ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະການນຳ ແຂວງໄຊສົມບູນ

ທ່ານ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ພົບປະການນຳ ແຂວງໄຊສົມບູນ ໃນວັນທີ 10 ທັນວາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ມີ ຫົວໜ້າຫ້ອງວ່າການແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃນໄລຍະຜ່ານມາ ໃຫ້ທ່ານ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຊາບ. ຊຶ່ງແຂວງໄຊສົມບູນ ໄດ້ຖືເອົາ 5 ທ່າແຮງ ເຂົ້າໃນການພັດທະນາຕົວຈິງ ເປັນຕົ້ນ ທ່າແຮງດ້ານກະສິກຳ, ພະລັງງານໄຟຟ້າ, ບໍ່ແຮ່, ທ່ອງທ່ຽວ ແລະ ເປັນໃຈກາງທາງຜ່ານ ເຮັດໃຫ້ເສດຖະກິດຂອງແຂວງ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປຸງດີຂຶ້ນເປັນກ້າວໆ. ຈາກນັ້ນ ທ່ານ ຄົວຈັ້ງ ດຣາເຊັ້ງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍທ່ານ ໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ທິດທາງ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ພ້ອມທັງລາຍງານ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງ ໃນຂົງເຂດທີ່ເປັນຄວາມຮັບຜິດຊອບ ຂອງຄະນະໂຄສະນາອົບຮົມແຂວງ ຕື່ມອີກ. ໃນໂອກາດມີຄຳເຫັນຊີ້ນຳ ທ່ານ ປອ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າ ຢ່າງເລິກເຊິ່ງ ຕະຫຼອດຮອດພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ໂດຍສອດຫ້ອຍກັບການສ້າງຖັນແຖວພະນັກງານ ດ້ວຍການບຳລຸງຍົກລະດັບ ດ້ານຄວາມຮູ້ຄວາມສາມາດ ໃຫ້ສູງຂຶ້ນກວ່າເກົ່າ ເພື່ອເປັນກໍາລັງແຮງພັດທະນາ ແຂວງໄຊສົມບູນ ໃນຕໍ່ໜ້າ ຢ່າງມີຄຸນນະພາບ. ນອກນີ້ ທ່ານ ຍັງໄດ້ຊີ້ນໍາໃຫ້ຄະນະໂຄສະນາອົບຮົມແຂວງ ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການປະຕິບັດພາລະບົດບາດເປັນເສນາທິການຊ່ວຍການນຳແຂວງ ດ້ານວຽກງານການເມືອງ-ແນວຄິດ ໄປພ້ອມກັບການປັບປຸງແບບແຜນກົນໄກການເຮັດວຽກ ໃຫ້ລະອຽດຮັດກຸມ, ຊ່ວຍໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ບັນດາມະຕິ-ຄຳສັ່ງ ຂອງແຂວງ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງຮາກຖານຕ່າງໆ ດ້ວຍຫຼາຍຮູບຫຼາຍສີທີ່ແທດເໝາະ, ນອກນີ້ ກໍຕ້ອງຮີບຮ້ອນກະກຽມສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີຄວາມພ້ອມຮອບດ້ານ. ພ້ອມນີ້ ທ່ານ ຍັງໄດ້ສືບຕໍ່ເຂົ້າຮ່ວມເປັນປະທານ ໃນພິທີ ປາຖະກະຖາວັນເກີດ ຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຢູ່ແຂວງໄຊສົມບູນ ຕື່ມອີກ. ໃນມື້ດຽວກັນ ທ່ານ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ຍັງໄດ້ຖືໂອກາດດັ່ງກ່າວ ຂຶ້ນທ່ຽວຊົມຈອມພູເບ້ຍ ເພື່ອສຳຜັດກັບບັນຍາກາດອັນປອດໂປ່ງ ແລະ ມີຊີວິດຊີວາ ຂອງຈອມພູເບ້ຍ ຊຶ່ງເປັນຈອມພູທີ່ມີຄວາມສູງອັນດັບໜຶ່ງຂອງປະເທດລາວ ໂດຍມີຄວາມສູງໃນລະດັບ 2,820 ແມັດ, ມີທິວທັດທໍາມະຊາດທີ່ສວຍສົດງົດງາມ ແລະ ໜ້າອັດສະຈັນ ເມື່ອໄດ້ມາສໍາຜັດຕົວຈິງ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa