ພິທີປາຖະກະຖາ 3 ວັນປະຫວັດສາດ ຢູ່ກອງບັນຊາການທະຫານເມືອງລ້ອງແຈ້ງ

ວັນທີ 14 ພຶດສະພາ 2026 ,ກອງບັນຊາການທະຫານເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາ 3 ວັນປະຫວັດສາດຄື : ວັນຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນ ທີ່ທົ່ງໄຫ້ຫີນຊຽງຂວາງ ຄົບຮອບ 67 ປີ(ທີ 18 ພຶດສະພາ 1959 -18 ພຶດສະພາ 2026), ວິລະກຳໂຕນ ຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (ວັນທີ24 ພຶດສະພາ 1960 – 24 ພຶດສະພາ 2026) ແລະ ວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 136 ປີ(ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2026) ຂື້ນຢູ່ທີ່ສະໂມສອນ ຂອງຕົນໂດຍການເປັນກຽດປາຖະກະຖາ ຂອງສະຫາຍ ພັທ ສາຄອນ ນູນທະຫວາ ກຳມະການຄະນະປະຈໍາພັກເມືອງ ເລຂາ ຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານ ເມືອງລ້ອງແຈ້ງ, ມີຄະນະພັກຄະນະບັນຊາ, ພະແນກການ, ຂະແໜງການ, ພະນັກງານ-ນັກຮົບກອງບັນຊາການທະຫານ ເມືອງລ້ອງແຈ້ງ ເຂົ້າຮ່ວມຮັບຟັງ, ໃນພິທີເລົ່າຄືນມູນເຊື້ອຂອງ ວັນສໍາຄັນດັ່ງກ່າວແມ່ນເປັນການທົບທວນ ຫວນຄືນມູນເຊື້ອອັນອົງອາດກ້າຫານຂອງກອງທັບ, ຜູ້ນຳພັກ-ລັດ ໂດຍ ສະເພາະການຊີ້ນໍາອັນສະຫຼາດສ່ອງໃສຂອງພັກໃນການຜ່າວົງ ປິດລ້ອມສັດຕູ ຂອງກອງພັນທີ 2 ວິລະຊົນ ແລະ ວິລະກຳໂຕນ ຄຸກທີ່ມະຫັດສະຈັນຂອງບັນດາທ່ານຜູ້ເນໍາຂອງພັກ ແລະ ແນວ ລາວຮັກຊາດກັບຄືນສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດ ໄພ, ເພື່ອເສີມຂະຫຍາຍມູນເຊື້ອນໍາໃຈອັນຮັກຊາດ, ຮັກບ້ານ ເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແລະ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ປະທານ ໂຮ່ຈິມິນຜູ້ກໍ່ຕັ້ງພັກກອມມູນິດດິນດູຈີນ ເຊິ່ງເປັນຕົ້ນ ກຳເນີດຂອງພັກປະຊາຊົນປະຕິວັດລາວ ແລະ ຮໍ່າຮຽນເອົາ ຄຸນສົມບັດສິນທໍາປະຕິວັດອັນດີເລີດຂອງເພິ່ນ ເຂົ້າໃນການ ປະຕິບັດໜ້າທີ່ວຽກງານຂອງພວກເຮົາ ພ້ອມທັງເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ການຮ່ວມສໍາພັນສູຮົບທີ່ ກົມກຽວໜຽວແໜ້ນ ແລະ ນໍ້າໃຈສາມັກຄີພິເສດອັນບໍລິສຸດພຸດຜ່ອງ ລະຫວ່າງພະນັກງານ-ນັກຮົບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຄືການຮ່ວມມືຮອບດ້ານລະຫວ່າງ ສອງພັກ – ສອງລັດແຕ່ສູນກາງຮອດທ້ອງຖິ່ນ. ການປາຖະກະຖາ ໃນຄັ້ງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບມູນເຊື້ອຂອງ 3 ວັນປະຫວັດສາດ ທີ່ສຳຄັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa