
ທ່ານ ພູວັນ ສຸວັນ, ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊສົມບູນ ໃນວັນທີ 10 ສິງຫາ ນີ້ ທີ່ຄະນະໂຄສະນາອົບຮົມ ແຂວງ, ຊຶ່ງທ່ານ ພ້ອມດ້ວຍ ຄະນະ ໄດ້ຖືໂອກາດ ເຂົ້າພົບປະ ທ່ານ ຄຳເພັດ ດວງມາລາ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ເພື່ອແຈ້ງຈຸດປະສົງຂອງການລົງມາເຮັດວຽກ ໃນຄັ້ງນີ້ ຈາກນັ້ນ, ໄດ້ມີພິທີ ເຜີຍແຜ່ກ່ຽວກັບວຽກງານສື່ເອເລັກໂຕຣນິກ (ເວັບໄຊສ໌) ໃຫ້ແກ່ພະນັກງານ ຄະນະໂຄສະນະອົບຮົມແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສຸກຊົ່ງ ຕົ່ງສື, ທ່ານ ເຍ່ຍຊ່າງ ລ່ອງປາວຈັ້ງ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງ ພ້ອມດ້ວຍ ຫົວໜ້າ, ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ນາງ ສຸກຊົ່ງ ຕົ່ງສື ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂໍ້ມູນຂ່າວສານ-ຜ່ານສື່ເອເລັກໂຕຣນິກ (ເວັບໄຊສ໌) ຂອງຄະນະໂຄສະນະອົບຮົມ ແຂວງ ຊຶ່ງຕະຫຼອດໄລຍະ 6 ເດືອນ ຕົ້ນປີຜ່ານມາ ຄະນະໂຄສະນາອົບຮົມ ແຂວງ ສາມາດຂຽນຂ່າວລົງເວັບໄຊສ໌ ໄດ້ທັງໝົດ 75 ຂ່າວ, ໄດ້ລາຍງານບົດລາຍງານປະຈຳເດືອນ ແລະ ປະຈຳໄຕມາດ ໃຫ້ກົມຂໍ້ມູນຂ່າວສານ ໄດ້ທັງໝົດ 7 ສະບັບ, ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ປະຈຳໄຕມາດ I ແລະ II ປະຈໍາປີ 2026 ພ້ອມທັງລາຍງານ ຈໍານວນ 2 ຄັ້ງ ນອກນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບາງຄຳສະເໜີ ໄດ້ຊາບຕື່ມອີກ. ພ້ອມນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບວຽກງານສື່ໃນໄລຍະໃໝ່ ແລະ ຄວາມສຳຄັນຂອງການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ ເປັນຕົ້ນແມ່ນ ການນຳໃຊ້ເວັບໄຊສ໌, AI ແລະ ນຳໃຊ້ບາງໂປຼແກຼມ ເຂົ້າຊ່ວຍວຽກງານ ໃຫ້ທັນສະໄໝ ໃນຍຸກປັດຈຸບັນ ທັງນີ້ ກໍເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ເປັນທັນສະໄໝເທື່ອລະກ້າວ ແນໃສ່ເຮັດໃຫ້ພະນັກງານມີຄວາມຮູ້, ຄວາມສາມາດ ທາງດ້ານວຽກງານສື່ທີ່ທັນສະໄໝ ແລະ ເຂົ້າໃຈບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນປັດຈຸບັນ.

