ພິທີປາຖະກະຖາ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ

ຕອນແລງວັນທີ 8 ກັນຍາ 20206 ນີ້ ຄະນະໂຄສະນາອົບຮົມເມືອງ ແລະ ສະຫະພັນນັກຮົບເກົ່າເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ( 2 ກັນຍາ 1945 – 2 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ ( 9 ກັນຍາ 2002 – 9 ກັນຍາ 2026) ຂື້ນຢູ່ທີ່ ສະໂມສອນເມືອງ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ໄທວ່າງ ໜາວເນັ້ງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຕະຫຼອດຮອດພະນັກງານລັດຖະກອນ, ພະນັກງານອາສາສະໝັກ ແລະ ບັນດາທ່ານອາດີດການນໍາ, ພະນັກງານບໍານານ ແລະ ສະມາຊິກນັກຮົບເກົ່າ ເຂົ້າຮ່ວມ.
ພິທີທ່ານ ໄທວ່າງ ໜາວເນັ້ງ ໄດ້ປາຖະກະຖາເລົ່າມູນເຊື້ອວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ແລະ ແນວຄິດຂອງປະທານໂຮ່ຈີ່ມີ່ນເຮັດໃຫ້ຫວຽດນາມສາມາດປົດປ່ອຍຕົນເອງອອກຈາກແອກປົກຄອງຂອງລັດທິລ່າເມືອງຂື້ນ ແລະ ສັກດີນາໂດຍສະຖາປະນາປະເທດຂອງຕົນເປັນ ສາທາລະນະລັດສັງຄົມນິຍົມຫວຽດນາມ ຊຶ່ງໄດ້ກຳນົດວັນທີ 2 ກັນຍາ ຂອງທຸກໆ ປີ ເປັນວັນຊາດ ທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຊຶ່ງເປັນຂີດໝາຍແຫ່ງການປະກາດເອກະລາດ ແລະ ການສ້າງຕັ້ງປະເທດຫວຽດນາມໃໝ່ ໂດຍມີຜົນງານໄຊຊະນະອັນໃຫຍ່ຫຼວງໃນພາລະກິດການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ, ປ້ັອງກັນປະເທດຊາດ, ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດທີມີຄວາມໝາຍປະຫັວດສາດ ໃນຂະບວນການນໍາພາປະເທດຊາດກ້າວຂື້ນສູ່ສັງຄົມນິຍົມ. ພ້ອມນີ້ທ່ານໄດ້ສືບຕໍ່ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນມູນເຊຶ້ອປະຫວັດຄວາມເປັນມາ, ມູນເຊື້ອຊາດລາວວິລະຊົນ ແລະ ພິລະອາດຫານຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນແຕ່ລະໄລຍະ, ຍົກໃຫ້ເຫັນສະພາບການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຜົນງານໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດ ຕິດພັນກັບປະຫວັດສາດການຕໍ່ສູ້ອັນອົງອາດກ້າຫານ, ຍືດເຍື້ອຍາວນານ ພາຍໃຕ້ການນໍາພາຂອງພັກ ຊຶ່ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ສ້າງວິລະກຳອັນລໍ້າເລີດ, ຜົນງານອັນຍິ່ງໃຫຍ່ ແລະ ມູນເຊື້ອອັນສະຫງ່າອົງອາດສືບທອດກັນມາ, ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ, ມີຫຼາຍສະຫາຍ ໃນກຳລັງປະກອບອາວຸດ ໄດ້ເສຍສະຫຼະຊີວິດ ເລືອດເນື້ອເພື່ອການປະຕິວັດຊາດ ປະຊາທິປະໄຕ ຍາມໃດກໍຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ, ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ. ການປາຖະກະຖາຄັ້ງນີ້ ກໍເພື່ອເປັນການຫວນຄືນມູນເຊື້ອ ແລະ ຜົນງານອັັນໂດດເດັ່ນ ພ້ອມທັງເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ແລະ ກ່ານຮ່ວມມືແບບພິເສດ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ພ້ອມທັງຫວນຄືນມູນເຊື້ອ ຂອງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ ເພື່ອເປັນການສຶກສາອົບຮົມແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ກໍຄືຄົນຮຸ່ນໃໝ່ ໄດ້ເຊື່ອມຊຶມ ກຳແໜ້ນ ແລະ ສືບຕໍ່ຮໍ່າຮຽນເອົາມູນເຊື້ອອັນສະຫງ່າອົງອາດ ຂອງສະຫະພັນນັກຮົບເກົ່າ ໄດ້ສ້າງໃນໄລຍະຜ່ານມາ ພ້ອມທັງສືບທອດມູນເຊື້ອດັ່ງກ່າວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວກ້າວໜ້າ ແລະ ວັດທະນະຖາວອນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa