ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກງານຢູ່ ແຂວງໄຊສົມບູນ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 11 ມີນາ 2026 ນີ້ ໂດຍການຕ້ອນຮັບຂອງ ທ່ານ ພຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ປະທານ ບໍລິສັດ ໂຊກມະນີ ມ້າຍນິງ ຈຳກັດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ການລົງເຄື່ອນໄຫວວຽກງານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ໃນຄັ້ງນີ້ ແມ່ນຈະໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ ໂຄງການ ຂອງບໍລິສັດ ໂຊກມະມີ ມ້າຍນີງ ຈຳກັດ, ແລະ ໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງໂດຍສະເພາະແມ່ນພະນັກງານ ບັນດາພະແນກການ, ອົງການຂັ້ນແຂວງ ແລະ 5 ເມືອງ ພາຍໃນແຂວງໄຊສົມບູນ. ໃນລະຫວ່າງວັນທີ 11-12 ມີນາ 2026 ນີ້. ຫຼັງຈາກນັ້ນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະນຳແຂວງ ຍັງໄດ້ເຂົ້າຢ້ຽມຢາມໂຮງງານ ຂອງບໍລິສັດ ໂຊກມະນີ ມ້າຍນີງ ຈຳກັດ ຢູ່ເມືອງລ້ອງແຈ້ງ ຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa