
ຮອງເລຂາພັກ ແຂວງໄຊສົມບູນ ລົງພົບປະໂອ້ລົມ ແລະ ຊຸກຍູ້, ວຽກງານຮາກຖານການເມືອງຢູ່ ບ້ານປູ້ ເມືອງທ່າໂທມ ແຂວງໄຊສົມບູນ

ໃນວັນທີ 14 ພຶດສະພາ 2026 ນີ້ ສະຫາຍ ທອງວັນ ທໍາມະວົງ, ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍ ພະແນກການ, ອົງການ, ກົມກອງ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ລົງພົບປະໂອ້ລົມ ແລະ ຊຸກຍູ້, ວຽກງານຮາກຖານການເມືອງ ຢູ່ບ້ານປູ້ ເມືອງທ່າໂທມ ໂດຍມີ ສະຫາຍ ສຸກສະເຫຼີມ ສົມມະນີ, ກຳມະການພັກແຂວງ, ເລຂາພັກເມືອງ, ຕະຫຼອດຮອດຫ້ອງການທີ່ກ່ຽວຂອງ, ພະນັກງານກໍ່ສ້າງຮາກຖານການເມືອງ 210, ຄະນະພັກຕາແສງ ວຽງໄຊ ແລະ ອຳນາດການປົກຄອງບ້ານ ນາຍບ້ານ ບ້ານປູ້ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ໃນພິທີ ສະຫາຍ ທອນຈັບ ປັນຍາທຳ ຫົວໜ້າໜ່ວຍງານກໍ່ສ້າງຮາກຖານການເມືອງ 210 ໄດ້ຂຶ້ນລາຍງານການເຄື່ອງໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງຕະຫຼອດໃນໄລຍະຜ່ານມາ ໜ່ວຍງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ ບ້ານປູ້ ໄດ້ສົມທົບກັບຄະນະອົງການປົກຄອງບ້ານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໂດຍນຳເອົາບັນດາມະຕິ, ຄຳສັ່ງ, ນິຕິກຳຕ່າງໆ ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໄປເຊື່ອມຊຶມ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າທຸກຂະແໜງການຂອງບ້ານ, ເຈົ້າກົກເຈົ້າເຫຼົ່າ, ບັນດາຫົວໜ້າສິງຊາວໄດ້ຮັບຮູ້ຢ່າງຕໍ່ເນື່ອງ. ພ້ອມທັງປະສານງານສົມທົບກັບ ປກຊ-ປກສ ບ້ານຕິດຕາມກວດກາຄົນເຂົ້າ-ຄົນອອກບ້ານ, ກວດກາກຸ່ມໄວ້ໜຸ່ມມົ້ວສຸມຢາເສບຕິດ, ປ້ອງກັນເວນຍາມສາລະເວຕາມຂອບເຂດບ້ານໃນໄລຍະວັນບຸນສຳຄັນຕ່າງໆ, ພ້ອມນັ້ນຍັງໄດ້ລົງຊຸກຍູ້ສົ່ງເສີມຊ່ວຍເຫຼືອພໍ່ແມ່ປະຊາຊົນໂດຍຖືເອົາການຜະລິດກະສິກຳ-ປູກຝັງ, ລ້ຽງສັດເປັນອາຊີບຫຼັກເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳເຫັນ, ຄຳສະເໜີ ແລະ ຄຳຊີ້ແຈ້ງຕໍ່ກັບບັນຫາຕ່າງໆ ຢ່າງກົງໄປກົງມາເພື່ອເຮັດໃຫ້ວຽກງານດັ່ງໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ.

ໃນໂອກາດທີ່ມີຄວາມໝາຍ-ຄວາມສຳຄັນນີ້ ສະຫາຍ ທອງວັນ ທຳມະວົງ ໄດ້ມີຄຳເຫັ່ນໂອ້ລົມ ເນັ້ນໜັກໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງ ປະຈຳບ້ານປູ້ ເອົາໃຈໃສ່ການຈັດຕັ້ງປະຕິບັດການເຜີຍແຜ່ບັນດານິຕິກໍາ, ເຊື່ອມຊຶມມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ II ຄຽງຄູ່ກັບມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ເພີ່ມທະວີສືບຕໍ່ປັບປຸງລະບົບການເມືອງປະຊາທິປະໄຕປະຊາຊົນຢູ່ຂັ້ນຮາກຖານບ້ານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສຳລັບອົງການປົກຄອງບ້ານຈົ່ງໃຫ້ຄວາມຮ່ວມມືແກ່ພະນັກງານທີ່ລົງມາປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງຢູ່ບ້ານປູ້ ເປັນຕົ້ນແມ່ນກົນໄກການປະສານງານ, ປະສານວຽກ, ສະໜອງຂໍ້ມູນ ຕະຫຼອດເຖິງຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມນັ້ນທ່ານໄດ້ຮຽກຮອງມາຍັງພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ໃຫ້ສືບຕໍ່ລົງຊຸກຍູ້, ຕິດຕາມ, ຊ່ວຍເຫຼືອ ຄະນະໜ່ວຍພັກບ້ານ, ການຈັດຕັ້ງຂັ້ນບ້ານ ໃນການຈັດຕັ້ງປະຕິບັດວຽກງານວ່າມີຂໍ້ສະດວກ, ຂໍ້ຍຸ້ງຍາກອັນໃດ ເພື່ອພ້ອມກັນແກ້ໄຂ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ. ຫຼັງຈາກນັ້ນ ຄະນະນຳຂອງແຂວງຍັງໄດ້ມອບເຄື່ອງອຸປະໂພກ – ບໍລິໂພກຈຳນວນໜຶ່ງ ມາມອບໃຫ້ປະຊາຊົນຈຳນວນ 2 ຄອບຄົວທຸກຍາກພ້ອມເງິນອີກຈຳນວນໜຶ່ງ ແລະ ມອບຄອມພິວເຕີ, ຕູ້ນ້ຳເຢັ້ນ, ເຄື່ອງອຸປະໂພກ ແລະ ບໍລິປະໂພດໃຫ້ໜ່ວຍງານກໍ່ສ້າງຮາກຖານການເມືອງ ປະຈຳບ້ານປູ້ ຕື່ມອິກ.
