ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາວັນຄ້າຍວັນເກີດ ທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ1924 – 8 ກຸມພາ 2024)

ພິທີ ປາຖະກະຖາວັນຄ້າຍວັນເກີດຂອງ ທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ1924 – 8 ກຸມພາ 2024) ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ທັນວາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະພັກ-ຄະນະນຳ ແຂວງໄຊສົມບູນ ຕະຫຼອດຮອດພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ, ພະນັກງານອາວຸໂສບຳນານ, ບໍລິສັດ-ລັດວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການປາຖະກະຖາໃນຄັ້ງນີ້ ແມ່ນໄດ້ລົງເລິກຄົ້ນຄວ້າສຶກສາບັນດາແນວຄິດຊີ້ນໍາ ໃນແຕ່ລະຂົງເຂດວຽກງານກໍຄືແບບແຜນຊີ້ນຳ-ນຳພາ, ການອຸທິດຕົນຢ່າງສຸດກົກສຸດປາຍ ເພື່ອປະເທດຊາດ, ເພື່ອປະຊາຊົນ ຂອງປະທານ ຄຳໄຕ ສີພັນດອນ, ທັງໝົດນີ້ ກໍເພື່ອໂຄສະນາສຶກສາອົບຮົມແນວຄິດຮັກຊາດ ແລະ ມູນເຊື້ອປະຕິວັດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ, ປະຊາຊົນຊັ້ນຄົນຕ່າງໆ ໃນສັງຄົມ ໂດຍເອົາແບບຢ່າງດ້ານການເຄື່ອນໄຫວ ແລະ ການອຸທິດຕົນຂອງ ປະທານ ຄຳໄຕ ສີພັນດອນ ເພື່ອຄວາມເປັນເອກະລາດ, ຄວາມມັ່ງຄັ່ງເຂັ້ມແຂງ ແລະ ຄວາມຈະເລີນວັດທະນາ ຂອງປະເທດຊາດ, ເພື່ອຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນລາວບັນດາເຜົ່າ. ນອກຈາກນີ້ ກໍເພື່ອສະແດງໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງ ແຫ່ງປະຫວັດສາດຂອງຊາດລາວ ໂດຍສະເພາະ ກໍແມ່ນຊີວິດການກໍາເນີດ ແລະ ການເຕີບໃຫຍ່ໃນແປວໄຟແຫ່ງການປະຕິວັດ ຂອງ ປະທານ ຄຳໄຕ ສີພັນດອນ ໂດຍແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກເຮົາ ທີ່ມີຄວາມປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກດ້ານ, ເພິ່ນທັງແມ່ນນັກຍຸດທະສາດ ແລະ ນັກຍຸດໂທບາຍທີ່ເຫັນການໄກ, ວ່ອງໄວ, ຄວາມຄິດປະດິດສ້າງສູງ, ແມ່ນຜູ້ທີ່ມີແບບແຜນຊີ້ນຳ, ບັນຊາແທດກັບຕົວຈິງ, ຍາມໃດກໍມີຄວາມຈົງຮັກພັກດີ ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ມີຄວາມເປັນຫ່ວງ ແລະ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຊຶ່ງເພິ່ນແມ່ນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ທີ່ລູກຫຼານຮຸ່ນສືບທອດ ຄວນນຳໄປເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ກໍຄືການດໍາລົງຊີວິດປະຈໍາວັນ ໃຫ້ເກີດປະໂຫຍດສູງສຸດ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa