ເມືອງລ້ອງແຈ້ງ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊື່ມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີXII ແລະ ນິຕິກຳທີ່ສຳຄັນອື່ນໆຂອງພັກ

ວັນທີ 17-18 ກັນຍາ 2026 ນີ້ ຄະນະພັກ-ການນຳເມືອງ, ພະນັກງານຫຼັກແຫຼ່ງຂອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ເຂົ້າຮ່ວມກອງປະຊຸມ ເຊື່ອມຊຶມ ເຜີຍແຜ່ ກົດລະບຽບພັກປະຊາ ຊົາລາວ ສະໄໝ ທີ Xll ແລະ ມະຕີ, ຄຳສັ່ງ ຂອງກົມການເມືອງສູນກາງພັກ ສະໄໝ ທີ Xll ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງລ້ອງແຈ້ງ.
ພາຍໃຕ້ການເປັນປະທານ ຂອງ ສະຫາຍ ບຸນຜອງ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງລ້ອງແຈ້ງຫົວໜ້າຄະນະ ສະມາຊິກສະພາປະຊາຊົນ ປະຈຳ ເຂດເລືອກຕັ້ງ ເມືອງລ້ອງແຈ້ງ ເຊີ່ງສະຫາຍໄດ້ເຜີຍແຜ່ເຊື່ອມຊືມ ເນື້ອໃນກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໂດຍໃຫ້ຮູ້ວ່າ: ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ, ເປັນແກນນໍາ ໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນ, ນໍາພາປະຊາຊົນບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ,ໂດຍຖືເອົາປະຊາຊົນເປັນກົກ, ຮັບໃຊ້ ປະຊາຊົນດ້ວຍຄວາມບໍລິສຸດສັດຊື່, ເຄື່ອນໄຫວຕາມແນວທາງມະຫາຊົນຂອງພັກ, ອີງໃສ່ມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງ ມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ; ຖືເອົາຄວາມສາມັກຄີເປັນປຶກແຜ່ນບົນພື້ນຖານແນວທາງ, ແຜນນະໂຍບາຍ ແລະ ກົດລະບຽບພັກ ເປັນຫຼັກການພື້ນຖານຂອງພັກ.
ຈາກນັ້ນ ສະຫາຍ ສັງຄົມ ສູນດາລາ ປະທານຄະນະກຳມະການປົກຄອງເມືອງ ໄດ້ເຜີຍແຜ່ ຄໍາແນະນໍາ ເລກທີ 303/ຄຈສພ ກຽ່ວກັບການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ມະຕິວ່າດ້ວຍການເພີ່ມ ທະວີການນໍາພາຂອງພັກຕໍ່ວຽກງານກໍ່ສ້າງ ຮາກຖານ ການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນສະໄໝໃໝ່ ໃນໂອກາດນີ້ ບັນດາສະຫາຍຄະນະປະຈຳພັກເມືອງ ກໍ່ໄດ້ສືບຕໍ່ເຜີຍແຜ່ ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານກໍ່ສ້າງຮາກຖານ ການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນສະໄໝໃໝ່, ຄໍາສັ່ງເລກທີ 12/ຄວສພ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນ ມະຕິກອງ ປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ເນື້ອໃນບົດແນະນໍາ ເລກທີ 377/ຄກສພ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII, ກຽ່ວກັບວຽກງານຕິດຕາມ, ກວດກາຂອງພັກ.
ຊື່ງຈຸດປະສົງໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ຄະນະພັກ-ຄະນະນຳຂອງເມືອງ, ຄະນະພັກຮາກຖານ,ເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກ, ພັກພະນັກງານລັດຖະກອນອ້ອມຂ້າງເມືອງ ມີຄວາມຮັບຮູ້ເຂົ້າໃຈ ຕໍ່ກັບເນື້ອໃນນິຕິກຳຕ່າງໆຂອງຂັ້ນເທີງ ໂດຍສະເພາະ ເພື່ອເຮັດໃຫ້ສະມາຊິກພັກເປັນເຈົ້າການເຄົາລົບ ຈັດຕັ້ງ ປະຕິບັດກົດລະບຽບພັກປະຊາ ຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ, ເພື່ອຮັບປະກັນໃຫ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃຫ້ທົ່ວເຖີງ ແລະ ເປັນ ບ່ອນອີງໃຫ້ຄະນະບໍລິຫານງານພັກ ແຕ່ລະຂັ້ນ ນຳໄປຈັດຕັ້ງປະຕີບັດຜັນ ຂະຫຍາຍ ເຂົ້າໃນໜ້າທີ່ການເມືອງ ຢ່າງ ຖືກຕ້ອງ, ຄົບຖ້ວນ, ເປັນເອກະພາບ ໃນທົ່ວພັກ ແລະ ສຸມໃສ່ຈັດຄັ້ງປະຕິບັດໃຫ້ສໍາເລັດຕາມລະດັບຄາດໝາຍ ແລະ ທັນກຳນົດເວລາ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa