອແຈກຍ້າຍໃຫ້ກັບຄອບຄົວທຸກຍາກ.