ຄະນະໂຄສະນາອົບຮົມແຂວງ ໄຊສົມບູນ ຈັດພິທີ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 78 ປີ ຄືວັັນທີ 12 ຕຸລາ 1945 ຫາ 12 ຕຸລາ 2023

ຄະນະໂຄສະນາອົບຮົມແຂວງ ໄຊສົມບູນ ຈັດພິທີ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 78 ປີ ຄືວັັນທີ 12 ຕຸລາ 1945 ຫາ 12 ຕຸລາ 2023 ຂື້ນ ໃນຕອນເຊົ້າຂອງວັນທີ່ 25 ຕຸລາ 2023 ນີ້ ຢູ່ທີຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ຕົ່ງມົວ ຊົວໂກ້, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໄຊສົມບູນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກ, ອົງການ-ກົມກອງ ອ້ອມຂ້າງແຂວງ ຕະຫຼອດຮອດ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດປາຖະກະຖາ ທ່ານ ຕົ່ງມົວຊົວໂກ້ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງວັນປະກາດເອກະລາດຂອງຊາດລາວເຮົາ ຊຶ່ງກ່ອນໜ້ານີ້ຫຼາຍ 10 ປີ ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເປັນຄັ້ງທໍາອິດຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ ຊຶ່ງເປັນວັນດັ່ງກ່າວນັ້ນ ໄດ້ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນລາວເຮົາພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິບັດລາວ ໃນນັ້ນມາຮອດທ້າຍສັດຕະວັດທີ 19 ພວກລ່າເມືອງຂຶ້ນຝຮັ່ງ ໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງເອົາປະເທດເຮົາເປັນຫົວເມືອງຂຶ້ນ ປະເທດລາວໄດ້ສູນເສຍເອກະລາດ-ປະຊາຊົນລາວຂາດອິດສະຫລະພາບ ກາຍເປັນຂ້ອຍຂ້າຕ່າງຊາດ ດ້ວຍມູນເຊື້ອບໍ່ຍອມຈໍານົນ, ປະຊາຊົນບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຮັ່ງຢ່າງເນື່ອງນິດລຽນຕິດ ຕັ້ງແຕ່ມື້ທໍາອິດ ທີ່ພວກເຂົາໄດ້ເຂົ້າມາຮອດປະເທດລາວ, ພວກລ່າເມືອງຂຶ້ນໄດ້ເພີມທະວີຢຶດຄອງ ແລະ ປຸກລະດົມຫລາຍຂຶ້ນເທົ່າໃດ ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຍິ່ງເປີດກ້ວາງອອກໄປທຸກແຫ່ງຫົນໃນຂອບເຂດທົ່ວປະເທດ. ເຖິງວ່າການຕໍ່ສູ້ໃນໄລຍະນັ້ນບໍ່ໄດ້ມີພັກນໍາພາ-ຂາດອາວຸດຢຸດໂທປະກອນອັນຈໍາເປັນ ແລະ ໄດ້ຖືກປາບປາມຢ່າງຮ້າຍແຮງ-ປ່າເຖື່ອນກໍ່ຕາມ ແຕ່ກໍ່ໄດ້ເຮັດໃຫ້ພວກລ່າເມືອງຂຶ້ນຕ້ອງສະທ້ານຢ້ານກົວ ແລະ ຖຶກສູນເສຍຈໍານວນບໍ່ໜ້ອຍ ອັນສໍາຄັນທີ່ສຸດແມ່ນໄດ້ສະແດງໃຫ້ພວກເຂົາເຫັນຄົນລາວ ມີນໍ້ໍາໃຈຮັກຊາດອັນສູງສົ່ງ ແລະ ຍອມຕາຍດີກ່ວາເປັນຄ້ອຍຂ້າຂອງຊາດອື່ນ. ມາຮອດປີີ 1930 ພັກກອມມູນິດອິນດູຈີນໄດ້ກໍາເນີດ ຂຶ້ນ, ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນບັນດາປະເທດໃນອິນດູຈີນມີແນວທາງ, ມີຍຸດທະສາດອັນຈະແຈ້ງ, ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໄດ້ກ້າວເຂົ້າສູ່ໄລຍະໃໝ່ ດ້ວຍຄຸນນະພາບອັນໃໝ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກແຄ້ວນລາວ ແລະ ບັນດານັກຮົບກອມມູນນິດລູ້ນທໍາອິດຂອງລາວເຮົາໄດ້ເອົາຕົວເຈືອຈານເຂົ້າກັບປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະ ໄດ້ດໍາເນີນການໂຄສະນາຂົນຂວາຍ ແລະ ຈັດຕັ້ງປະຕິບັດຮາກຖານຂຶ້ນແບບປິດລັບຢູ່ຫຼາຍບ່ອນ ເປັນຕົ້ນ ບໍ່ແຮ່, ໂຮງຈັກໂຮງງານ, ໃນໂຮງຮຽນ, ໃນຕົວເມືອງ, ໃນຊົນນະບົດ, ຄ້າຍທະຫານ ໃນນັ້ນໄດ້ເຕົ້າໂຮມ ແລະ ຈັດຕັ້ງນໍາພາປະຊາຊົນບັນດາຊັ້ນຄົນລຸກຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງພິລະອາດຫານ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງກ້ວາງຂວາງອອກໄປໃນທົ່ວປະເທດ.ຈາກເຫດການດັ່ງກ່າວນັ້ນ ມາຮອດວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ, ເຂດນໍ້າແດນດິນຂອງລາວ ແລະ ຮັບຮູ້ວ່າຊາດລາວ-ຄົນລາວກໍເປັນຄົນທີມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະຫລະພາບ ແລະ ເປັນເຈົ້າຊະຕາກໍາຂອງຕົນເອງ ແລະ ຢາກມີການພັດທະນາ ເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນສີວິໄລ ຈື່ງຖືເອົາວັນປະກາດເອກະລາດວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ ຈາກນັ້ນມາ ນໍ້າໃຈທີ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ ພາຍໃຕ້ການນໍາພາຂອງພັກ, ສາມາດປົດປ່ອຍຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ

ຂຽນໂດຍ: ສິດນ້ອຍ ນາມມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa