ກອງປະຊຸມພົບປະ ລະຫວ່າງ ຜູ້ແທນຂັ້ນສູງແຂວງໄຊສົມບູນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນບັ໋ກນິງ ສສ ຫວຽດນາມ

ເນື່ອງໃນໂອກາດທີ່ມີຄວາມໝາຍ-ຄວາມສຳຄັນນີ້ ຄະນະຜູ້ແທນຂັ້ນສູງ ແຂວງໄຊສົມບູນ ແລະ ຄະນະຜູ້ແທນຂັ້ນສູງ ນະຄອນບັ໋ກນິງ ພ້ອມດ້ວຍຄະນະທັງສອງຝ່າຍ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ທີ່ອະນຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃນຕອນເຊົ້າຂອງວັນທີ 26 ກັນຍາ 2026 ນີ້ ເພື່ອຈົດຈຳ ແລະ ຈາລຶກເຖິງຄຸນງາມຄວາມດີ ທີ່ມີຕໍ່ປະເທດຊາດຢ່າງລົ້ນເຫລືອ ທີ່ບັນດາສະຫາຍນັກຮົບ ໄດ້ຄ່ຽງບ່າຄ່ຽງໄຫລ່ກັນ ບົນເສັ້ນທາງປະຫວັດສາດ. ຈາກນັ້ນ ຄະນະຜູ້ແທນຂັ້ນສູງ ທັງສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງຄະນະຜູ້ແທນຂັ້ນສູງ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍຕາງໜ້າຝ່າຍແຂວງໄຊສົມບູນ ເຂົ້າຮ່ວມໂດຍສະຫາຍ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ແລະ ຕາງໜ້າຝ່າຍນະຄອນບັ໋ກນິ່ງ ສສ ຫວຽດນາມ ເຂົ້າຮ່ວມໂດຍ ສະຫາຍ ຫງວຽນ ຫວຽດ ແອ໋ວງ, ຮອງເລຂາຄະນະບໍລິຫານງານພັກນະຄອນ, ປະທານສະພາປະຊາຊົນນະຄອນບັ໋ກນິງ ພ້ອມດ້ວຍຄະນະການນຳ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ໄດ້ກ່າວເປີດກອງປະຊຸມ ແລະ ກ່າວຕ້ອນຮັບ ຢ່າງເປັນທາງການ ຊຶ່ງການພົວພັນຮ່ວມມືຮອບດ້ານ ເພື່ອແລກປ່ຽນໃນການເພີ່ມທະວີ ຮັດແໜ້ນຄວາມສາມັກຄີພິເສດຂອງສອງແຂວງ ແລະ ປຶກສາຫາລື ບັນດາມາດຕະການໃນການຊຸກຍູ້ ການປະຕິບັດບັນດາເນື້ອໃນຂອງການຮ່ວມມື ແລະ ບັນດາຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານທັງສອງຝ່າຍ. ພ້ອມນັ້ນ ໄດ້ຮັບຊົມວິດີໂອ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ຕີລາຄາຜົນການຮ່ວມມື ລະຫວ່າງສອງແຂວງ ໃນໄລຍະຜ່ານມາ ຕື່ມອີກ. ຈາກນັ້ນ ໄດ້ມີການປຶກສາຫາລື, ແລກປ່ຽນຄຳຄິດ-ຄຳເຫັນ, ຂໍ້ສະເໜີໃນການສ້າງເສັ້ນທາງຄົມມະນາຄົມ, ການມອບທຶນການສຶກສາ ແລະ ຕີລາຄາຄືນບັນດາກິດຈະກຳຂອງການຮ່ວມມືໃນໄລຍະຜ່ານມາ. ຈາກນັ້ນ ໄດ້ມີພິທີມອບ-ຮັບ ທຶນຊ່ວຍເຫລືອໂຄງການກໍ່ສ້າງຊົນລະປະທານນໍ້າແຂມ 3 ພາຍໃຕ້ການຊ່ວຍເຫລືອຂອງນະຄອນບັ໋ກນິງ. ໂອກາດນີ້ ໄດ້ມີພິທີ ເຊັນບົດບັນທຶກການຮ່ວມມື ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງໄຊສົມບູນ ສປປ ລາວ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານນະຄອນບັ໋ກນິງ ສສ ຫວຽດນາມ ຊຶ່ງການເຊັນບົດບັນທຶກການຮ່ວມມືໃນຄັ້ງນີ້ ກໍເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ຄວາມເຊື່ອໝັ້ນ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນຂ່າວສານ, ດ້ານວຽກງານພັກ, ວຽກງານການເມືອງ, ວຽກງານປ້ອງກັນ ແລະ ປະສານສົມທົບໃນການບຳລຸງ, ຝຶກອົບຮົມພະນັກງານ ໃນບັນດາເນື້ອໃນທີ່ສອດຄ່ອງກັບພາລະບົດບາດ, ໜ້າທີ່, ປະກອບສ່ວນຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືລະຫວ່າງ ນະຄອນບັ໋ກນິງ ແລະ ແຂວງໄຊສົມບູນ ໄລຍະປີ 2026-2030 ໃຫ້ມີປະສິດທິຜົນ, ສ້າງສາຍພົວພັນຮ່ວມມືລະຫວ່າງສອງຝ່າຍ ໃຫ້ນັບມື້ນັບມີເນື້ອໃນ, ມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບການ. ຈາກນັ້ນ ຄະນະຜູ້ແທນທັງສອງຝ່າຍ ໄດ້ມອບຂອງຂວັນເປັນທີ່ລະນຶກ ເຊິ່ງກັນ ແລະ ກັນ. ພ້ອມດຽວກັນນີ້ ຄະນະຜູ້ແທນຂັ້ນສູງນະຄອນບັ໋ກນິງ ໄດ້ໄປທ່ຽວຊົມສະຖານທີ່ທາງປະຫວັດສາດ ຖໍ້າເຈົ້າອະນຸວົງ, ຢ້ຽມຢາມໂຮງຮຽນສອນພາສາຫວຽດນາມ ແລະ ເຮືອນຮົ່ມຂອງປະຊາຊົນທີ່ໄດ້ຮັບການຊ່ວຍເຫລືອຈາກນະຄອນບັ໋ກນິງ ຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa