ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023) ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920 – 13 ທັນວາ 2023)

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023) ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920 – 13 ທັນວາ 2023) ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຈັດພິທີປະຖະກະຖາເລົ່າຄືນມູນເຊຶ້ອປະຫວັດຄວາມເປັນມາຂອງ 2 ວັນປະຫວັດສາດສໍາຄັນດັ່ງກ່າວ ຂຶ້ນໃນ ວັນທີ 30 ພະຈິກ 2023 ນີ້,ໂດຍເຂົ້າຮ່ວມເປັນປະທານທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ, ຮອງເຈົ້າແຂວງ ຕະຫຼອດຮອດບັນດາຫົວໜ້າພະແນກການ, ອົງການ-ກົມກອງ ອ້ອມຂ້າງ ພະນັກງານອາວຸໂສບຳນານ,ບໍລິສັດ-ລັດວິສາຫະກິດ, ນາຍບ້ານ 2 ບ້ານເທດສະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນແຂວງໄຊສົມບູນ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ມູນເຊື່ອຮັກຊາດອັນສູງສົ່ງຂອງປະຊາຊົນລາວ, ນ້ຳໃຈຕໍ່ສູ້ກູ້ຊາດພາຍໃຕ້ການນຳພາຂອງພັກ-ລັດ ແລະ ເປັນເອກະພາບ ຕໍ່ເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ເອກະສານວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ, ທັງສາມາດນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານໃນຄວາມຮັບຜິດຊອບຂອງຕົນ ໃຫ້ສອດຄ່ອງ, ເກີດດອກອອກຜົນ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້.

ໃນໂອກາດນີ້, ທ່ານ ພອຍຄຳ ຮຸ່ງບູນຍວງ ໄດ້ເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ເອກະສານວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ໂດຍໄດ້ຍົກໃຫ້ເຫັນເນື້ອໃນສຳຄັນ ແລະ ຄວາມຕື່ນຕົວເປັນເຈົ້າການ ເພື່ອຜັນຂະຫຍາຍສອງເອກະສານດັ່ງກ່າວ ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນ ການຕີ ລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງ ແຜນການ ປະຈຳປີ 2024, ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະພັກຮາກຖານກຸ່ມບ້ານ ຫຼື ບ້ານໃຫຍ່, ທິດຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ ຮອດກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄໝທີ XI, ລວມທັງ ມູນເຊື້ອ ແລະ ຄວາມໝາຍ-ຄວາມສໍາຄັນ ຂອງວັນຊາດທີ 2 ທັນວາ, ຜົນງານ ແລະ ການສືບຕໍ່ເສີມຂະຫຍາຍ ມູນເຊື້ອ ວັຊາດ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະເທດຊາດ.ໂອກາດດັ່ງກ່າວ ຄະນະພັກ-ຄະນະນຳຂອງ ແຂວງ ກໍໄດ້ມີການວາງກະຕ່າດອກໄມ້ຢູ່ຕໍ່ໜ້າ ອະນຸສອນສະຖານປະທານໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກ ຂອງປ່ວງຊົນລາວທັງຊາດ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa