ກອງປະຊຸມ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງໄຊສົມບູນ

ເນື່ອງໃນໂອກາດ ທີ່ ທ່ານ ຄໍາຜອຍ ວັນນະສານ, ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ເຊິ່ງ ທ່ານ ພ້ອມດ້ວຍຄະນະ ໄດ້ຖືເອົາໂອກາດດັ່ງກ່າວ ເຂົ້າພົບປະຄະນະນຳຂອງແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງໃຫ້ຄະນະນໍາຂອງແຂວງ ໄດ້ຮັບຊາບ ໃນຕອນເຊົ້າຂອງວັນທີ 7 ສິງຫາ 2026 ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ຕ້ອນຮັບຢ່າງອົບອຸ່ນ ພ້ອມນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ລາຍງານສະພາບລວມຂອງແຂວງໂດຍຫຍໍ້ໃຫ້ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານ ພ້ອມດ້ວຍຄະນະ ໄດ້ຮັບຊາບ.
ຈາກນັ້ນ ໄດ້ມີກອງປະຊຸມ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໂດຍການເປັນປະທານຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ນາງ ຄຳຫລ້າ ທອງສີວອນ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ພ້ອມດ້ວຍ ສະຫະພັນກຳມະບານແຂວງ, ເມືອງອະນຸວົງ ແລະ ສະຫະພັນກຳມະບານສູນກາງ ຕະຫລອດຮອດໜ່ວຍຮາກຖານກຳມະບານພະແນກການ, ອົງການ ອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານນາງ ຄຳຫລ້າ ທອງສີວອນ ໄດ້ຂຶ້ນລາຍງານໂດຍຫຍໍ້ໃນການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານແຂວງ ໃນໄລຍະຜ່ານມາ ຄະນະກຳມະບານແຕ່ລະຂັ້ນ ໄດ້ຢຶດໝັ້ນ ແລະ ປະຕິບັດຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບລົງເລິກແຕ່ລະໜ້າວຽກ, ສະຫລຸບ ຕີລາຄາ ຖອດຖອນບົດຮຽນ ເປັນແຕ່ລະໄລຍະ, ເອົາໃຈໃສ່ກໍ່ສ້າງພັກ ແລະ ປັບປຸງພັກ ໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງ ໜັ້ກແໜ້ນຂຶ້ນເລື້ອຍໆ, ພ້ອມນັ້ນ ຍັງໄດ້ແຈ້ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍຄື: ຮັບຟັງການເຜີຍແຜ່ເອກະສານກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX, ເຜີຍແຜ່ເນື້ອໃນຈິດໃຈສຳຄັນ ໃນການຈັດຕັ້ງປະຕິບັດວຽກງານກຳມະບານລາວ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ (2026-2030), ແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ 5 ຂອງສະຫະພັນກຳມະບານລາວ (2026-2030), ເຜີຍແຜ່ກົດລະບຽບຂອງສະຫະພັນກຳມະບານລາວ ສະໄໝທີ IX, ແຜນດຳເນີນງານຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX ໄລຍະ 5 ປີ (2026-2030), ຮັບຟັງການຜ່ານມະຕິກອງປະຊຸມຄົບຄະນະວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX. ທັງນີ້ ກໍເພື່ອເຮັດໃຫ້ສະມາຊິກກຳມະບານໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ ແລະ ມີຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການປະກອບຄຳຄິດ-ຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍຄວາມຮັບຜິດຊອບສູງ.
ໂອກາດນີ້ ທ່ານ ຄຳຜອຍ ວັນນະສານ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານສະຫະພັນກຳມະບານແຂວງ ທີ່ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໃນໄລຍະຜ່ານມາ ພ້ອມນັ້ນທ່ານ ໄດ້ຍົກໃຫ້ເຫັນໜ້າທີ່ອັນສຳຄັນຂອງວຽກງານກຳມະບານລາວ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ, ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ພ້ອມທັງສາມາດກຳໄດ້ເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວ ແລະ ພ້ອມກັນນຳໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ດ້ວຍແນວຄິດອຸ່ນອ່ຽງທຸນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ແນໃສ່ຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ກໍຄືຖືກຕ້ອງຕາມທິດທາງຂອງພັກ-ລັດ ໃນແຕ່ລະໄລຍະ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa