ກອງປະຊຸມເປີດກ້ວາງ ຄັ້ງທີ 1 ປີ 2026 ຄະນະກຳມະການປົກຄອງ ຂອງແຂວງໄຊສົມບູນ

ຄະນະກຳມະການປົກຄອງ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເປີດກ້ວາງ ຄັ້ງທີ 1 ປີ 2026 ໃນຕອນເຊົ້າຂອງວັນທີ 29 ມິຖຸນາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍ ບັນດາສະມາຊິກອົງການປົກຄອງແຂວງ ແລະ ປະທານປົກຄອງເມືອງ 5 ເມືອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຊຶ່ງກອງປະຊຸມຄັ້ງນີ້ ກໍເພື່ອສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ບັນດາຄາດໝາຍທີ່ໄດ້ກໍານົດໄວ້ ວ່າອັນໃດປະຕິບັດແລ້ວ, ອັນໃດຍັງຄ້າງຄາ, ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຄືແນວໃດ ແລະ ສາເຫດຍ້ອນຫຍັງ ເພື່ອພ້ອມກັນຄົ້ນຄວ້າ ມີມາດຕະການແກ້ໄຂ ໃຫ້ບັນລຸຕາມແຜນທີ່ວາງໄວ້ ພ້ອມນີ້ ຍັງຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າປຶກສາຫາລື ແລະ ກໍານົດແຜນວຽກຈຸດສຸມຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕໍ່ໜ້າ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ, ການຄຸ້ມຄອງບັນດາໂຄງການລົງທຶນຂອງພາກລັດ, ການເຊົ່າສໍາປະທານຊັບສິນຂອງລັດ,ການຄຸ້ມຄອງບັນດາໂຄງການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ການຂື້ນສໍາໂນທີ່ດິນ, ອອກໃບຕາດິນຖາວອນ, ການຄຸ້ມຄອງບັນຫາສິ່ງແວດ ລ້ອມທໍາມະຊາດ-ສັງຄົມ, ການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາແຂວງໄຊສົມບູນ ຕິດພັນກັບການຊຸກຍູ້, ສົ່ງເສີມ ການສະໜອງແຫຼ່ງທຶນ ໃຫ້ແກ່ກຸ່ມການຜະລິດເປັນສິນຄ້າ (ການປູກ-ການລ້ຽງ) ຂອງປະຊາຊົນ, ການສ້າງກອງທຶນບ້ານ, ການກວດກາ ແລະ ປະເມີນບັນດາໂຄງການຂຸດຄົ້ນແຮ່ທາດ, ການກໍ່ສ້າງສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
ຈາກນັ້ນ ທ່ານ ວັນຄຳເກັ່ງ ຢ່າຊົງກົວ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ໄດ້ລາຍງານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງຄະນະກຳມະການປົກຄອງ ແຂວງ ໃນໄລຍະ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2026 ຕະຫຼອດໄລຍະຜ່ານມາ ຄະນະກຳມະການປົກຄອງແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາ ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ, ຕິດພັນກັບການຈັດຕັ້ງປະຕິບັດດຳລັດ 414/ລບ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ພ້ອມທັງ ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢ່າງແຂງແຮງ, ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ອັດຕາການຂະຫຍາຍໂຕຂອງເສດຖະກິດບັນລຸ 7,16%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 1,800 ກວ່າຕື້ກີບ, ສະເລ່ຍຕໍ່ຫົວຄົນບັນລຸໄດ້ 16 ລ້ານກວ່າກີບ ຫຼື ເທົ່າກັບ 700 ກວ່າໂດລາສະຫະລັດ, ດ້ານການລົງທຶນ ໄດ້ຮັບອະນຸມັດງົບປະມານລົງທຶນຂອງລັດ ທັງໝົດ 172 ໂຄງການ, ມູນຄ່າ 170 ກວ່າຕື້ກີບ, ໃນນີ້ ສູນກາງອະນຸຍາດ 54 ໂຄງການ, ມູນຄ່າ 160 ກວ່າຕື້ກີບ, ການຈັດເກັບລາຍຮັບເຂົ້າງົບປະມານໄດ້ 1,200 ກວ່າຕື້ກີບ, ຄຸ້ມຄອງລາຍຈ່າຍງົບປະມານ ປະຕິບັດໄດ້ 200 ກວ່າຕື້ກີບ. ສ່ວນວຽກງານດ້ານອື່ນໆ ກໍໄດ້ມີການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ. ຈາກນັ້ນ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ຂອງເມືອງ ແລະ ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳເຫັນຕໍ່ບັນຫາທີ່ໄດ້ຍົກມາຄົ້ນຄວ້າໃນກອງປະຊຸມ ເພື່ອສ້າງຄວາມເປັນເອກະພາບ ແລະ ສາມາດນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນທີ່ວາງໄວ້.ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa