ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່ 101 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 75 ປີ.

ໃນຕອນແລງຂອງວັນທີ 18 ມັງກອນ 2024 ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ຊຶ່ງນໍາໂດຍສະຫາຍ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່ 101 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນ ປະຕິວັດລາວ ຄົບຮອບ 75 ປີ.

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ທີ່ໄດ້ໝູນວຽນມາຄົບຮອບ 75 ປີ (ວັນທີ 20 ມັງກອນ1949 – 20 ມັງກອນ 2024) ດັ່ງນັ້ນ ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າສະເພາະກໍ່ຄື ກອງພັນໃຫຍ່ 101 ທີ່ເຮັດໜ້າທີ່ອັນສໍາຄັນ ແລະ ຍິ່ງໃຫຍ່ຂອງຊາດ, ຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄື ແຂວງໄຊສົມບູນ ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ ແລະ ປະຊາຊົນມີການທໍາມາຫາກິນ, ຢູ່ດີກິນດີ.

ໃນການອວຍພອນສະຫາຍ ສະຫາຍ ຄົວຈັ້ງ ດຣາເຊັ້ງ ໄດ້ກ່າວອວຍພອນໄຊໃຫ້ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 101 ຜ່ານໄປຍັງພະນັກງານ ນັກຮົບທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ,ມີພາລານະໄມສົມບູນ,ມີຄວາມສຸກສ່ວນຕົວ ແລະ ຄອບຄົວ ຊີ້ນໍາ-ນໍາພາ ກອງພັນໃຫຍ່ 101ໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງຂື້ນຢ່າງບໍ່ຢຸດຢັ້ງ ຈາກນັ້ນທາງ ຄະນະໂຄສະນາອົບຮົມແຂວງ ຍັງມອບກະຕ່າຂອງຂວັນເພື່ອເປັນກໍາລັງໃຈໃຫ້ກັບຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 101 ນໍາອີກ. ພ້ອມດຽວກັນທາງຄະນະພັກກອງພັນໃຫຍ່ 101 ໄດ້ສະແດງຄວາມຂອບໃຈຕໍ່ກັບ ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ມາອວຍພອນໃນຄັ້ງນີ້ ແລະ ໄດ້ອວຍພອນ ເນື່ອງໃນໂອກາດວັນປີໃໝ່ 2024 ໃຫ້ທາງ ຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທົ່ວ ແຂວງໄຊສົມບູນ ອີກດ້ວຍ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa