
ວັນທີ 16 ກັນຍາ 2026 ນີ້ ຄະນະໂຄສະນາອົບຮົມເມືອງ ແລະ ສະຫະພັນນັກຮົບເກົ່າເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ( 2 ກັນຍາ 1945 – 2 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ ( 9 ກັນຍາ 2002 – 9 ກັນຍາ 2026) ຂື້ນຢູ່ທີ່ຫໍວັດທະນາທຳບ້ານລ້ອງແຈ້ງ.
ໂດຍການເປັນປະທານ ສະຫາຍ ບຸນຜອງ ຄຳມະນີວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກ ສະພາປະຊາຊົນ ປະຈຳເຂດເລືອກຕັ້ງ ເມືອງລ້ອງແຈ້ງ, ມີສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະກອງຂຸດຄົ້ນອັດຖິ, ຄະນະພັກໂຮງງານຜະລິດເສັ້ນລ້ອນ ບໍລິສັດໂກເອໂກ ,ສະມາຄົມຫວຽດນາມ ຢູ່ເມືອງລ້ອງແຈ້ງ, ຕະຫຼອດຮອດພະນັກງານລັດຖະກອນ , ພະນັກງານອາວຸໂສບໍານານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຊື່ງໃຫ້ກຽດເລົ່າປະຫວັດມູນເຊື້ອວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ໂດຍສະຫາຍ ບຸນຜອງ ຄຳມະນີວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂດຍຈັດຕັ້ງປະຕິບັດຕາມທິດສະດີຂອງລັດທິມາກ-ເລນິນ ແລະ ແນວຄິດຂອງປະທານໂຮ່ຈີ່ມີ່ນ ເຮັດໃຫ້ຫວຽດນາມສາມາດປົດປ່ອຍຕົນເອງອອກຈາກແອກປົກຄອງຂອງລັດທິລ່າເມືອງຂື້ນ ແລະ ສັກດີນາ ໂດຍສະຖາປະນາປະເທດຂອງຕົນ ເປັນສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ກັນຍາ 1945 ສະນັ້ນຈີ່ງໄດ້ກຳນົດເອົາວັນທີ 2ກັນຍາ ຂອງທຸກໆ ປີ ເປັນວັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ຊຶ່ງເປັນຂີດໝາຍແຫ່ງການປະກາດເອກະລາດ ຂອງ ສສ ຫວຽດນາມ ທີ່ມີຜົນງານໄຊຊະນະອັນໃຫຍ່ຫຼວງໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ແລະ ຕັ້ງໜ້ານຳພາປວງຊົນທັງຊາດປະກອບສ່ວນທຸກວຽກງານ ພາຍໃຕ້ການນຳພາຂອງພັກ-ລັດ ຈື່ງເຮັດໃຫ້ປະເທດຊາດ ເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຮັບການສ້າງສາພັດທະນາຂື້ນເປັນກ້າວໆ; ຈາກນັ້ນ ທ່ານ ພັນໂທ ພອນຈັນ ພົນນາລີ ປະທານສະຫະພັນນັກຮົບເກົ່າເມືອງລ້ອງແຈ້ງ ໄດ້ເລົ່າປະຫວັດມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອວິລະຊົນ ຂອງຊາດ ທີ່ມີຄວາມອົງອາດກ້າຫານຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນແຕ່ລະໄລຍະ ເປັນເວລາຫຼາຍປີ ພາຍໃຕ້ການນໍາພາຂອງພັກ ໃນນັ້ນສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ສ້າງວິລະກຳອັນລໍ້າເລີດ, ຜົນງານອັນຍິ່ງໃຫຍ່ ແລະ ມູນເຊື້ອອັນສະຫງ່າອົງອາດສືບທອດກັນມາ, ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ, ມີຫຼາຍສະຫາຍ ໃນກຳລັງປະກອບອາວຸດ ໄດ້ເສຍສະຫຼະຊີວິດ ເລືອດເນື້ອເພື່ອຊາດ ຍາມໃດກໍຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ, ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ຊື່ງຈຸດປະສົງໃນການຈັດພິທີໃນຄັ້ງນີ້ກໍ່ເພື່ອເປັນການເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ ແລະ ເປັນການທົບທວນຫວນຄືນມູນເຊື້ອ ຄຸນງາມຄວາມດີຂອງຄະນະສະມາຊິກສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໃຫ້ແກ່ພະນັກງານ-ລັດຖະກອນ ກໍຄືຄົນຮຸ່ນໃໝ່ ໄດ້ເຊື່ອມຊຶມ ກຳແໜ້ນ ນຳເອົາຜົນງານ ສຳຄັນດັ່ງກ່າວ ເສີມຂະຫຍາຍເຂົ້າໃນວຽກງານ ຂອງຕົນ ໃຫ້ໄດ້ຮັບຜົນດີ.