ຄະນະໂຄສະນາອົບຮົມແຂວງ ແລະ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງໄຊສົມບູນ ລົງຊຸກຍູ້ບ້ານແຮກສ່ຽວ ຢູ່ເມືອງທ່າໂທມ

  ໃນວັນທີ 11 ມີນາ 2026 ນີ້ ຄະນະໂຄສະນາອົບຮົມແຂວງ ແລະ ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ໄດ້ລົງຊຸກຍູ້ 2 ບ້ານແຮກສ່ຽວຢູ່ເມືອງທ່າໂທມ ໂດຍການນຳພາຂອງ ທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ມີ ທ່ານ ເລັ່ງລໍ່ ຢົງຊະເຈ່ຍວ່າ ຮອງຫົວໜ້າ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງໄຊສົມບູນ ແລະ ມີຫົວໜ້າ, ຮອງຫົວໜ້າຫ້ອງການ ທີ່ກ່ຽວກຂ້ອງ ແລະ ອົງການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ ກໍເພື່ອເປັນການຊຸກຍູ້, ຕິດຕາມ ແລະ ຢ້ຽມຢາມຖາມຂ່າວເຖິງການດຳລົງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທັງ 2 ບ້ານ ທີ່ໄດ້ເຊັນບົດບັນທຶກແຮກສ່ຽວຜ່ານມາກໍຄື: ບ້ານໄຊຈະເລີນ ແລະ ບ້ານຄອນຊະນະ ໃນໂອກາດດັ່ງກ່າວ ກໍໄດ້ຮັບຟັງການລາຍງານບົດສະຫຼຸບໂດຍຫຍໍ້ ຈາກອົງການຈັດຕັ້ງບ້ານ ທັງ 2 ບ້ານ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊຶ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງພາຍໃນບ້ານ ແລະ ວຽກງານອົງການຈັດຕັ້ງພັກ-ມະຫາຊົນ, ວຽກງານບໍລິຫານ-ການປົກຄອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ສົນທະນາແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ດີຂຶ້ນກວ່າເກົ່າ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ນາງ ຄຳສີ ສິດທິວໍລະດາ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ຮຽກຮ້ອງມາຍັງອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນກົກ, ສ້າງຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີແບບແຜນວິທີນຳພາ, ວິທີເຮັດວຽກ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ເຮັດວຽກເປັນໝູ່ຄະນະ ພາຍໃຕ້ຫຼັກການລວມສູນປະຊາທິປະໄຕ ແລະ ຈົ່ງພ້ອມກັນສືບຕໍ່ທຳການຜະລິດ, ສ້າງເສດທະກິດຄອບຄົວໃຫ້ມີຄວາມເຂັ້ມແຂງຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກໂດຍບໍຂັດຕໍ່ລະບຽບກົດໝາຍ ໂດຍແນໃສ່ການປູກ-ການລ້ຽງ ຕາມສະພາບຈຸດພິເສດ ແລະ ທ່າແຮງຂອງບ້ານ ສ້າງເງື່ອນໄຂໃຫ້ປະຊາຊົນມີວຽກເຮັດງານທຳ, ມີອາຊີບໝັ້ນຄົງ, ມີລາຍຮັບ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການພັດທະນາ ດີຂຶ້ນເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa