ກອງບັນຊາການ ປກສ ແຂວງຈັດພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025, ປະກາດເລື່ອນຊັ້ນ ແລະ ມອບຍ້ອງຍໍ ໃຫ້ນາຍ ແລະ ພົນຕໍາຫຼວດ

  ໃນຕອນເຊົ້າ ຂອງວັນທີ 23 ເມສາ 2026 ນີ້ ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ71ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025, ປະກາດເລື່ອນຊັ້ນ ແລະ ມອບຍ້ອງຍໍ ໂດຍການເປັນປະທານຂອງ ສະຫາຍ ພົຈວ ອຸໄດ ອິນສຸວັນ ກໍາມະການພັກແຂວງ ເລຂາຄະນະພັກກອງບັນຊາການ ປກສ ແຂວງ, ມີຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ໜ່ວຍພັກບັນດາຫ້ອງ, ກອງພັນປ້ອງກັນເຄື່ອງທີ່, ຄ້າຍຄຸມຂັງ-ດັດສ້າງ ສະມາຊິກພັກສົມບູນ-ສໍາຮອງ ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ໃນພິທີ ພັຕ ດາວພັນດອນ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະບັບເລກທີ 0096/ຄປພ.ຊບ ລົງວັນທີ 04 ມີນາ 2026 ວ່າດ້ວຍການຮັບຮອງແຜນກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026; ມະຕິຕົກລົງຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະບັບເລກທີ 0098/ຄປພ.ຊບ ລົງວັນທີ 04 ມີນາ 2026 ວ່າດ້ວຍການຮັບຮອງເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025; ຜ່ານຂໍ້ຕົກລົງ ສະບັບເລກທີ 877, 878 ແລະ 879/ປກສ ລົງວັນທີ 27 ມີນາ 2026 ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊສົມບູນ ໃນນີ້ເລື່ອນຊັ້ນພັນຕີ ຂຶ້ນເປັນຊັ້ນ ພັນໂທ 02 ສະຫາຍ, ຍິງ 01 ສະຫາຍ; ເລື່ອນຊັ້ນຮ້ອຍເອກ ຂຶ້ນເປັນຊັ້ນພັນຕີ 17 ສະຫາຍ, ຍິງ 04 ສະຫາຍ; ເລື່ອນຊັ້ນຮ້ອຍໂທ ຂຶ້ນເປັນຊັ້ນຮ້ອຍເອກ 09 ສະຫາຍ, ຍິງ 03 ສະຫາຍ; ຜ່ານຂໍ້ຕົກລົງ ສະບັບເລກທີ 1533/ກມປສ ລົງວັນທີ 25 ມີນາ 2026 ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊສົມບູນ ໃນນີ້ ເລື່ອນຊັ້ນຮ້ອຍຕີ ຂຶ້ນເປັນຊັ້ນຮ້ອຍໂທ 05 ສະຫາຍ, ເລື່ອນຊັ້ນວາທີຮ້ອຍຕີ ຂຶ້ນເປັນຊັ້ນຮ້ອຍຕີ 02 ສະຫາຍ; ຜ່ານຂໍ້ຕົກລົງ ສະບັບເລກທີ 1113/ປກສ.ຊບ ລົງວັນທີ 10 ເມສາ 2026 ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດໃນກໍາລັງປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ໃນນີ້ເລື່ອນຊັ້ນສິບໂທ ຂຶ້ນເປັນຊັ້ນສິບເອກ 04 ສະຫາຍ, ເລື່ອນຊັ້ນສິບຕີ ຂຶ້ນເປັນຊັ້ນສິບໂທ 02 ສະຫາຍ; ຜ່ານຂໍ້ຕົກລົງຂອງປະທານປະເທດແຫ່ງ ສສ ຫວຽດນາມ ກ່ຽວກັບການຍ້ອງຍໍ ໃຫ້ແກ່ຜູ້ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ ຂອງ ສສ ຫວຽດນາມ, ພ້ອມນັ້ນ ຍັງໄດ້ຜ່ານ ດໍາລັດ ຂອງນາຍົກລັດຖະມັນຕີ ແລະ ຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍໃຫ້ນາຍ ແລະ ພົນຕໍາຫຼວດ ກໍາລັງປ້ອງກັນຄວາມສະຫງົບທີ່ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມສຸດຍອດຕ່າງໆກ່ຽວກັບອາຊຽນໃນໄລຍະຜ່ານມາ; ໃນນີ້, ໄດ້ຮັບການຍ້ອງຍໍປະເພດຫຼຽນໄຊແຮງງານຊັ້ນ III ຈໍານວນ 05 ສະຫາຍ; ຫຼຽນກາແຮງງານ 57 ສະຫາຍ, ຍິງ 01 ສະຫາຍ; ໃບຍ້ອງຍໍລັດຖະບານ 15 ສະຫາຍ; ໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບ 54 ສະຫາຍ, ຍິງ 05 ສະຫາຍ; ໃບຍ້ອງຍໍກົມໃຫຍ່ການເມືອງ ປກສ 401 ສະຫາຍ, ຍິງ 49 ສະຫາຍ.
ໃນຕອນທ້າຍຂອງພິທີ ສະຫາຍປະທານ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງການຕໍ່ສູ່ປົດປ່ອຍປະເທດຊາດ ແລະ ການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສຂອງພັກ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ຊຶ່ງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຢູ່ເຂດຖານທີ່ໝັ້ນປະຕິວັດແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາສູງສຸດຂອງພັກ, ໄດ້ກໍາເນີດຂຶ້ນທາມກາງແປວໄຟຂອງສົງຄາມ, ຕໍ່ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ, ພັກໄດ້ນຳພາປວງຊົນລາວທັງຊາດ ປົດປ່ອຍປະເທດຊາດ, ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສາມາດລຶບລ້າງລະບອບສັກດີນາ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ນັບແຕ່ນັ້ນມາ ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນເຈົ້າຂອງປະເທດຊາດ ທີ່ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ, ເປັນແກນນໍາໃນລະບົບການເມືອງ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ, ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງ ຍົກລະດັບດີຂຶ້ນເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa