ຄະນະໂຄສະນາອົບຮົມແຂວງໄຊສົມບູນ ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າຂອງວັນທີ 28 ກຸມພາ 2024 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງແຂວງໄຊສົມບູນ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ຜູ້ໃໝ່. ທີ່ຫ້ອງປະຊຸມ ຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ສະຫາຍ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອົງການຂົງເຂດການເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງານພາຍໃນ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

ກອງປະຊຸມໄດ້ມີການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ຈາກສະຫາຍ ຄົວຈັ້ງ ດຣາເຊັ້ງ ຊຶ່ງໄດ້ສະແດງໃຫ້ເຫັນເຖິງການເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ໄປຄຽງຄູ່ກັບການນໍາພາຈັດຕັ້ງປະຕິບັດເປັນເຈົ້າການຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ,ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງໃນແຕ່ລະໄລຍະ ແລະ ນໍາໄປໂຄສະນາເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຫຼັງຈາກນັ້ນກໍໄດ້ເຊັນບົດບັນທຶກ ລະຫວ່າງ ສະຫາຍ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນຜູ້ເກົ່າ ແລະ ສະຫາຍ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງມາຮັບໜ້າທີ່ໃໝ່ ເປັນເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ ຜູ້ໃໝ່ ພ້ອມດຽວກັນນີ້ ກໍໄດ້ເຊັນບົດບັນທຶກມອບ-ຮັບ ໜ້າທີ່ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນຢ່າງເປັນທາງການ.

ຕອນທ້າຍກອງປະຊຸມ ໄດ້ຮັບການໂອ້ລົມຂອງສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ, ຜູ້ຊີ້ນໍາວຽກງານພັກ-ພະນັກງານໄດ້ມີ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ສາມາດຈັດຕັ້ງປະຕິບັດຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານໂຄສະນາໃນໄລຍະຜ່ານມາ ແລະ ໄດ້ເໜັ້ນໜັກໃຫ້ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່ ຈົ່ງສືບຕໍ່ເອົາໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຄະນະໂຄສະນາອົບຮົມສູນກາງພັກອອກ, ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດ, ຕັ້ງໜ້າເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ, ຂອງພັກ-ລັດ ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍຄະນະ ພ້ອມກັນນີ້ ທ່ານຍັງຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຍົກຍ້າຍ ແລະ ຮຽກຮ້ອງມາຍັງຜູ້ໄດ້ຮັບຕຳແໜ່ງໃໝ່ຈົ່ງສືບຕໍ່ຊີ້ນຳ-ນຳພາ, ຈັດຕັ້ງປະຕິບັດວຽກງານໂຄສະນາໃຫ້ດີຂຶ້ນກວ່າເກົ່າ.

1 thoughts on “ຄະນະໂຄສະນາອົບຮົມແຂວງໄຊສົມບູນ ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ຜູ້ໃໝ່

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa