
ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ.
ເນື່ອງໃນໂອກາດທີ່ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2026 ນີ້ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າແຂວງ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ທອງວັນ ທຳມະວົງ ຮອງເລຂາພັກແຂວງ ພ້ອມດ້ວຍປະທານ-ຮອງປະທານສະຫະພັນແມ່ຍິງແຂວງໄຊສົມບູນໃຫ້ການຕ້ອນຮັບຢາງອົບອຸນ.
ໂອກາດນີ້ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ແຈ້ງຈຸດປະສົງໃຫ້ທ່ານ ຮອງເລຂາພັກແຂວງໄຊສົມບູນ ພ້ອມດ້ວຍຄະນະໄດ້ຮັບຊາບ ຊຶ່ງຈຸດປະສົງໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ກໍ່ເພື່ອເປັນການໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ lX ແລະ ຊຸກຍູ້, ຕິດຕາມວຽກງານສະຫະພັນແມ່ຍິງແຂວງໄຊສົມບູນ ພ້ອມທັງເຂົ້າຮ່ວມຂະບວນການດຳເນີນການໃຫ້ວັກຊີນ. ພ້ອມນີ້ ທ່ານ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ຕິດຕາມ ແລະ ຊຸກຍູ້ ຂະບວນການໃຫ້ວັກຊີນ, ຢອດຢາກັນພະຍາດໂປລີໂອ ແລະ ສູນສຸຂະພາບແມ່-ເດັກກະຊວງສາທາລະນະສຸກຍັງໄດ້ຂຶ້ນເຜີຍແຜ່ຂໍ້ມູນກ່ຽວກັບການປົກປ້ອງເດັກ ໂດຍການໃຫ້ວັກຊີນເດັກນ້ອຍຕາມຕາຕະລາງທີ່ແພດແນະນຳກັບອຳນາດການປົກຄອງບ້ານ ແລະ ຊຸມຊົນ, ສົນທະນາກ່ຽວກັບບົດບາດຍິງ-ຊາຍ ໃນການດູແລເດັກ ແລະ ການຕັດສິນໃຈກ່ຽວກັບການສັກຢາປ້ອງກັນພະຍາດຕ່າງໆ ຢູ່ທີ່ ບ້ານ ຜາສະຫງົບ, ບ້ານ ທົ່ງຄູນ ແລະ ບ້ານ ອອມ ເມືອງອະນຸວົງ ແຂວງໄຊສົມບູນເຕີ່ມອິກ.
