ເມືອງທ່າໂທມຈັດພິທີເຜີຍແຜ່-ເຊື່ອມຊຶມເອກະສານ ແລະ ປະຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ເມືອງທ່າໂທມຈັດພິທີເຜີຍແຜ່-ເຊື່ອມຊຶມເອກະສານ ແລະ ປະຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ໃນວັນທີ 18 ມີນາ 2026 ນີ້ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງ, ເມືອງທ່າໂທມໄດ້ຈັດພິທີເຜີຍແຜ່-ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ປະຖະກະຖາ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 80 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ປະດັບຫຼຽນກາລະນຶກ 70 ປີ ໃຫ້ສະມາຊິກພັກຕໍ່ຜູ້ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ., ໂດຍການເຂົ້າຮ່ວມຂອງທ່ານ ສຸກສະເຫຼີມ ສົມມະນີ ກໍາມະການພັກແຂວງ ເລຂາພັກເມືອງທ່າໂທມ, ມີຄະນະປະຈໍາພັກເມືອງ, ຫົວໜ້າ-ຄະນະກົມຫອງຫ້ອງການ, ພະນັກງານອາວຸໂສບໍານານ, ພະນັກງານຫຼັກແຫຼງພາຍໃນເມືອງເຂົ້າຮ່ວມ.
ໃນໂອກາດນີ້ທ່ານ ພັທ ທອງດໍາ ໄຊບຸນມີ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງກໍ່ໄດ້ຂື້ນຜ່ານ ເອກສານວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫະຊິວິດເພື່ອປະເທດຊາດ ຄົບຮອບ 80 ປີ ເຊີ່ງວັນທີ 21 ມີນາ 1946 ເປັນປະປະຫວັດສາດຂອງຊາດລາວເຮົາທີ່ໄດ້ຈົດຈໍາ, ເປັນວັນທີ່ພວກຈັກກະພັກລ່າເມືອງຂື້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວບັນດາເຜົ່າຢູ່ເມືອງທ່າແຂກແຂວງຄຳມ່ວນ ຢ່າງໂຮດຮ້າຍປ່າເຖື່ອນ ພວກສັດຕູໄດ້ໃຊ້ເຮືອບິນ, ປື້ນໃຫຍ່, ປື້ນກົນຈັກຍິ່ງປະຊາຊົນ ແລະ ທະຫານ ,ພະນັກງານ, ນັກຮົບພວກເຮົາທີ່ພວມຂ້າມນ້ຳຂອງ ຢ່າງໂຫດຮ້າຍທີ່ສຸດເຮັດໃຫ້ມີຜູ້ບາດເຈັບສາຫັດແລະເສຍຊີວິດຢ່າງຫຼວງຫຼາຍ,
ຈາກນັ້ນທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ຮອງເລຂາພັກເມືອງ ກໍ່ໄດ້ເລົ່າປະຫວັດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ຊື່ງໄດ້ໃຫ້ຮູ້ວ່າພັກມີຄວາມສຳຄັນຫລາຍໃນການນຳພາຂະບວນການຕໍ່ສູ່ ກູ້ຊາດ ປົດປ່ອຍຊາດ, ສະນັ້ນເພື່ອເປັນການທົບທວນຫວນຄືນມູນເຊື້ອ ແຫ່ງການຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນໄລຍະ71ປີຜ່ານມາ, ໃນໄລຍະທີ່ລັດທິທຶນນິຍົມມີການຂະຫຍາຍຕົວກາຍເປັນລັດທິຈັກກະພັດ ພວກເຂົາໄດ້ຍືດເອົາບັນດາປະເທດທີ່ອ່ອນນ້ອຍເປັນຫົວເມືອງຂື້ນ ບັນດາປະເທດຢູ່ແຫຼມອິນດູຈີນ ມີ(ລາວ,ຫວຽດນາມ ແລະ ກຳປູເຈ້ຍ) ນັບແຕ່ປີ1893 ຝຣັ່ງໄດ້ເຂົ້າມາຮຸກຮານຢຶດຄອງລາວໄດ້ດຳເນີນການກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າຢ່າງແສນສາຫັດ, ຖືກທຸບຕິ,ຮັບໃຊ້ພວກເຂົາຢ່າງທໍລະມານ ຍ້ອນປະກົດການດັ່ງກ່າວຈີ່ງເກີດມີຄວາມຄຽດແຄ້ນ ຈື່ງພ້ອມກັນລຸກຂື້ນຕໍ່ສູ້ຢູ່ແຕ່ລະເຂດແຕ່ລະຈຸດຢ່າງດຸເດືອນ,ແຕ່ທຸກຂະບວນການຕໍ່ສູ້ລ້ວນແຕ່ຖືກປະລາໄຊຖືກປາບປາມ,ສະນັ້ນເພື່ອຕ້ານຢັນການຮຸກຮານ ປະທານໂຮ່ຈີມິນ ຈີ່ງໄດ້ນຳເອົາທິດສະດີປະຕິວັດມາເຜີ່ຍແຜ່ພ້ອມທັງໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂື້ນ ພາຍໃຕ້ການນຳພາໂດຍກົງ ຂອງປະທານໂຮ່ຈິມິນ ຈາກນັ້ນປີ1934 ກອງປະຊຸມໃຫຍ່ພັກກອມມູນິດອິນດູຈິນ,ຈີ່ງໄດ້ປະກາດສ້າງຕັ້ງພັກແຄ້ນລາວ,ມາຮອດປີ1955 ໄດ້ປ່ຽນຊື່ເອີ່ນວ່າ:ພັກປະຊາຊົນລາວ ຊື່ງປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີວ່າພັກເຮົາໄດ້ກຳເນີດເກີດຂື້ນໂດຍການປະສານສົມທົບລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກຳມະຊີບອັນຜ່ອງໃສ່ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ,ກອງທັບແລະປະຊາຊົນລາວ ສາມາດຕີເອົາໄຊຊະນະໃນບັ້ນຮົບນ້ຳບາກ,ບັ້ນຮົບທົ່ງໄຫຫີນຊຽງຂວາງ ແລະບັນຮົບລາມເຊີນ ກອງປະຊຸມໃຫຍ່ຄັ້ງທີສອງຂອງພັກ ຈື່ງໄດ້ວາງແນວທາງຕໍ່ສູ້ໃນຂອບເຂດທົ່ວປະເທດ ໄດ້ກຳນົດໜ້າທີ່ພື້ນຖານຂອງການປະຕິວັດຄື:ສາມັກຄີປະຊາຊົນບັນດາເຜົ່າ ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ເຮັດໃຫ້ປະເທດລາວກາຍເປັນປະເທດສັນຕິພາບເອກະລາດປະຊາທິປະໄຕເອກະພາບວັດທະນາຖາວອນ ຈາກນັ້ນພັກກໍ່ໄດ້ນຳພາປ່ຽນແປງໃຫມ່ຮອບດ້ານຢ່າງມີຫຼັກການ ດ້ານເສດຖະກິດ,ດ້ານນະໂຍບາຍເສດຖະກິດ, ຮັບຮູ້ແລະນໍາໃຊ້ເສດຖະກິດຫຼາຍພາກສ່ວນ,ເສດຖະກິດຕະຫຼາດ,ເປີດກວ້າງການຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍມີຜົນປະໂຫຍດ ສະນັ້ນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະຊາດກໍ່ຄືການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ຈື່ງມີການເຕີບໃຫຍ່ຂະຫຍາຍຕົວຂື້ນເທື່ອລະກ້າວ.
ໃນຕອນທ້າຍພິທີທ່ານ ສຸກສະເຫຼີມ ສົມມະນີ ກໍ່ໄດ້ຂື້ນເຜີຍແຜ່-ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພ້ອມທັງໂອ້ລົມຕໍ່ຜູ້ເຂົ້າຮ່ວມ ກ່ອນທີ່ພວກເຮົາຈະມີຜືນແຜ່ນດິນອັນຄົບຖ້ວນໃຫ້ຢຽບຢືນ, ມີເຮືອນຫຼັງໃຫຍ່ໃຫ້ພັກເຊົາ ແລະ ມີຮອຍຍິ້ມໃນຄອບຄົວ, ພວກເຮົາຮູ້ບໍ່ວ່າມີນັກຮົບຜູ້ກ້າຫານຈຳນວນນັບບໍ່ຖ້ວນ ທີ່ໄດ້ເອົາຊີວິດເຂົ້າແລກ, ເອົາເລືອດເນື້ອເຂົ້າທາແຜ່ນດິນ, ບາງສະຫາຍຕ້ອງເສຍແຂນ, ເສຍຂາ, ບາງສະຫາຍສູນເສຍການເບິ່ງເຫັນ ຫຼື ການໄດ້ຍິນຕະຫຼອດຊີວິດ. ພວກເພິ່ນຍອມ “ເສຍອົງຄະ ແຕ່ບໍ່ຍອມເສຍເອກະລາດ”, ຍອມຈາກລູກເມຍທີ່ຮັກແພງໄປສູ່ສະໜາມຮົບທີ່ເຕັມໄປດ້ວຍຄວັນປືນ ໂດຍບໍ່ຮູ້ວ່າມື້ໃດຈະໄດ້ກັບຄືນມາ “ເສຍຫຍັງກໍຍອມເສຍໄດ້ ແຕ່ຈະບໍ່ຍອມເສຍຊາດຂາຍແຜ່ນດິນໃຫ້ໃຜເດັດຂາດ” ນີ້ຄືສັດຈະປະຕິຍານທີ່ດັງກ້ອງຢູ່ໃນຫົວໃຈຂອງທະຫານລາວທຸກສະຫາຍໃນສະໄໝນັ້ນ. ບາງຄົນໄດ້ກັບມາຫາຄອບຄົວພ້ອມກັບຮ່າງກາຍທີ່ບໍ່ສົມປະກອບ, ບາງຄົນກໍເຫຼືອໄວ້ພຽງແຕ່ຊື່ ແລະ ຄຸນງາມຄວາມດີໃຫ້ຄົນຮຸ່ນຫຼັງໄດ້ຈົດຈຳ “ຍ້ອນມີພວກເພິ່ນໃນວັນນັ້ນ, ຈຶ່ງມີພວກເຮົາໃນວັນນີ້.” ກໍ່ຍ້ອນມີພັກນໍາພາ, ມີຜູ້ເສຍສະຫຼະເພື່ອຊາດໃນການປະຕິບັດສອງໜ້າທີ່ຍຸດທະຊາດກໍ່ຄືການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ຈື່ງມີການເຕີບໃຫຍ່ຂະຫຍາຍຕົວຂື້ນເທື່ອລະກ້າວ ແລະ ໃນໂອກາດນີ້ກໍ່ໄດ້ມອບຫຼຽນກາລະນຶກ 70 ປີ ໃຫ້ພະນັກງານນັກຮົບຜູ້ທີ່ມີຜົນງານມີຄຸນງາມຄວາມດີແກ່ປະເທດຊາດຈຳນວນ 72 ທ່ານ,ຍິງ 04 ທ່ານ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa