ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ II

ໃນຕອນເຊົ້າຂອງວັນທີ 24 ຕຸລາ 2023 ນີ້ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ II ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານເຂົ້າຮ່ວມຂອງ ສະຫາຍ ຄົວຈັ້ງ ດຣາເຊັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ເນັ່ງຢ່າງ ໃຈຫວັງໝັ້ນ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານ ຄະນະບໍລິຫານງານສະຫະພັນກຳມະບານແຂວງ , ສະຫາຍ ລີວອນ ເລັ່ງຊົ່ງ ປະທານ ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ມີປະທານ – ຮອງປະທານກຳມະບານຮາກຖານຈາກກຸ່ມການເມືອງ ພ້ອມດ້ວຍບັນດາສະມາຊິກກຳມະບານພາຍໃນກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ ທັງໝົດ: 17 ສະຫາຍ, ຍິງ 3 ສະຫາຍ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງ ທັງສອງພາກ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າກອງປະຊຸມ ຊຶ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກ, ເຮັດໃຫ້ສະມາຊິກກຳມະບານທຸກສະຫາຍມີສະຕິຕື່ນຕົວຕໍ່ກັບຄະນະພັກ, ຄະນະນໍາ, ເອົາໃຈໃສ່ນໍາພາ-ຊີ້ນໍາໃຫ້ແກ່ຖັນແຖວສະມາຊິກກຳມະບານຄົ້ນຄວ້າຊອກຮູ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປັບປຸງແບບແຜນວິທີເຮັດວຽກຕາມພາລະບົດບາດ, ສິດ ແລະ ໜ້າທີ່, ມີຄວາມຫ້າວຫັນ ຕໍ່ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ ແລະ ສາມາດຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໄດ້ດີຕະຫຼອດມາ.

ກອງປະຊຸມດັ່ງກ່າວຍັງໄດ້ຜ່ານລະບຽບຂອງການປ່ອນບັດເລືອກຕັ້ງ ແລະ ມາດຖານເງື່ອນໄຂຂອງ ກໍາມະບານຮາກຖານຄະນະ ຊຸດໃໝ່, ພ້ອມກັນນັ້ນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນເພື່ອປ່ອນບັດ ຄັດເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່ ໄດ້ມີຜູ້ລົງສະໝັກ 5 ສະຫາຍ, ໃນນັ້ນເລືອກເອົາ 3 ສະຫາຍ, ໃນກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີເປັນເອກະສັນເລືອກເອົາ ສະຫາຍ ລີວອນ ເລັ່ງຊົ່ງ ເປັນປະທານ, ສະຫາຍ ໃຈຢ່າງ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ສະຫາຍ ເນັ້ງທໍ່ ໄຊຈູ ເປັນຄະນະ.

ຕອນທ້າຍ ສະຫາຍ ຄົວຈັ້ງ ດຣາເຊັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ເນັ່ງຢ່າງ ໃຈຫວັງໝັ້ນ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານ ຄະນະບໍລິຫານງານສະຫະພັນກຳມະບານແຂວງ ຊຶ່ງທັງສອງສະຫາຍ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກໍາມະບານຮາກຖານໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກຳມະບານທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ ແລະ ຍັງເນັ້ນໜັກໃຫ້ຄະນະຊຸດໃໝ່ ສຶບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກກໍ່ຄືຄະນະໂຄສະນາອົບຮົມແຂວງ, ພ້ອມຖືເອົາວຽກງານການເມືອງ-ແນວຄິດເປັນບັນຫາຕົ້ນຕໍ, ເປັນກົກ ເພື່ອເຮັດໃຫ້ສະມາຊິກກຳມະບານຂອງຮາກຖານເຂົ້າໃຈເຖິງພາລະບົດບາດສິດ ແລະ ໜ້າທີ່ ຂອງກົດລະບຽບກຳມະບານລາວວາງອອກ, ສຶບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງ, ເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນ, ຕັ້ງໜ້າເຜີຍແຜ່ເຊື່ອມຊຶມມະຕິຄໍາສັ່ງ,ຂອງພັກ-ລັດ, ກົດໝາຍ ແລະ ກົດລະບຽບກໍາມະບານລາວວາງອອກ, ໃຫ້ແກ່ຖັນແຖວສະມາຊິກກຳມະບານພາຍໃນຮາກຖານ ເພື່ອນໍາໄປຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ດີຂຶ້ນກວ່າເກົ່າ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa