ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຈັດກອງປະຊຸມ ເຜີຍແຜ່ ເຊື່ອມຊຶມບັນດາເອກະສານທີ່ສຳຄັນຕ່າງໆຂອງພັກ-ລັດ ໃຫ້ແກ່ພະນັກງານຫລັກແຫລ່ງ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່ ເຊື່ອມຊຶມບັນດາເອກະສານທີ່ສຳຄັນຕ່າງໆຂອງພັກ-ລັດ ຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນຕອນບ່າຍຂອງວັນທີ 26 ມີນາ 2026 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ໄຊສົມພັນ ລີເຕັ່ງເບຼຍຈື່ ກຳມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກ ແລະ ລັດວິສາຫະກິດນ້ຳປະປາ ເຂົ້າຮ່ວມ.
ເອກະສານສຳຄັນ ທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ປະກອບມີ 4 ເອກະສານທີ່ສຳຄັນຄື: ເຜີຍແຜ່ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ, ເຜີຍແຜ່ເນື້ອໃນຈິດໃຈສຳຄັນຂອງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ແລະ ຜັນຂະຫຍາຍການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2026 ຂອງຂະແໜງໂຍທາທິການ ແລະ ຂົນສົ່ງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມທັງແນ່ໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ ມີແນວຄິດອຸ່ນອ່ຽນທຸນທ່ຽງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ຂັ້ນເທິ່ງມອບໝາຍໃຫ້ ແລະ ມີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ.
ໂອກາດດຽວກັນນີ້ ທ່ານ ໄຊສົມພັນ ລີເຕັ່ງເບຼຍຈື່ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຊຶ່ງເຫັນໄດ້ເຖິງຄວາມສຳຄັນໃນການເຜີຍແຜ່ ເຊື່ອມຊຶມບັນດາເອກະສານຕ່າງໆທີ່ສຳຄັນຂອງພັກ-ລັດ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ສາມາດກຳໄດ້ເນື້ອໃນເອກະສານດັ່ງກ່າວ ພ້ອມທັງເປັນເຈົ້າການນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ບົນພື້ນຖານຄວາມຮັບຮູ້ແລະ ເຂົ້າໃຈ ຢ່າງເລິກເຊິ່ງ, ປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດໃນການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ເພື່ອຮັບປະກັນໃຫ້ພະນັກງານສະມາຊິກພັກມີຫຼັກໝັ້ນທີ່ໜັກແໜ້ນ, ສາມາດແກ້ໄຂປະກົດການຫໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານ ທັງເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ມີປະສິດທິພາບ ແລະ ຖືກຕ້ອງຕາມລະບຽບຫຼັກການ ທີ່ກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa