ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 12 ມີນາ 2026 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ ແຂວງໄຊສົມບູນ ຊຶ່ງຕ້ອນຮັບໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ຕະຫລອດຮອດ ບັນດາພະແນກການ, ອົງການ, ກົມກອງ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ຕິດພັນກັບການຈັດຕັ້ງປະຕິບັດດຳລັດ 414/ລບ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢ່າງມີແຜນການ ຈຸດສຸມລະອຽດ, ເອົາໃຈໃສ່ນຳພາຄຸ້ມຄອງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ສັນຍາ, ໄປພ້ອມກັບການປັບປຸງລະບອບ, ລະບຽບການ, ກົນໄກ ການຄຸ້ມຄອງ ແລະ ສົ່ງເສີມການຄ້າ, ການລົງທຶນ ມີຄວາມສະດວກ ວ່ອງໄວຂື້ນ, ການຈັດເກັບລາຍຮັບເຂົ້າງົບປະມານສາມາດປະຕິບັດໄດ້ 2,441.73 ຕື້ກີບ ເທົ່າກັບ 142,79% ຂອງແຜນການປີ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ເປັນຕົ້ນແມ່ນ ການປູກຝັງ-ລ້ຽງສັດ ເປັນຟາມ, ເປັນກຸ່ມ ມີທ່າອ່ຽງເພີ່ມຂຶ້ນ, ສຸມໃສ່ຄຸ້ມຄອງ, ປັບປຸງ ແລະ ກໍ່ສ້າງເສັ້ນທາງຄົມມະນາຄົມ ໃນທົ່ວແຂວງຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງລະບົບການຮຽນ-ການສອນ, ວຽກງານບໍລິຫານຄຸ້ມຄອງການສຶກສາ ແລະ ກິລາທຸກລະດັບ ໃຫ້ດີຂື້ນກວ່າເກົ່າ, ຍົກລະດັບການປິ່ນປົວສຸຂະພາບຂອງໂຮງໝໍແຂວງ, ໂຮງໝໍເມືອງ ແລະ ສຸກສາລາໃຫ້ມີຄຸນນະພາບດີຂຶ້ນ, ພັດທະນາວຽກງານສື່ມວນຊົນເພື່ອເຄື່ອນໄຫວເກັບກຳຂ່າວ, ອອກຂ່າວຜ່ານລະບົບສື່ຕ່າງໆ ຢ່າງເປັນປົກກະຕິ, ເອົາໃຈໃສ່ນຳພາ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ.
ໂອກາດທີ່ມີຄວາມໝາຍ-ຄວາມສຳຄັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກບາງຈຸດທີ່ສຳຄັນຄື: ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານ, ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບຂອງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ, ປອດໄພ, ພັດທະນາພື້ນຖານໂຄ່ງລ່າງທາງດ້ານເສດຖະກິດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ສ້າງກົນໄກໃນການດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ປັບປຸງກົງຈັກ ການຈັດຕັ້ງ ໃຫ້ສອດຄ່ອງກັບໜ້າທີ່ວຽກງານ ແລະ ກໍ່ສ້າງພະນັກງານສືບທອດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນເຈົ້າການໃນການປະຕິບັດໜ້າທີ່ ໃຫ້ມີຜົນສຳເລັດໃໝ່ ທີ່ໃຫຍ່ຫລວງກວ່າເກົ່າ, ສືບຕໍ່ຜະລິດກະສິກຳເປັນສິນຄ້າ, ການບໍລິຫານ ແລະ ການພັດທະນາ ຢ່າງຕໍ່ເນື່ອງ ໃຫ້ນັບມື້ນັບດີຂື້ນເທື່ອລະກ້າວ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa