ກອງປະຊຸມ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງໄຊສົມບູນ ຄັ້ງທີ II

ໃນຕອນເຊົ້າ ຂອງວັນທີ 7 ກັນຍາ 2026 ນີ້ ເມືອງອະນຸວົງ ຈັດກອງປະຊຸມ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງໄຊສົມບູນ ຄັ້ງທີ II, ຢູ່ທີ່ສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຕົວລໍ່ ຊາເຢີ ກໍາມະການສູນກາງແນວລາວສ້າງຊາດ ຮອງປະທານແນວລາວສ້າງຊາດ ແຂວງໄຊສົມບູນ, ທ່ານ ບຸນທະວີ ສຸທໍາມະວົງ ຮອງເລຂາພັກເມືອງ ອະນຸວົງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ອ້ອມຂ້າງເມືອງ, ມີພະນັກງານບໍານານ, ນາຍບ້ານ 2 ບ້ານເທດສະບານເຂົ້າຮ່ວມ.
ໂອກາດກ່າວເປີດກອງປະຊຸມ ທ່ານ ລື່ມົວ ໄຊຢ່າ ຄະນະປະຈໍາພັກເມືອງ ຄະນະກໍາມະການແນວລາວສ້າງຊາດແຂວງ ປະທານແນວລາວສ້າງຊາດເມືອງ ອະນຸວົງ ໄດ້ຂື້ນກ່າວຈຸດປະສົງ ແລະ ລາຍງານຫຍໍ້ກ່ຽວກັບສະພາບລວມຂອງແນວລາວຊ້າງຊາດເມືອງ ອະນຸວົງ ຊຶ່ງ ແນວລາວຊ້າງຊາດເມືອງແມ່ນອົງການຈັດຕັ້ງທີ່ມີບົດບາດທຽບເທົ່າກັບຂະແໜງ ການອື່ນ ທີ່ເຮັດໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ແນວລາວສ້າງຊາດແຂວງ, ໄດ້ເອົາໃຈໃສ່ນໍາພາຊີ້ນໍາວຽກງານການເມືອງ-ແນວຄິດນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາມະຕິຂອງພັກ, ນິຕິກໍາຂອງລັດມາຈັດຕັ້ງເຊື່ອມຊຶມເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍໃຫ້ປະຕິບັດຕໍ່ລະບຽບກົດໝາຍ, ຍົກສູງທັດສະນະມະຫາຊົນ, ມີຄວາມສາມັກຄີເປັນປຶກແຜ່ນ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ເນື້ອໃນສໍາຄັນຂອງແຜນພັດທະນາອົງການແນວລາວສ້າງຊາດ 5 ປີ ( ໄລຍະປີ 2026-20230 ) ຊຶ່ງມີ 6 ແຜນງານ, 63 ໂຄງການ, ໄດ້ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ໄຊສົມບູນ ຄັ້ງທີ II ແລະ ແຜນພັດທະນາອົງການແນວລາວສ້າງຊາດແຂວງ 5 ປີ ( 2026-2030 )ຊຶ່ງມີ 5 ແຜນງານ, 10 ໂຄງການ ຕື່ມອີກ. ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ທີ່ເປັນເອກະພາບໃນຄະນະພັກ-ຄະນະນໍາ ແຕ່ລະຂັ້ນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທີ່ຮັບຜິດຊອບວຽກງານດັ່ງກ່າວ ກ່ຽວກັບເນື້ອໃນຈິດໃຈ, ທັດສະນະຊີ້ນໍາຂອງພັກ ແລະ ມາດຕະການຕ່າງໆ ທີ່ກໍານົດໄວ້ໃນມະຕິກອງປະຊຸມ ຜູ້ແທນແນວລາວສ້າງຊາດ ແລະ ບັນດາເອກະສານທີ່ສໍາຄັນຕ່າງໆ ທີ່ຕິດພັນກັບວຽກງານດັ່ງກ່າວ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ້ການປະຕິບັດຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິພົນຂື້ນເລື້ອຍໆ ຈາກນັ້ນຜູ້ເຂົ້າຮ່ວມໄດ້ຂື້ນປະກອບຄໍາຄິດຄໍາເຫັນໃສ່ບົດມະຕິດັ່ງກ່າວເພື່ອຄວາມເປັນເອກະພາບ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດ ແລະ ບັນຫາອື່ນໆ ຖືກຕ້ອງຕາມຄວາມເປັນຈິງ.
ໃນຕອນທ້າຍປະທານກອງປະຊຸມໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ເນັ້ນໃຫ້ ຄະນະພັກແຕ່ລະຂັ້ນ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມຈົ່ງນໍາເອົາເນື້ອໃນມະຕິກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດທີ່ຕົນຮັບຜິດຊອບ ໃຫ້ເກີດຜົນ ແລະ ມີບາດກ້າວຂະຫຍາຍຕົວຂື້ນຢ່າງບໍ່ຢຸດຢັ້ງ ພ້ອມນັ້ນຍັງໄດ້ມອບ ເຄື່ອງຄອມພີວເຕີ 1 ຊຸດໃຫ້ແກ່ ຫ້ອງການແນວລາວສ້າງຊາດເມືອງ ອະນຸວົງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa