
ວັນທີ 21ຕຸລາ 2026 ຄະນະໂຄສະນາອົບຮົມເມືອງລ້ອງແຈ້ງແຂວງໄຊສົມບູນ , ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດແລະ ວັນສ້າງຕັ້ງການທູດລາວ ( ວັນທີ12ຕຸລາ1945-12 ຕຸລາ 2026)ຄົບຮອບ 81ປີ ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງລ້ອງແຈ້ງ.
ຊື່ງໃຫ້ກຽດເຂົ້າຮ່ວມເລົ່າປະຫວັດມູນເຊື້ອຂອງ 2 ວັນດັ່ງກ່າວ ໂດຍ ທ່ານ ສັງຄົມ ສູນດາລາ ຮອງເລຂາຄະນະບໍລິຫານການພັກເມືອງ, ປະທານຄະນະກຳມະການປົກຄອງເມືອງລ້ອງແຈ້ງ,
ຈຸດປະສົ່ງການຈັດພິທີໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກ, ສະມາຊິກພັກ-ພະນັກງານ ບັນດາຫ້ອງການ, ກົມກອງ, ອົງການ ຂອງເມືອງ ແລະ ລັດວິສາຫະກິດອ້ອມຂ້າງເມືອງ , ນັກສຶກສາ, ນັກຮຽນຮູ້ປັນຍາຊົນ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນບ້ານ ລ້ອງແຈ້ງ, ໄດ້ທົບທວນຫວນຄືນຜົນງານ,ຄຸນງາມຄວາມດີ, ຄວາມກະຕັນຍູ້ ຮູ້ບຸນຄຸນຕໍ່ຜູ້ນຳ, ບັນດານັກຮົບປະຕິວັດ, ວິລະຊົນ ແລະ ຜູ້ທີ່ມີຜົນງານອັນໃຫຍ່ ຫຼວງຕໍ່ປະເທດຊາດ ແລະ ປະຊາຊົນ ຖືເອົາໂອກາດນີ້ໂຄສະນາປຸກລະດົມໃຫ້ພະນັກງານ, ສະມາຊິກພັກ ຕະຫຼອດ ຮອດປະຊາຊົນຊັ້ນຄົນຕ່າງໆ ພ້ອມກັນຮໍ່າຮຽນເອົາຄຸນງາມຄວາມດີຂອງບັນດານັກຮົບປະຕິວັດ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມດັ່ງກ່າວ ເຂົ້າໃນການຝຶກຝົນລໍ່ຫຼອມຕົນເອງ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານ ຂອງຕົນເອງ; ຂອງນັກປະຕິຫວັດ ກໍ່ຄືປະຊາຊົນລາວ ບັນດາເຜົ່າໃນສະໄໝຕໍ່ສູ້ ປົດປ່ອຍຊາດຈາກການ
ປົກຄອງຂອງພວກຈັກກະພັດຜູ້ເຂົ້າມາຮຸກຮານບ້ານເມືອງແລະປະເທດຊາດ,ເພື່ອລະນຶກເຖິງ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງ ການທູດລາວ 12 ຕຸລາ 1945 ເຊີ່ງເປັນວັນທີ່ມີ ຄວາມໝາຍ,ຄວາມສໍາຄັນທາງດ້ານປະຫວັດສາດ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ແລະ ພື້ນແຜ່ນດິນອັນຄົບຖ້ວນຈາກກຳມື ຂອງຈັກກະພັດຜູ້ຮຸກຮານ ແລະ ເສີມ ຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈພິລະອາດຫານບໍ່ຍອມຈຳນົນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ, ມີສະຕິລະວັງຕົວ ຕໍ່ກົນອຸບາຍທໍາລາຍມ້າງເພ ຂອງອິດທິກຳລັງປໍລະປັກ ແລະ ເພື່ອເປັນການໂຄສະ
ນາສຶກສາອົບຮົມບັນດາຊັ້ນຄົນຕ່າງໆໃນທົ່ວສັງຄົມ ໃຫ້ເຂົ້າໃຈຢ່າງເລິກເຊີ່ງມູນເຊື້ອຮັກຊາດ, ນໍ້າໃຈ ພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ, ຮັບຮູ້ເຂົ້າໃຈແນວທາງການຕ່າງປະເທດ ຂອງພັກ ໃນແຕ່ລະໄລຍະຢ່າງເລິກເຊິ່ງ. ພ້ອມກັນເປັນເຈົ້າການເສີມຂະຫຍາຍການພົວພັນການທູດລາວ. ໂດຍສະເພາະຄວາມສາມັກຄີປອງດອງ ກັບບັນດາ ປະເທດເພື່ອນມິດຍຸດທະສາດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ;
