ສູນກາງອົງການພຸດທະສາສະໜາສໍາພັນ ລາວ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝ ທີ IX ຢູ່ແຂວງໄຊສົມບູນ

ເນື່ອງໃນໂອກາດ ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ລົງມາເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝ ທີ IX ຢູ່ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 28 ເມສາ ນີ້ ພຣະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ ), ຫົວໜ້າຫ້ອງການ ບໍລິຫານງານ ສູນກາງ ອພສ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະການນຳແຂວງ ເພື່ອແຈ້ງຈຸດປະສົງໃຫ້ການນໍາແຂວງ ໄດ້ຮັບຊາບ ໂດຍການຕ້ອນຮັບຂອງທ່ານ ປອ ທອງປະເສີດ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ.
ຫຼັງຈາກນັ້ນ ພຣະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ພ້ອມດ້ວຍຄະນະໄດ້ພ້ອມກັນເຂົ້າຮ່ວມກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝ ທີ IX ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີພຣະອາຈານ ສຸບິນ ແກ້ວປະເສີດ, ຄະນະກຳມະການ ສູນກາງ ອພສ, ປະທານ ອພສ ແຂວງໄຊສົມບູນ, ມີຄະນະປະຈຳ ອພສ ແຂວງໄຊ ສົມບູນ ແລະ ຄະນະສົງທັງ 4 ເມືອງ, ພ້ອມດ້ວຍພຣະເຖຣານຸເຖຣະ ສ່ວນຝ່າຍຄະລາວາດ ເຂົ້າຮ່ວມໂດຍບັນດາ ທ່ານ ປອ ທອງປະເສີດ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີການນໍາພັກລັດ, ຄອບຄົວການນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກ່ອນເຂົ້າກອງປະຊຸມຢ່າງເປັນທາງການ ທ່ານ ປອ ທອງປະເສີດ ໄຊຍະລາດ ໄດ້ຂຶ້ນໃຕ້ທຽນ ເພື່ອບູຊາພຣະລັດຕະນະໄຕຣ. ຈາກນັ້ນ ພຣະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ວ່າ : ມະຕິກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ IX ນີ້ ບໍ່ພຽງແຕ່ເປັນເຂັມທິດເຍືອງທາງ ໃຫ້ແກ່ການເຄື່ອນໄຫວວຽກງານພຸດທະສາສະໜາໃນທົ່ວປະເທດເທົ່ານັ້ນ ແຕ່ຍັງເປັນການກຳນົດທິດທາງ ເພື່ອເສີມຂະຫຍາຍບົດບາດຂອງພຣະສົງ ເຂົ້າໃນການສ້າງສາພັດທະນາປະເທດຊາດ, ການປົກປັກຮັກສາວັດທະນະທຳ ອັນດີງາມ ແລະ ການສ້າງຄວາມສາມັກຄີປອງດອງລະຫວ່າງຊັ້ນຄົນໃນສັງຄົມ ເພື່ອສ້າງຄວາມຮັບຮູ້ ໃຫ້ພຣະສົງ-ສາມະເນນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບທິດທາງແຜນການ 5 ປີ ຂອງອົງການພຸດທະສາສະໜາສຳພັນລາວ ເພື່ອຫັນເອົາເນື້ອໃນມະຕິມາເປັນແຜນງານ ແລະ ກິດຈະກຳຕົວຈິງ ໃຫ້ສອດຄ່ອງກັບຈຸດພິເສດ ແລະ ທ່າແຮງ ຂອງແຂວງໄຊສົມບູນ.
ຈາກນັ້ນໃນກອງປະຊຸມ ໄດ້ຮັບຟັງວິໄສທັດ, ທິດທາງແຜນການ, ວຽກງານຈຸດສຸມ ແລະ ແຜນພັດທະນາ ຂອງອົງການພຸທະສາສະໜາສຳພັນລາວ ແລະ ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝ ທີ IX ຈາກພຣະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຊຶ່ງກອງປະຊຸມຜູ້ແທນພຣະສົງທົ່ວປະເທດ ສະໄໝ ທີ IX ໄດ້ຮັບຮອງເອົາພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ເປັນປະທານສູນກາງ ອົງການພຸດທະສາສະໜາສໍາພັນລາວ, ພຣະອາຈານ ມະຫາຄໍາມາ ປັນຍາວິຈິດ, ພຣະອາຈານ ບຸນສ່ວນ ພັນທະວົງ, ພຣະອາຈານ ບຸນທະວີ ປະສິດທິສັກ, ພຣະອາຈານ ສີທົນ ໄຊຍະວົງສອນ, ພຣະອາຈານ ອະທິປະໄຕ ໄມຕີຈິດ, ພຣະອາຈານ ປອ. ພວງປະເສີດ ພູມາວົງ, ພຣະອາຈານ ປອ. ດໍາຣົງ ພິມມະຈັກ, ພຣະອາຈານ ວັນຄໍາ ວົງສາສຸລິນ, ເປັນຮອງປະທານສູນກາງ ອົງການພຸດທະສາສະໜາສໍາພັນລາວ.
ໃນໂອກາດນີ້ ທ່ານ ປອ ທອງປະເສີດ ໄຊຍະລາດ ໄດ້ມີຄຳເຫັນໂອ້ລົມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພຸດທະສາສະໜາໃຫ້ມີທ່ວງທ່າກ້າວໜ້າ ແລະຂະຫຍາຍຕົວຂຶ້ນເລື້ອຍໆ, ຊຸກຍູ້ສ້າງຄວາມສາມັກຄີ ພາຍໃນໃຫ້ໜັກແໜ້ນ ຫັນລົງເຮັດວຽກຢູ່ຂັ້ນຮາກຖານ ພ້ອມນີ້ ກໍໃຫ້ອົງການພຸດທະສາສະຫນາສັມພັນລາວ ຂັ້ນແຂວງ, ເມືອງ ແລະ ວັດ ຈົ່ງເທສະໜາເຜີຍແຜ່ ແນະນໍາໃຫ້ອອກຕົນຍາດໂຍມ ມີນໍາໃຈຊຸກຍູ້ການຜະລິດແກ້ໄຂຊີວິດການເປັນຢູ່ ແລະ ປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອຊາດ, ຂອງເຜົ່າໃຫ້ໝັ້ນຄົງ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa