
ສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ໄດ້ໄຂກອງປະຊຸມຄັ້ງປະຖົມມະລຶກ ໃນຕອນເຊົ້າຂອງວັນທີ 7ເມສາ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາພັກແຂວງ ແຂວງໄຊສົມບູນ, ສະມາຊິກສະພາແຫ່ງຊາດ ຊຸດທີ X, ມີປະທານຄະນະກໍາມະການປົກຄອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 18 ແຂວງໄຊສົມບູນ ຊຸດທີ IX ແລະ ຊຸດທີ X, ສະມາຊິກສະພາ ປະຊາຊົນແຂວງ ຊຸດທີ IV ແລະ ຊຸດທີ V, ພະນັກງານອາວຸໂສບຳນານ, ຕາງໜ້າອົງການຈັດຕັ້ງພັກ-ລັດ, ນາຍບ້ານ-ບ້ານເທດສະບານ, ວິສາຫະກິດທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ແດງ ປະທຸມທອງ ໄດ້ກ່າວສຸນທອນພົດເປີດກອງປະຊຸມ ວ່າ: ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງ ແຂວງ ຄື: ຮັບຟັງການລາຍງານຂອງຄະນະກໍາມະການເລືອກຕັ້ງ ແຂວງໄຊສົມບູນ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເລືອກຕັ້ງປະທານ, ຮອງປະທານສະພາປະຊາຊົນແຂວງ ແລະ ກໍາມະການຄະນະປະຈໍາສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V, ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງ ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ ສະພາປະຊາ ຊົນແຂວງ ຊຸດທິ V, ພິຈາລະນາຮັບຮອງເອົາ ໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງ ຊຸດທີ V, ພິຈາລະນາຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ແລະ ທິດທາງ ແຜນການ 5 ປີ ຂອງແຂວງ, ພິຈາລະນາຮັບເອົາແຜນການເຄື່ອນໄຫວວຽກງານ 5 ປີ ແລະ ທິດທາງ ແຜນການ 5 ປີ ຂອງສະພາປະຊາຊົນ ແຂວງ ຊຸດທີ V, ພິຈາລະນາຮັບຮອງ ແຜນການສ້າງນິຕິກຳໃຕ້ກົດໝາຍ 5 ປີ ຂອງຄະນະກຳມະການປົກຄອງແຂວງ, ພິຈາລະນາຮັບຮອງແຜນການເຄື່ອນໄຫວວຽກງານ 5 ປີ ແລະ ທິດທາງ ແຜນການ 5 ປີ ຂອງອົງການກວດກາລັດແຂວງ, ຂອງສານປະຊາຊົນແຂວງ ແລະ ຂອງອົງການໄອຍະການປະຊາຊົນແຂວງ , ພິຈາລະນາຮັບຮອງ ແຜນການເຄື່ອນໄຫວວຽກງານ ແຜນ ການ 5 ປີ ການແກ້ໄຂຄວາມທຸກຍາກ ຂອງແຂວງໄຊສົມບູນ.

ໃນວາລະຂອງກອງປະຊຸມມື້ນີ້ ໄດ້ຮັບຮອງເອົາປະທານ, ຮອງປະທານ ແລະ ກໍາມະການຄະນະປະຈໍາສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ຄື: ທ່ານ ພອຍຄໍາ ຮຸ່ງບຸນຍວງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເປັນປະທານສະພາປະຊາຊົນ ແຂວງໄຊສົມບູນ, ທ່ານ ນາງ ຄໍາສີ ສິດທິວໍລະດາ, ຄະນະປະຈໍາພັກແຂວງ ແລະ ທ່ານ ຄົວຈັ້ງ ດຣາເຊັ້ງ, ກໍາມະການພັກແຂວງ, ເປັນຮອງປະທານສະພາປະຊາຊົນ ແຂວງໄຊສົມບູນ ແລະ ຮັບຮອງເອົາກໍາມະການຄະນະປະຈໍາສະພາປະຊາຊົນ ແຂວງ 4 ທ່ານ . ຈາກນັ້ນ ປະທານສະພາປະຊາຊົນແຂວງ ຊຸດເກົ່າ ກໍໄດ້ລາຍງານການປະຕິບັດໜ້າທີ່ໃນໄລຍະ 5 ປີ ຜ່ານມາ ພ້ອມທັງກ່າວລາໜ້າທີ່ ແລະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍໄດ້ຂຶ້ນກ່າວຮັບໜ້າທີ່ ປະທານສະພາປະຊາຊົນ ແຂວງຊຸດໃໝ່ ຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນ ຈຶ່ງຈະສຳເລັດ.