ສໍາເລັດ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V

ສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ໄດ້ສຳເລັດກອງປະຊຸມຄັ້ງປະຖົມມະລຶກ ໃນຕອນເຊົ້າຂອງວັນທີ 9ເມສາ ນີ້ ທີ່ສະໂມສອນເມືອງອະນຸວົງ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາສອງວັນເຄິ່ງ ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 18 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ພ້ອມດ້ວຍພະນັກງານອາວຸໂສບຳນານ, ຕາງໜ້າອົງການຈັດຕັ້ງພັກ-ລັດ, ນາຍບ້ານ-ບ້ານເທດສະບານ, ວິສາຫະກິດ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມ ແມ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ຄວາມຮັບຜິດຊອບສູງ ຂອງບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊາວແຂວງໄຊສົມບູນ ໄດ້ເຊີດຊູຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຕໍ່ກັບບັນຫາຕ່າງໆ ທີ່ໄດ້ຍົກຂຶ້ນໃນກອງປະຊຸມ. ໃນໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວສຸນທອນພົດປິດກອງປະຊຸມວ່າ: ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ແຂວງໄຊສົມບູນ ໄດ້ດໍາເນີນການເລືອກຕັ້ງເອົາຕໍາແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດແຫ່ງລັດ ເຊັ່ນ: ທ່ານ ພອຍຄໍາ ຮຸ່ງບຸນຍວງ ເປັນປະທານສະພາປະຊາຊົນແຂວງ, ທ່ານ ນາງ ຄໍາສີ ສິດທິວໍລະດາ ແລະ ທ່ານ ຄົວຈັ້ງ ດຣາເຊັ້ງ ເປັນຮອງປະທານສະພາປະຊາຊົນ ແຂວງ, ທ່ານ ບຸນກອງ ຊົ່ງປາຢິ້ງ, ທ່ານ ສົມດີ ຈັນທະວົງ, ທ່ານ ບີເຮີ່ ແລະ ທ່ານ ພັທ ຟອງສະໄໝ ຊໍ່ແສງທອງ ເປັນກໍາມະການຄະນະປະຈໍາສະພາປະຊາຊົນ ແຂວງ, ຮັບຮອງເອົາ ທ່ານ ບຸນກອງ ຊົ່ງປາຢິ້ງ ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນ ແຂວງ, ທ່ານ ບຸນມາ ຈັນທະວິໄຊ, ທ່ານ ຈັນທະພອນ ກຸນນະວົງ ແລະ ທ່ານ ເນັ່ງທ່າວ ເພຍຫຼວງ ເປັນຮອງຫົວໜ້າຫ້ອງວ່າການສະພາປະຊາຊົນ ແຂວງໄຊສົມບູນ, ທ່ານ ພັດທະນາ ສີສົມພອນ ເປັນຫົວໜ້າ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງ ເມືອງອະນຸວົງ, ທ່ານ ຄໍາພຸດ ແກ້ວວົງພອນ ເປັນຫົວໜ້າ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດ ເລືອກຕັ້ງ ເມືອງຮົ່ມ, ທ່ານ ບຸນຜອງ ຄໍາມະນີວົງ ເປັນຫົວໜ້າ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເມືອງລ້ອງແຈ້ງ, ທ່ານ ພົມມາ ແກ້ວບົວພາ ເປັນຫົວໜ້າ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາ ເຂດເລືອກຕັ້ງ ເມືອງລ້ອງຊານ, ທ່ານ ສຸກສະເຫລີມ ສົມມະນີ ເປັນຫົວໜ້າ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງ ເມືອງທ່າໂທມ ນອກນີ້ ຍັງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງແຜນການເຄື່ອນໄຫວ 5 ປີ ຂອງສານປະຊາຊົນ, ອົງການໄອຍະການປະຊາຊົນແຂວງ ແລະ ຂອງອົງການກວດກາລັດແຂວງ ແລະ ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ຈໍານວນ 19 ສະບັບ, ໃນນັ້ນ, ປັບປຸງ 12 ສະບັບ ແລະ ສ້າງໃໝ່ 7 ສະບັບ, ໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຂອງສະພາປະຊາຊົນແຂວງ ຊຸດທີ V . ພ້ອມນີ້ ກອງປະຊຸມ ຍັງສະແດງຄວາມຊົມເຊີຍມາຍັງພາກສ່ວນຕ່າງໆ ທີ່ໄດ້ຕາງໜ້າປະຊາຊົນ ປະກອບຄຳຄິດຄຳເຫັນຕໍ່ການເຄື່ອນໄຫວວຽກງານ ກໍຄືນຳເອົາຄວາມຄິດເຫັນ, ຄຳສະເໜີຂອງປະຊາຊົນບັນດາເຜົ່າ ມາຍັງສະພາປະຊາຊົນ ແຂວງ ເພື່ອນຳເອົາບັນຫາ ແລະ ຂໍ້ສະເໜີ ຕ່າງໆ ໄປຍັງຂະແໜງການທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa