
ໃນວັນທີ 26 ມິຖຸນາ 2026 ນີ້ ສະຫາຍ ທອງວັນ ທໍາມະວົງ, ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍ ພະແນກການ, ອົງການ, ກົມກອງ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ລົງພົບປະໂອ້ລົມ ແລະ ຊຸກຍູ້, ວຽກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ 8 ບ້ານ ຂອງເມືອງລ້ອງຊານ ທີ່ຂຶ້ນກັບຕາແສງໂພນສະຫວາດ, ມີ ສະຫາຍ ສິງຫາ ເລັ່ງຊົ່ງປາວ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ, ປະທານກວດກາພັກ-ລັດເມືອງລ້ອງຊານ, ມີພະນັກງານກໍ່ສ້າງຮາກຖານການເມືອງ ກອງ 920, ຄະນະພັກຕາແສງ ໂພນສະຫວາດ, ພ້ອມດ້ວຍ ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານຫຍໍ້ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ລວມທັງຂໍ້ສະດວກ, ຂໍຫຍຸ້ງຍາກ ແລະ ວຽກງານທີ່ມີພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນ ໜ່ວຍງານກໍ່ສ້າງຮາກຖານການເມືອງ, ຄະນະກຳມະການປົກຄອງຕາ ແສງໂພນສະຫວາດ ລົງສົມທົບກັບຄະນະພັກບ້ານແຕ່ລະບ້ານ ໄດ້ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ການນຳພາຂອງພັກ, ໂດຍໄດ້ຄົ້ນຄວ້າ ເຊື່ອມຊືມນິຕິກຳທີ່ສຳຄັນຂອງພັກ-ລັດເຊັ່ນ: ລັດຖະທຳມະນູນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖີ່ນ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງວ່າດ້ວຍການຜັນຂະຫຍາຍບາງມາດຕາທີ່ກ່ຽວຂ້ອງ ມາເປັນ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕາແສງ. ຈາກນັ້ນ ທາງອົງການຈັດຕັ້ງບ້ານ ກໍໄດ້ມີຄຳເຫັນ ແລະ ຄຳສະເໜີຕ່າງໆ ຕໍ່ການນຳແຂວງ, ເມືອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມກໍໄດ້ມີຄຳເຫັນ ປຶກສາຫາລື ຢ່າງກົງໄປກົງມາ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ໂອກາດທີ່ມີຄວາມໝາຍ-ຄວາມສຳຄັນນີ້ ສະຫາຍ ທອງວັນ ທຳມະວົງ ໄດ້ມີຄຳເຫັນໂອ້ລົມ ເນັ້ນໜັກໃຫ້ ພະນັກງານທີ່ລົງກໍ່ສ້າງຮາກຖານ ປະຈຳບ້ານ 8 ບ້ານ ສົມທົບກັບຄະນະກຳມະການປົກຄອງຕາແສງ ໂພນສະຫວາດ ຈັດຕັ້ງການເຜີຍແຜ່, ເຊື່ອມຊຶມບັນດານິຕິກໍາ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ ຕິດພັນກັບການດໍາລົງຊີວິດຕົວຈິ່ງຂອງປະຊາຊາຊົນ, ພ້ອມທັງຜັນຂະຫຍາຍມະຕິກອງກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ II ຄຽງຄູ່ກັບມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງມາຫຍັງຄະນະໜ່ວຍພັກ, ອົງການຈັດຕັ້ງຂັ້ນບ້ານ ຈົ່ງໃຫ້ການຮ່ວມມືກັບພະນັກງານທີ່ລົງມາປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງຢູ່ 8 ບ້ານ ເປັນຕົ້ນກົນໄກການປະສານງານ, ປະສານວຽກ, ສະໜອງຂໍ້ມູນ ຕະຫຼອດເຖິງຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສຶບຕໍ່ເພີ່ມທະວີລົງໃກ້ສິດຕິດແທດ, ຊຸກຍູ້, ຕິດຕາມ, ຊ່ວຍເຫຼືອ ຄະນະໜ່ວຍພັກບ້ານ, ການຈັດຕັ້ງ 8 ບ້ານ ໃນການຈັດຕັ້ງປະຕິບັດວຽກງານວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກອັນໃດ ເພື່ອພ້ອມກັນແກ້ໄຂໃຫ້ທັນກຳນົດເວລາ.
ພ້ອມນີ້ ຄະນະນຳຂອງແຂວງຍັງໄດ້ມອບເຄື່ອງອຸປະໂພກ – ບໍລິໂພກຈຳນວນໜຶ່ງ ມາມອບໃຫ້ປະຊາຊົນຈຳນວນ 18 ຄອບຄົວທຸກຍາກ ແລະ ສາທາລະນາສຸກແຂວງມອບປິນເຕີ 1 ສຸດໃຫ້ ບ້ານ ສັນປາຕອງ ເປັນບ້ານແຮກສຽວ, ແລະ ມອບກະຕິກນ້ຳຮ້ອນ, ຕູ້ນ້ຳເຢັ້ນ, ເຄື່ອງບໍລິໂພກຈໍານວນໜຶ່ງ ໃຫ້ໜ່ວຍງານກໍ່ສ້າງຮາກຖານການເມືອງ 920 ປະຈຳ 8 ບ້ານເຕີ່ມອິກ.