
ຄະນະໂຄສະນາອົບຮົມແຂວງໄຊສົມບູນ ເຄື່ອນໄຫວຊຸກຍູ້ວຽກງານຄະນະໂຄສະນາອົບຮົມເມືອງທ່າໂທມ
ໃນຕອນບ່າຍຂອງວັນທີ 10 ມີນາ 2026 ນີ້ ທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກ ຊຸກຍູ້ວຽກງານໂຄສະນາອົບຮົມ ເມືອງທ່າໂທມ ໂດຍການເຂົ້າຮ່ວມຂອງທ່ານ ບຸນຜອງ ຄຳມີໄຊ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ມີຮອງຫົວໜ້າຫ້ອງການ, ບັນດາພະນັກງານຂອງຫ້ອງການໂຄສະນາອົບຮົມ ເມືອງທ່າໂທມ ເຂົ້າຮ່ວມ.

ໃນການລົງເຄື່ອນໄຫວຊຸກຍູ້ວຽກງານ ແລະ ພົບປະໃນຄັ້ງນີ້ ໄດ້ຮັບຝັງການລາຍງານວຽກງານຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຈາກທ່ານຫົວໜ້າຫ້ອງການໂຄສະນາອົບຮົມ ເມືອງທ່າໂທມ ເຊຶ່ງໄລຍະຜ່ານມາທາງຄະນະກໍໄດ້ເອົາໃຈໃສ່ໃນການຊິ້ນຳ-ນຳພາວຽກງານໂຄສະນາຢ່າງໃກ້ສິດ ເຮັດໃຫ້ພະນັກງານມີແນວຄິດອຸ່ນອຽນທຸນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ໃນໄລຍະ 1 ປີ ຜ່ານມາ ສາມາດຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶ່ມ ບັນດາເອກະສານສຳຄັນຂອງພັກ ແລະ ຈັດປະຖະກະຖາ ໄດ້ທັງໝົດ 12 ຄັ້ງ, ໄດ້ສໍາເລັດການສ້າງ ແລະ ມອບໃບຢັ້ງຢືນໃຫ້ບ້ານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ໄດ້ 2 ບ້ານຄື: ບ້ານໂພນຮົ່ມ ແລະ ບ້ານພຽງສະຫວາດ; ໄດ້ຈັດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ, ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ກັບຄະນະພັກບ້ານ, ຫົວໜ້າຊີ່ງຊາວ, ຜູ້ຊົງຄຸນວຸດທິ, ເຖົ້າແກ່ແນວໂຮມ, ຊາວໜຸ່ມ, ແມ່ຍິງ ໄດ້ 3 ຊຸດ ມີນັກສຳມະນາກອນ 47 ທ່ານ ຍິງ 4 ທ່ານ ຄື: ກຸ່ມບ້ານຍາມຈະເລີນ, ກຸ່ມບ້ານໃນເທດສະບານ ແລະ ກຸ່ມບ້ານທ່າວຽງ ໄດ້ເອົາໃຈໃສ່ເພີ່ມທະວີວຽກງານກໍ່ສ້າງ, ຂະຫຍາຍມະຫາຊົນເຂົ້າພັກ ໃນການຈັດຕັ້ງເຊື່ອມຊຶມ, ຮໍ່າຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຜູ້ທີ່ຈະເຂົ້າເປັນສະມາຊິກພັກໄດ້ 11 ຊຸດ, ມີມະຫາຊົນກ້າວໜ້າທັງໝົດ 44 ສະຫາຍ, ຍິງ 11 ສະຫາຍ ແລະ ວຽກງານອື່ນໆກໍ່ສຳເລັດຕາມລະດັບຄາດໝາຍ; ພ້ອມດຽວກັນນີ້ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ; ທີ່ສໍາຄັນ ທ່ານ ນາງ ຄໍາສີ ສິດທິວໍລະດາ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ວຽກງານຄະນະໂຄສະນາອົບຮົມເມືອງທ່າໂທມ ຕື່ມອີກ.