ກອງປະຊຸມ ປະເມີນຜົນການປະຕິບັດວຽກງານ ພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງ ໄຊສົມບູນ ປະຈຳປີ 2023

 

ະນະໂຄສະນາອົບຮົມແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມ ປະເມີນຜົນການປະຕິບັດວຽກງານ ຂອງຫົວໜ້າ, ອາດິດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງປະຈຳປີ 2023 ຂຶ້ນ ໃນຕອນເຊົ້າຂອງວັນທີ 20 ຕຸລາ 2023 ນີ້ ຢູ່ທີ່ຫ້ອງປະຈໍາການ ຂອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ, ມີຫົວໜ້າ, ອາດິດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຕະຫຼອດຮອດຄະນະກຳມະການປະເມີນຂັ້ນແຂວງ ແລະ ພະນັກງານ-ລັດຖະກອນພາຍໃນ ເຂົ້າຮ່ວມ.

ໂອກາດນີ້ ປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະນັກງານ-ລັດຖະກອນ ເພື່ອຊອກໃຫ້ເຫັນບຸກຄົນດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງແຕ່ລະບຸກຄົນ ພ້ອມນີ້ ທ່ານໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ ທຸກທ່ານ ຈົ່ງເອົາໃຈໃສ່ໃນການປະເມີນ ຕຳນິຕິຊົມ, ກໍ່ສ້າງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອປັບປຸງດ້ານອ່ອນຂໍ້ຄົງຄ້າງ ແລະ ຊອກຫາວິທີແກ້ໄຂໃຫ້ດີຂຶ້ນ, ບົນຫຼັກການລວມສູນປະຊາທິປະໄຕ, ຮັບປະກັນຄວາມໂປ່ງໃສ, ຄວາມສະເໝີພາບ, ຍຸຕິທຳ ທັງຮັບປະກັນການປະຕິບັດຕາມວິທີຂັ້ນຕອນຂອງການປະເມີນຜົນທີ່ກຳນົດໄວ້. ຈາກນັ້ນ ຕາງໜ້າພະແນກພາຍໃນແຂວງ ຄະນະກຳມະການປະເມີນຂັ້ນແຂວງ ໄດ້ຂຶ້ນແນະນໍາວິທີການ ແລະ ຂັ້ນຕອນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຊຶ່ງເປັນການປະເມີນຜົນງານປົກກະຕິ ຂອງພະນັກງານ-ລັດຖະກອນ ແລະ ການປະເມີນແມ່ນໃຫ້ຄະແນນຕາມເນື້ອໃນມາດຕະຖານແຕ່ລະດ້ານຄື: ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້, ຄວາມສາມາດ ແລະ ປະສົບການ, ຜົນສຳເລັດໃນການປະຕິບັດວຽກງານ.

ພ້ອມດຽວກັນນັ້ນ ກອງປະຊຸມໄດ້ດໍາເນີນການປະເມີນຜົນ ຊຶ່ງພະນັກງານແຕ່ລະທ່ານ ໄດ້ຂຶ້ນຜ່ານໃບເກັບກ່ຽວຜົນງານ ຕາມແຕ່ລະຂັ້ນຕອນ ແລະ ເນື້ອໃນມາດຕະຖານທີ່ໄດ້ກໍານົດໄວ້ ກໍຄືການຍົກເອົາຜົນສໍາເລັດ ໃນໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍໃຫ້ຕົນຮັບຜິດຊອບ ລວມທັງຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂເພື່ອໃຫ້ໝູ່ຄະນະໄດ້ຕີລາຄາ ແລະ ພ້ອມກັນປັບປຸງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຮັບປະກັນໃຫ້ວຽກງານມີຄວາມກ້າວໜ້າ ທັງໄດ້ຮັບຜົນສໍາເລັດ ດີຂຶ້ນກ່ວາເກົ່າ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa