ພິທີປາຖະກະຖາເລົ່າມູນເຊື້ອວັນຜ່າປິດລ້ອມຂອງກອງພັນທີ 2 ທົ່ງໄຫຫີນ, ວັນວິລະກຳໂຕນຄຸກຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ, ວັນຄ້າຍວັນເກີດປະທານ ໂຮ່ຈິມີນ ຄົບຮອບ 136 ປີ ແລະ ເຊື່ອມຊຶມຂໍ້ກຳນົດແບບແຜນວິທີເຮັດວຽກ ແລະ ການພົວພັນລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກຳມະການປົກຄອງເມືອງ, ນະຄອນ ຢູ່ເມືອງຮົ່ມ

ຕອນເຊົ້າວັນທີ 19 ພຶດສະພາ 2026 ນີ້ ຄະນະໂຄສະນາອົບຮົມເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນຜ່າປິດລ້ອມຂອງກອງພັນທີ 2 ທົ່ງໄຫຫີນ ຄົບຮອບ 67 ປີ, ວັນວິລະກຳໂຕນຄຸກຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ, ວັນຄ້າຍວັນເກີດ ປະທານ ໂຮ່ຈິມີນ ຄົບຮອບ 136 ປີ ແລະ ເຊື່ອມຊຶມຂໍ້ກຳນົດແບບແຜນວິທີເຮັດວຽກ ແລະ ການພົວພັນລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກຳມະການປົກຄອງເມືອງ, ນະຄອນ ຢູ່ທີສະໂມສອນເມືອງຮົ່ມ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາພຸດ ແກ້ວວົງພອນ ກຳມະການພັກແຂວງ ເລຂາຄະນະບລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຮົ່ມ, ມີບັນດາສະຫາຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຮອງເລຂາຄະນະພັກຮາກຖານ, ເລຂາຮອງເລຂາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດພະນັກງານອາສາສະໝັກເຂົ້າຮ່ວມ.
ໃນພິທີສະຫາຍ ນຸກລໍ່ ເບຼ່ຍຢ້າວ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ເລົ່າມູນເຊື້ອເມື່ອຫວນຄືນວັນທີ 18 ພຶດສະພາ ແມ່ນວັນປະຫວັດສາດອັນສຳຄັນຍິ່ງໃຫ່ຍຂອງຊາດ, ຂອງພັກ ແລະ ຂອງກອງທັບປະຊາຊົນລາວ. ມັນແມ່ນວັນທີ່ ກອງພັນທີ 2 ຝ່າຍປະເທດລາວ ໄດ້ສ້າງວິລະກຳອັນມະຫັດສະຈັນ ດ້ວຍການຜ່າວົງປິດລ້ອມອັນໜາແໜ້ນຂອງສັດຕູຢູ່ທົ່ງໄຫຫີນ ແຂວງຊຽງຂວາງ ເພື່ອຖອນກຳລັງກັບຄືນສູ່ຖານທີ່ໝັ້ນປະຕິວັດຢ່າງປອດໄພ, ສ້າງບາດລ້ຽວປະຫວັດສາດໃຫ້ແກ່ການຕໍ່ສູ້ກູ້ຊາດ., ພ້ອມດຽວກັນນັ້ນ ທ່ານກໍ່ຍັງໄດ້ເລົ່າມູນເຊື້ອວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ອັນເປັນແວ່ນແຍງແຮງກ້າໃຫ້ແກ່ຂະບວນການວິວັດແຫ່ງການຕໍ່ສູ້ ເພື່ອຕີເອົາຊະນະພວກຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມືຂອງສັດຕູຢ່າງສະຫຼາດສ່ອງໃສ ເຮັດໃຫ້ໄຊຊະນະອັນຢ່າງໃຫຍ່ຫຼວງຂອງກຳລັງປະກອບອາວຸດໃນແຕ່ລະຂົງເຂດ ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ-ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ໂດຍການຫັນຈາກສັດຕູກາຍມາເປັນມິດສະຫາຍ. ຈາກນັ້ນຍັງໄດ້ຮັບຟັງການເລົ່າມູນເຊື້ອ ວັນຄ້າຍເກີດຂອງປະທານ ໂຮ່ຈີມິນ ໂດຍສະຫາຍ ຢ່າງຕົວ ເຮີ່ວ່າງຟາງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ເຊິ່ງປະທານ ໂຮ່ຈີມິນເປັນຜູສ້າງຕັ້ງພັກຄອມມູນິດອີນດູຈີນຂື້ນ ແລະ ນໍາພາ-ຊີ້ນໍາການເຄື່ອນໄຫວປະຕິວັດຂອງ 3 ຊາດອີນດູຈີນ ຈົນໄດ້ຮັບໄຊຊະນະເປັນກ້າວໆມາ ແລະໄດ້ຮັບເອກະລາດຢ່າງສົມບູນ ໂດຍສະເພາະແມ່ນເພີ່ນໄດ້ເປັນຫ່ວງເປັນໃຍ ແລະ ຊີ້ນໍາຢ່າງໃກ້ຊິດຕິດແທດທຸກການປະຕິວັດລາວໃນຊ່ວງໄລຍະທີ ພັກປະຊາຊົນປະຕິວັດລາວຍັງບໍ່ທັນໄດ້ຮັບການສ້າງຕັ້ງຂື້ນ ແລະ ຍັງໄດ້ໃຫ້ຄວາມຊ່ວຍເຫຼືອການປະຕິວັດລາວເຊັ່ນ: ກໍາລັງອາສາສະໝັກ, ນັກຊ່ຽວຊານທຸກລະດັບ, ທຸກວິຊາຊີບ, ທັງວັດຖຸປັດໃຈຕ່າງໆ ແລະ ກໍ່ສ້າງພະນັກງານສືບທອດຂອງລາວ, ແບ່ງປັນບົດຮຽນອັນປະເສີດໃຫ້ແກ່ການປະຕິວັດລາວ, ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ສະຫາຍ ນາງ ເຢັ້ງຊົ່ງ ຈືດາໄມ ກໍາມະການປະຈໍາພັກເມືອງ ຫົວໜ້າຄະໜ້າຈັດຕັ້ງເມືອງ ໄດ້ເຊື່ອມຊຶມ ຂໍ້ກໍານົດວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກຳມະການປົກຄອງເມືອງ, ນະຄອນ.
ຕອນທ້າຍສະຫາຍ ຄໍາພຸດ ແກ້ວວົງພອນ ໄດ້ເຜິຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ຄັ້ງທີ 3 ສະໄໝທີ 2 ຕື່ມອີກ ພ້ອມດຽວກັນນີ້ສະຫາຍກໍ່ໄດ້ຮຽກຮ້ອງໃຫ້ບັນດາສະຫາຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຮອງເລຂາຄະນະພັກຮາກຖານ, ເລຂາຮອງເລຂາໜ່ວຍພັກ ຈົ່ງພ້ອມກັນນໍາເອົາຂໍ້ກໍານົດດັ່ງກ່າວໄປຄົ້ນຄ້ວາໃຫ້ເລິກເຊິ່ງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄປຕາມພາລະບົດບາດ, ສິດ ແລະ ໜ້າທີ, ນໍາເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄປຜັນຂະຫຍາຍໃຫ້ຖັນແຖວສະມາຊິກພັກ, ພະນັກງານລັດຖະກອນຂອງຕົນເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍທີວາງໄວ້.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa