ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ 20 ມັງກອນ 1949 – 20 ມັງກອນ 2024

ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ 20 ມັງກອນ 1949 – 20 ມັງກອນ 2024ແລະ ເຜີຍແຜ່ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດອິນດູຈີນ (2024-2028) ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ມັງກອນ 2024 ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີການນຳແຂວງ, ພະນັກງານນັກຮົບ ຕະຫລອດຮອດບັນດາພະແນກການ, ອົງການ, ກົມກອງພາຍໃນແຂວງເຂົ້າຮ່ວມ.

ໃນພິທີ ສະຫາຍ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ໄດ້ປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຊຶ່ງໃນທ້າຍສະຕະວັດທີ 19, ພວກລ່າເມືອງຂຶ້ນໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ ໂດຍປະຊາຊົນລາວບັນດາເຜົ່າແຕ່ເໜືອເຖິິງໃຕ້ໄດ້ລຸກຮື້ຂຶ້ນຕ້ານພວກລ່າເມືອງຂຶ້ນຢ່າງອົງອາດກ້າຫານ ແລະ ເປັນຂະບວນການໃນທົ່ວປະເທດ. ຈາກນັ້ນກໍາລັງປະກອບອາວຸດຂັ້ນກອງຮ້ອຍໄດ້ຮັບການສ້າງຕັ້ງຂຶ້ນຢ່າງຕໍ່ເນື່ອງ ຈົນໄດ້ກາຍເປັນກຳລັງຫຼັກແຫ່ງໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ. ມາຮອດ ວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຖືກສ້າງຕັ້ງຂຶ້ນ ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງໂດຍພາຍໃຕ້ການຊີ້ນໍາ, ນຳພາອັນແທດເຖິງຂອງເລຂາພັກຄອມມູນິດອິນດູຈີນປະຈຳແຄ້ນລາວ, ຈາກນັ້ນມາບັນດາກອງຮ້ອຍເອກະລາດກໍໄດ້ໂຮມເຂົ້າກັນເປັນກອງທັບລາວອິດສະຫຼະຢ່າງເປັນທາງການ ຊຶ່ງເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວໃໝ່ຂອງກອງທັບປະຊາຊົນລາວນັບແຕ່ນັ້ນມາ. ຈາກນັ້ນໂດຍພາຍໃຕ້ການນຳພາຂອງກອງທັບປະຊາຊົນລາວ ທີ່ເປັນກອງໜູນໃຫ້ແກ່ການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມປອງດອງຊາດ, ເປັນເສົາຄ້ຳໃຫ້ແກ່ທົ່ວປວງຊົນ, ຕ້ານພວກລ່າເມືອງຂຶ້ນທີ່ເຂົ້າມາຮຸກຮານ ທັງແບບເກົ່າ ແລະ ແບບໃຫມ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ພາຍຫຼັງໄດ້ຮັບການປົດປ່ອຍ ກອງທັບປະຊາຊົນລາວ ໄດ້ສຸມໃສ່ໃນການປະຕິບັດສອງໜ້າທີ່ຍຸດທະນາສາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຊຶ່ງຍັງໄດ້ຍຶດຖືເອົາໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ຕົ້ນຕໍ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ.

ຈາກນັ້ນ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄປປາຖະກະຖາ ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງພັກປະຊາຊົນປະຕິວັດລາວ ກັບພັກຄອມມູນິດອິນດູຈີນ ປີ 2024-2028 ຊຶ່ງໄລຍະຜ່ານມາ ລາວ ແລະ ຈີນ ເປັນປະເທດເພືອນບ້ານມິດຕະພາບສັງຄົມນິຍົມທີ່ມີພູຮ່ວມສາຍ, ມີແມ່ນ້ຳຮ່ວມຍອດ, ມີອະນາຄົດຕິດພັນ ແລະ ມີໂຊກຊະຕາຮ່ວມກັນ ໃນເດືອນເມສາ 2019 ຜູ້ນຳສູງສຸດຂອງ 2 ພັກ, 2 ລັດ ໄດ້ຮ່ວມກັນລົງນາມແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຊຶ່ງໄດ້ກຳນົດ 5 ແຜນປະຕິບັດງານໃນໄລຍະ 5 ປີ ມີເນື້ອໃນຊຸກຍູ້ການປະສານສົມທົບດ້ານຍຸດທະສາດ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ, ການເຊື່ອມໂຍງເຊື່ອມຈອດກັນ, ການສ້າງສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ການແລກປ່ຽນດ້ານວັດທະນະທຳ-ສັງຄົມ ແລະ ການທ່ອງທ່ຽວ, ຊຸກຍູ້ການພັດທະນາສີຂຽວ ແລະ ການພັດທະນາແບບຢືນຍົງ ເຊິ່ງໄດ້ເປີດສັງກາດໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ. ຊຶ່ງໃນໄລຍະ 5 ປີຜ່ານມາ ສອງຝ່າຍໄດ້ຍຶດຖືການຮ່ວມມືດ້ວຍຄວາມໄວ້ເນື້ອເຊື່ອໃຈກັນ, ຮ່ວມກັນສະແຫວງຫາການພັດທະນາ, ຊ່ວຍເຫຼືອກັນດ້ວຍຄວາມຈິງໃຈ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍ, ປະຕິບັດຕາມເນື້ອໃນຈິດໃຈ ແຫ່ງການສ້າງຄູ່ຮ່ວມຊາຕາກຳຢ່າງແທ້ຈິງ. ຄຽງຄູ່ກັນນັ້ນເພື່ອກຳນົດທິດທາງລວມ ແລະ ຫຼັກການໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ 2 ພັກ, 2 ລັດ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ ທັງສອງຝ່າຍ ຈຶ່ງເຫັນດີເປັນເອກະພາບກັນ ໃນການສືບຕໍ່ລົງນາມ ແລະ ຈັດຕັ້ງປະຕິບັດແຜນແມ່ບົດສະບັບໃໝ່ ທີ່ມີກຳນົດ 5 ປີ ແຕ່ປີ 2024-2028 ເພື່ອພ້ອມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ມີມາດຕະຖານສູງ ມີຄຸນນະພາບສູງ ມີລະດັບສູງ ປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນຕົວແບບໃນການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດໂລກ.

  • ທັງນີ້ ກໍເພື່ອເຮັດໃຫ້ການນຳພັກລັດ-ພະນັກງານລັດຖະກອນໃນຂອບເຂດແຂວງໄຊສົມບູນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ກ່ຽວກັບເນື້ອໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເກີດດອກອອກຜົນ ພ້ອມນັ້ນກໍ່ເພື່ອເປັນການ ຫວນຄືນຕົ້ນກໍາເນີດວັນສຳຄັນຂອງພັກ ຂອງຊາດ ທີ່ເປັນວັນປະຫວັດສາດຂອງປວງຊົນລາວ ກໍຄືວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເພື່ອຮັກສາມູນເຊື້ອຮັກຊາດອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ, ທາດແທ້ທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມການສັງຄົມນິຍົມ ໃຫ້ຍືນຍົງຄົງຕົວຕະຫຼອດໄປ.

—–@@@@——

ຂຽນໂດຍ: ສິດນ້ອຍ ນາມມີໄຊ

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa