
ໃນວັນທີ 27 ພຶດສະພາ 2026 ນີ້. ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນຄົບຮອບ 67 ປີ. ໂດຍການເປັນປະທານຂອງ ສະຫາຍ ພົ.ວ ໝອນຄໍາ ດວງສະຫວັນ, ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງບັນຊາການເຂົ້າຮ່ວມ. ລວມຈໍານວນພົນທັງໝົດ 160 ສະຫາຍ, ຍິງ 48 ສະຫາຍ, ໃນພິທີ ສະຫາຍ ພົ.ວ ໝອນຄໍາ ດວງສະຫວັນ ໄດ້ເລົ່າຄືນເຖິງມູນເຊື້ອອັນສະຫງ່າງາມ ແລະ ຄວາມໝາຍຄວາມສຳຄັນຂອງ 2 ວັນປະຫວັດສາດຢ່າງມີຄວາມໝາຍເລິກເຊິ່ງ ໂດຍໄດ້ຍົກໃຫ້ເຫັນເຖິງບັນດາມູນເຊື້ອວິລະກໍາ ແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີໄຫວພິກທີ່ສະຫຼາດສ່ອງໃສ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວໂດຍພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນຳ ແລະ ແນວລາວຮັກຊາດໃນໄລຍະຜ່ານມາ ໃນພາລະກິດການຕໍ່ສູ້ກູ້ຊາດບໍ່ຍອມຈໍານົນຕໍ່ຕ້ານກັບຈັກກະພັດຜູ້ທີ່ຮຸກຮານຈົນສາມາດເອົາຊະນະສັດຕູທຸກໂຕທີ່ເຂົ້າມາຮຸກຮານປະເທດລາວເຮົາ, ເຊິ່ງໄດ້ເປັນເຫດການອັນສຳຄັນທາງປະຫວັດສາດຂອງພັກ, ຂອງກອງທັບ ແລະ ປະຊາຊົນລາວທັງຊາດ, ເຫດການດັ່ງກ່າວໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບເຮົາ ໂດຍສະເພາະແມ່ນວິລະກຳແຫກຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳ ແລະ ແນວລາວຮັກຊາດ ທີ່ໄດ້ພະຍາຍາມປຸກລະດົມຂົນຂວາຍສາລະວັດທະຫານກອງທັບແຫ່ງຣາຊະອານາຈັກລາວ ທີ່ເຂົ້າມາເວນຍາມຄຸກໃຫ້ເກີດມີແນວຄິດຮັກຊາດ, ຮັກລະບອບປະຊາທິປະໄຕ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນຳແຫກຄຸກ ອອກຈາກໂພນເຄັງ ໂດຍໄດ້ມີການວາງແຜນລະອຽດຖີ່ຖ້ວນຈຶ່ງສາມາດແຫກອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ. ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນເຖິງຄວາມສະຫຼາດ, ຄວາມອົງອາດກ້າຫານ ຂອງກອງພັນທີ 2 ທີ່ຜ່າວົງປິດລ້ອມ ຂອງສັດຕູຢູ່ເຂດທົ່ງໄຫຫີນໃນວັນທີ 18 ພຶດສະພາ 1959 ໂດຍການບັນຊາຂອງຄະນະກອງພັນ ພ້ອມດ້ວຍຄອບຄົວພະນັກງານ, ນັກຮົບທັງໝົດ ພາຍໃຕ້ການນໍາພາອັນອົງກາດກ້າຫານ, ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ແລະ ຄວາມຕັດສິນໃຈສູງຂອງຜູ້ບັນຊາ ນັ້ນໄດ້ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີອັນເປັນຈິດໜຶ່ງໃຈດຽວ, ຄວາມອົດທົນເກັ່ງກ້າ ບໍ່ຄອນແຄນຕໍ່ການນາບຂູ່ຫຼອກລວງຂອງສັດຕູ, ມີນໍ້າໃຈສູ້ຮົບພິລະອາດຫານບໍ່ຍອມຈຳນົນ ແລະ ໄຫວພິກຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຂອງກອງພັນທີ 2, ສຸດທ້າຍ ກອງພັນທີ 2 ພ້ອມດ້ວຍພະນັກງານ-ນັກຮົບ ແລະ ຄອບຄົວ ໄດ້ຜ່າວົງປິດລ້ອມຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ. ທັງນີ້ກໍເພື່ອເປັນສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອພິລະອາດຫານ, ຜົນງານອັນໃຫຍ່ຫຼວງ ທີ່ບັນດາຜູ້ນໍາຮັກຊາດ ແລະ ວິລະກໍາອັນໃຫຍ່ຫຼວງຂອງກອງພັນທີ 2, ພາຍໃຕ້ການຊີ້ນໍາ ນຳພາຂອງພັກ ປະຊາຊົນປະຕິວັດລາວ ແນ່ໃສ່ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສ້າງສະຕິເປັນເຈົ້າຕົນເອງເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງພວກອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກໃນໄລຍະໃໝ່.