
ໃນວັນທີ 28 ເມສາ 2026 ນີ້ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຮົ່ມ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນແຂວງໄຊສົມບູນ ຊຸດທີ 5 ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງແຂວງໄຊສົມບູນ, ມີທ່ານ ຄຳພຸດ ແກ້ວວົງພອນ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງຮົ່ມ, ມີບັນດາສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຮົ່ມ, ບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ກົມກອງ, ທະຫານ, ຕໍາຫຼວດ ແລະ ພະນັກງານ-ລັດພະກອນຂອງເມືອງ ເຂົ້າຮ່ວມ.

ໂອກາດນີ້ທ່ານ ຄຳພຸດ ແກ້ວວົງພອນ ໄດ້ຂຶ້ນເຜີຍຜົນສຳເລັດຂອງກອງປະຊຸມປະຖົມມະລຶກຂອງສະມາຊິກສະພາປະຊາຊົນແຂວງ ຊຶ່ງກອງປະຊຸມໄດ້ຈັດຂຶ້ນໃນວັນທີ 7-9 ເມສາ 2026 ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບູນຍວງ ກຳມະການສູນກາງພັກ, ປະທານສະພາປະຊາຊົນແຂວງ ກອງປະຊຸມໄດ້ພິຈາລະນາຮັບຮອງຫຼາຍໜ້າວຽກທີ່ສຳຄັນເປັນຕົ້ນ ພິຈາລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະນະລະກອນຂອງສະພາປະຊາຊົນແຂວງ ດ້ວຍຄະແນນສຽງເຫັນດີເປັນເອກະສານຮັບຮອງເອົາ ທ່ານ ພອຍຄຳ ຮຸ່ງບູນຍວງ ເປັນປະທານສະພາປະຊາຊົນແຂວງ, ທ່ານ ນາງ ຄຳສີ ສິດທິວໍລະດາ, ທ່ານ ຄົວຈັ້ງ ດຣາເຊັ້ງ ເປັນຮອງປະທານສະພາປະຊາຊົນແຂວງ; ຮັບຮອງເອົາບົດສະຫຼູບການຈັດຕັ້ງປະຕິບັດແຜນການເຄືອນໄຫວວຽກງານ 5 ປີຂອງສະພາປະຊາຊົນແຂວງ ຊຸດທີ 4; ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຂອງສະພາປະຊາຊົນແຂວງ ຊຸດທີ 5; ຮັບຮອງເອົາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ 2 ຂອງແຂວງ; ຮັບຮອງເອົາທ່າແຮງ, ທິດທາງລວມ, ເປົ້າໝາຍລວມ, ວຽກງານບຸລິມາສິດຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີຕໍ່ໜ້າ ແລະ ວຽກງານອື່ນໆ, ຈາກນັ້ນ ທ່ານ ມອນໄຊ ລາວມົວຊົ່ງ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ່ 10 ໄດ້ໄຂຂຶ້ນໃນວັນທີ 23-27 ມີນາ 2026 ນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກ, ປະທານປະເທດ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບການຈັດຕັ້ງ, ເລືອກຕັ້ງ ແລະ ຮັບຮອງບຸກຄະລະກອນຂອງລະບົບອຳນາດລັດ ດ້ວຍຄະແນນສຽງເຫັນດີເປັນເອກະສານ ເລືອກຕັ້ງທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງປະທານສະພາແຫ່ງຊາດ, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການພິຈາລະນາ; ຮັບຮອງດ້ານຫຼັກການ ໂຄງການລົງທືນກໍ່ສ້າງເສັ້ນທາງລົດໄຟ ຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບ BOT; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງສານປະຊາຊົນ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງອົງການໄອຍະການປະຊາຊົນ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງອົງການກວດກາແຫ່ງລັດ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງສະພາແຫ່ງຊາດຊຸດທີ່ 10 ແລະ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຊຸດທີ່ 10 ແລະ ພິຈາລະນາ; ຮັບຮອງ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ທັງໝົດຈຳນວນ 20 ສະບັບ.
ທ້າຍກອງປະຊຸມ ທ່ານ ມອນໄຊ ລາວມົວຊົ່ງ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກສະພາ ແລະ ພະນັກງານ-ຫຼັກແຫຼ່ງຂອງເມືອງຮົ່ມ ຈົ່ງເປັນຫູເປັນຕາ ແລະ ເປັນເຈົ້າການຳພາ-ຊິ້ນໍາໃນການເຄື່ອນໄຫວໜ້າທີ່ວຽກງານໃຫ້ມີປະສິດດທິພົນສູງ.
