
ທ່ານ ປອ ນາງ ຈັນທະສອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະການນຳ ແຂວງໄຊສົມບູນ ເພື່ອຢ້ຽມຢາມຖາມຂ່າວ ແລະ ແຈ້ງຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ປະທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ ໄດ້ກ່າວຕ້ອນຮັບ ພ້ອມທັງ ລາຍງານສະພາບລວມຂອງແຂວງໂດຍຫຍໍ້ ໂດຍສະເພາະແມ່ນ ວຽກງານກະສິກໍາ ແລະ ສິ່ງແວດລ້ອມແຂວງ ໃຫ້ທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ຮັບຊາບ.

ຈາກນັ້ນ ທ່ານ ປອ ນາງ ຈັນທະສອນ ບົວລະພັນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໂດຍມີ ທ່ານ ພູແກ້ວ ອິນທະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງພ້ອມດ້ວຍ ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມຕ້ອນຮັບ.
ໂອກາດດັ່ງກ່າວ ທ່ານ ພູແກ້ວ ອິນທະວົງ ໄດ້ລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານ ລວມທັງຂໍ້ສະເໜີຕ່າງໆ ທີ່ທາງພະແນກກະສິກໍາ ແລະ ສິ່ງແວດລ້ອມ ຍັງຂາດເຂີນ ເປັນຕົ້ນແມ່ນ ວຽກງານໂຄງການປູກດອກໄມ້ເມືອງໜາວ, ການປູກພືດຜັກໃນເຮືອນຮົ່ມ ແລະ ໝາກໄມ້ເປັນສິນຄ້າ, ວຽກງານການຟື້ນຟູການແກ້ໄຂໄພພິບັດ ຢູ່ແຂວງໄຊສົມບູນ ແລະ ບຸກຄະລາກອນ ເພື່ອໃຫ້ທ່ານຮອງລັດຖະມົນຕີກະຊວງສິກໍາ ແລະ ສິ່ງແວດລ້ອມ ໄດ້ຮັບຊາບ ແລະ ນໍາໄປຄົ້ນຄວ້າພິຈາລະນາຊ່ວຍ ແຂວງໄຊສົມບູນ ໃນຕໍ່ໜ້າ. ຂະນະດຽວກັນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕື່ມອີກ. ໃນຕອນທ້າຍ ທ່ານ ປອ ນາງ ຈັນທະສອນ ບົວລະພັນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມ ຊຶ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ຄະນະແນກ ສືບຕໍ່ເອົາໃຈໃສ່ປະຕິບັດຕາມແຜນການທີ່ວາງໄວ້ ໂດຍສະເພາະ ແຜນ 5 ປີ ເພື່ອຕອບສະໜອງໃສ່ແຜນພັດທະນາ ຂອງກະຊວງໃຫ້ສໍາເລັດ ເພື່ອຫັນມາເປັນແຜນງານລະອຽດ, ສືບຕໍ່ເອົາໃຈໃສ່ຕິດຕາມ, ກວດກາວຽກງານສະບຽງອາຫານ ສິ່ງສໍາຄັນແມ່ນການຜະລິດເປັນສິນຄ້າ ພ້ອມນີ້ ໃຫ້ສືບຕໍ່ຊຸ້ກຍູ້, ຕິດຕາມ-ກວດກາ ບັນດາໂຮງງານມັນຕົ້ນ ໃຫ້ລະອຽດຄັກແນ່ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ພ້ອມທັງ ເອົາໃຈໃສ່ ຕິດຕາມ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບທີ່ດິນ ໃນການພັດທະນາ ປູກດອກໄມ້ເມືອງໜາວ ພ້ອມນີ້ ໃຫ້ຮັກສາຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ ເພື່ອສືບຕໍ່ພັດທະນາວຽກງານກະສິກໍາຂອງ ແຂວງໄຊສົມບູນ ໃຫ້ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ກໍໃຫ້ຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ໃຫ້ມີຜົນສໍາເລັດ.
