
ໃນວັນທີ 12 ສິງຫາ 2026 ນີ້ ແນວລາວສ້າງຊາດເມືອງ ແລະ ການນໍາຂອງເມືອງຮົ່ມ ແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວຈັດກອງປະຊຸມພົບປະໂອ້ລົມເຊື່ອມຊຶມມູນເຊື້ອການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງແນວລາວສ້າງຊາດ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ( 13 ສິງຫາ 1950 – 13 ສິງຫາ 2026 ) ຢູ່ທີຫ້ອງການບ້ານຫ້ວຍຊາຍ ໂດຍການເປັນປະທານຂອງທ່ານ ວຽງມະນີ ຢົງລໍ່ຢ່າງ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ໄທວ່າງ ໜາວເນັ້ງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີອໍານາດການປົກຄອງບ້ານຫ້ວຍຊາຍ ແລະ ບ້ານພູງູ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີພິທີກົ້ມຫົວໄວ້ອາໄລເຖິງດວງວິນຍານ ຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ອາດີດປະທານສູນກາງແນວລາວສ້າງຊາດ 1 ສະໄໝ. ຈາກນັ້ນທ່ານ ໄທວ່າງ ໜາວເນັ້ງ ໄດ້ເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງແນວລາວສ້າງຊາດ ເຊິ່ງສາເຫດແຫ່ງການກຳເນີດຂອງອົງການແນວລາວສ້າງຊາດເນື່ອງຈາກໃນຕົ້ນສະຕະວັດທີ 19 ປະເທດລາວ ໄດ້ຖືກສັກດິນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຄົນລາວບັນດາເຜົ່າທີ່ຮັກຫອມສັນຕິພາບ ບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງຂຶ້ນ, ຈຶ່ງໄດ້ລູກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຢ່າງເນື່ອງນິດລຽນຕິດໂດຍມີຂະບວນການຕໍ່ສູ້ຢູ່ທາງພາກໄຕ້ພາຍໃຕ້ການນໍາພາຂອງພໍ່ກະດວດ (ປີ 1901-1902); ຢູ່ເຂດດົງບໍລິເວນ ໃຕ້ການນໍາພາ ຂອງອົງແກ້ວ-ອົງກົມມະດໍາ (ປີ 1902-1937); ຂະບວນການຕໍ່ສູ້ ຢູ່ທາງພາກເໜືອ ໃຕ້ການນໍາພາຂອງເຈົ້າຟ້າປັດໄຈ (ປີ 1918-1922) ແລະ ຂະບວນການຕໍ່ສູ້ອື່ນໆ. ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນ ລ້ວນແຕ່ຖືກປາບປາມລົງຍ້ອນຫຼາຍສາເຫດ. ໃນນັ້ນ, ອັນຕົ້ນຕໍ ຍ້ອນບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງ (ບໍ່ທັນມີພັກປະຕິວັດນໍາພາ ຢ່າງຖືກຕ້ອງ); ຂະບວນການຕໍ່ສູ້ຕ່າງໆນັ້ນ ໄດ້ດໍາເນີນໄປແບບກະແຈກກະຈາຍ, ເກີດຢູ່ທ້ອງຖິ່ນໃຜມັນ, ຂາດການບັນຊາລວມສູນ, ບໍ່ມີການປະສານສົມທົບໃນຂອບເຂດທົ່ວປະເທດ, ບໍ່ສາມາດເຕົ້າໂຮມກຳລັງ ແລະ ເສີມຂະຫຍາຍກໍາລັງແຮງສັງລວມຂອງໝົດທັງຊາດ ຊຶ່ງສະແດງເຖິງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຍັງບໍ່ທັນແໜ້ນແຟ້ນ ແລະ ເປັນອັນໜຶ່ງອັນດຽວ; ໝາຍຄວາມວ່າບໍ່ທັນມີການຈັດຕັ້ງແນວໂຮມຢ່າງກວ້າງຂວາງ. ວັນທີ 1 ທັນວາ 1941 ຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ໄດ້ມີຄໍາສັ່ງກຽ່ວກັບການສ້າງຕັ້ງ ສໍາພັນທະມິດອ້າຍລາວເອກະລາດ, ຄໍາສັ່ງໄດ້ເວົ້າແຈ້ງວ່າ: “ສໍາພັນທະມິດອ້າຍລາວເອກະລາດ ແມ່ນຮູບການແນວ ໂຮມຕ້ານຈັກກະພັດຜູ້ຮຸກຮານຂອງຄົນລາວ”, ພັກໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ມີຊາວໄຮ່ນາເປັນກໍາລັງພື້ນຖານຂອງການປະຕິວັດ, ຂະບວນການຕໍ່ສູ້ລະບືຂຶ້ນຢູ່ເຂດ ຕ່າງໆ ແລະ ຢູ່ໃນຕົວເມືອງ ກ້າວໄປສູ່ການຢຶດອໍານາດ 23 ສິງຫາ 1945 ແລະ ປະກາດເອກະລາດ 12 ຕຸລາ 1945. ໃນນັ້ນທ່ານຍັງໄດ້ເລົ່າການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດໃນແຕ່ລະໄລຍະໂດຍມີຜົນງານດີເດັ່ນຍູ້ແຮງເພີ່ມທະວີກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນຢ່າງແໜ້ນແຟ້ນກວ່າເກົ່າບົນພື້ນຖານຄວາມເປັນເອກະພາບໃນອຸດົມການແຫ່ງການສ້າງປະເທດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ; ຖືຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງທົ່ວປວງຊົນເປັນປັດໄຈການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ; ປຸກລະດົມກຳລັງແຮງຂອງປະຊາຊົນທຸກຊົນເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ເຂົ້າຮ່ວມໃນ ທຸກຂະບວນການ-ວຽກງານ ແຫ່ງການພັດທະນາປະເທດຊາດຢ່າງຫ້າວຫັນ; ມີຜົນສໍາເລັດຢ່າງຈົບງາມບົນພື້ນຖານຄວາມຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຍູ້ແຮງເຮັດບົດບາດໃນການໂຄສະນາ, ສຶກສາອົບຮົມ, ປຸກລະດົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໃນການປະຕິບັດແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາ ເສດຖະກິດສັງຄົມຂອງຊາດ ແຕ່ລະໄລຍະ; ຫັນທິດລົງກໍ່ສ້າງວຽກງານແນວໂຮມຂັ້ນເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງວຽກງານແນວໂຮມຂັ້ນບ້ານໃຫ້ເປັນຫົວໜ່ວຍພັດທະນາເປັນບ່ອນຈັດຕັ້ງປະຕິບັດຕົວຈິງໃນທຸກຂົງເຂດວຽກງານຂອງແນວລາວສ້າງຊາດ ແລະ ອື່ນໆອີກ.

ໃນໂອກາດທີມີຄວາມໝາຍຄວາມສໍາຄັນນີ້ທ່ານປະທານໄດ້ມີຄໍາເຫັນໂອ້ລົມໂດຍທ່ານໄດ້ເນັ້ນຫຼາຍບັນຫາທີ່ສໍາຄັນໃຫ້ອໍານາດການປົກຄອງບ້ານເຊັ່ນ:
1. ຈົ່ງເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າກໍ່ຄືຊິງຊາວແຕ່ລະຊິງຊາວໃຫ້ມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍນໍ້າໃຈຂາວສະອາດຈົບງາມ, ບໍ່ໃຈ້ແຍກຮິດຄອງປະເພນີ, ສາສະໜາ ແລະ ສຶກສາອົບຮົມລູກຫຼານ, ພໍ່ແມ່ຜູ້ປົກຄອງບໍ່ໃຫ້ມີການປະລ້າການຮຽນ ພ້ອມທັງເປັນເຈົ້າການລະດົມຄູອາຈານໃຫ້ເນັ້ນການອ່ານ, ການເວົ້າສັບພາສາລາວໃຫ້ຫຼາຍຂື້ນຕື່ມ.
2. ເພີ່ມທະວີເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ.
3. ເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນບັນດາເຜົ່າ.
4. ເພີ່ມທະວີປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມເສຍສະຫຼະ, ເສຍພັນທະຕໍ່ປະເທດຊາດກໍ່ຄືຕໍ່ຕົນເອງ.
5. ສືບຕໍ່ນໍາພາ-ຊີ້ນໍາກໍາລັງ ປກສ ບ້ານ ແລະ ກອງຫຼອນບ້ານຈັດຕັ້ງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃນຂອບເຂດຄວາມຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພຫຼີກເວັ້ນໄດ້ບັນຫາຢາເສບຕິດ.
ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງມີຄວາມເຊື່ອໝັ້ນຕໍ່ກັບແນວທາງ, ແຜນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງພັກ-ລັດ ແຕ່ຂັ້ນເທິງລົງຮອດທ້ອງຖິ່ນຢ່າງເຂັ້ມງວດ.