ກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີຄະນະພັກຈາກພະແນກການ, ອົງການ, ກົມກອງ ພ້ອມດ້ວຍເລຂາ-ຮອງເລຂາພັກເມືອງ ຕະຫຼອດຮອດຫ້ອງການທີ່ກ່ຽວຂ້ອງ 5 ເມືອງ ເຂົ້າຮ່ວມ

ໂອກາດກ່າວເປີດກອງປະຊຸມ ສະຫາຍ ພົຕ ວົງສອນ ອິນປານພິມ ໄດ້ມີຄໍາເຫັນຊີ້ນໍາໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ໂດຍຍົກເອົາບັນຫາສະພາບການຫາງສຽງຈາກສັງຄົມ ແລະ ຈາກກຸ່ມຄົນບໍ່ດີ ທີ່ເປັນການໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີ ພັກ-ລັດ, ການຫາງສຽງ ທີ່ກະທົບເຖິງແນວຄິດຈິດໃຈ ແລະ ສິດທິມະນຸດ ອື່ນໆ ມາປະກອບຄໍາຄິດ-ຄໍາເຫັນ, ປຶກສາຫາລື ເພື່ອຮັບປະກັນໃຫ້ກອງປະຊຸມ ດໍາເນີນໄປດ້ວຍຜົນສໍາເລັດ ແລະ ມີເນື້ອໃນຄົບຖ້ວນ. ຈາກນັ້ນ, ສະຫາຍ ຄົວຈັ້ງ ດຣາເຊັ້ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບ ຕີລາຄາການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຊຶ່ງຕະຫຼອດໄລຍະ 6 ເດືອນຜ່ານມາ ຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມສູນກາງພັກ ໃນການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງ ຄົມ ທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ການບິດເບືອນໃສ່ຮ້າຍປ້າຍສີ ຈາກກຸ່ມຄົນບໍ່ຫວັງດີຕໍ່ປະເທດຊາດ, ຕໍ່ການນໍາພາຂອງພັກ-ລັດ ກໍຄືຕໍ່ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ເປັນຕົ້ນແມ່ນສະພາບແນວຄິດ-ຫາງສຽງສັງຄົມ ທີ່ເປັນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຄື ໃນໄລຍະຜ່ານມາ ຍັງເຫັນວ່າມີສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຈໍານວນໜຶ່ງ ຍັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວສິ່ງທີ່ຜິດກົດໝາຍ, ຍັງມີການຈັບຈອງທີ່ດິນຂອງລັດ ໂດຍທີ່ບໍ່ໄດ້ຮັບອະນຸຍາດ, ການຫາງສຽງຕໍ່ຄວາມຫຍຸ້ງຍາກ ໃນການນໍາໃຊ້ເສັ້ນທາງສັນຈອນໄປມາ ແລະ ອື່ນໆ. ຊຶ່ງຕໍ່ກັບບັນຫາ ດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ໄດ້ວາງທິດທາງແຜນການໃນຕໍ່ໜ້າຄື ຈະສືບຕໍ່ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຢູ່ຂັ້ນແຂວງ ແລະ ເມືອງ ເພື່ອຂໍທິດຊີ້ນໍາແກ້ໄຂຈາກຂັ້ນເທິງ ໃຫ້ທັນກັບເວລາ, ສືບຕໍ່ໂຄສະນາ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທຸກເປົ້າໝາຍ ແນໃສ່ຕ້ານການໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ຂອງກຸ່ມຄົນບໍ່ຫວັງດີ ແລະ ສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ ໃນໄລຍະຜ່ານມາ ໃຫ້ສອດຄ່ອງກັບສະພາບ ໃນແຕ່ລະໄລຍະ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນລາຍງານສະພາບແນວຄິດ-ຫາງສຽງສັງຄົມ ທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕື່ມອີກ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa