
ໃນຕອນເຊົ້າ ຂອງວັນທີ 5 ສິງຫາ ທີ່ຜ່ານມານີ້ ຫ້ອງວ່າການເມືອງທ່າໂທມ ແຂວງໄຊສົມບູນ ຈັດກອງປະຊຸມເຊື່ອມຊືມມະຕິ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດລະບຽບພັກສະໄໝທີ XII ແລະ ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ແລະ 2 ວາລະແຫ່ງຊາດຂຶ້ນທີ່ສະໂມສອນຫ້ອງວ່າການໂດຍການເປັນປະທານຂອງທ່ານ ສຸກສະເລີມ ສົມມະນີ ເລຂາຂະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຄະນະໜ່ວຍພັກອ້ອມຂ້າງ, ເລຂາ, ຄະນະພັກ 3 ຕາແສງ, ເລຂາດ ຄະນະພັກຮາກຖານເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງ ທ່ານ ວົງເດືອນ ຮອງຫົວໜ້າຫ້ອງການໂຄສະນາອົບຮົມເມືອງ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງສະບັບເລກທີ 0552/ຄປມພ, ລົງວັນທີ 21 ມີຖຸນາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ, ຄະນະກໍາມະທິການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຢູ່ເມືອງທ່າໂທມ; ຮັບຟັງທ່ານ ບຸນຜອງ ຄໍາມີໄຊ ຫົວໜ້າຫ້ອງການໂຄສະນາອົບຮົມເມືອງ ຜ່ານເອກະສານ ບັນຫາພື້ນຖານຂອງວຽກງານຫາງສຽງສັງຄົມ, ວິທີເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, ຮັບຟັງທ່ານ ຄໍາເຜີຍ ແສງສະຫວ່າງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ຜ່ານມະຕິ ຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XII ເລກທີ 60/ຄບສພ; ຮັບຟັງທ່ານ ນາງ ສົມຫັວງ ຮອງຫົວນ້າຄະນະຈັດຕັ້ງເມືອງ ຜ່ານຄໍາແນະນໍາເລກທີ 303/ຄຈສພ, ກ໋ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII; ຮັບຟັງທ່ານ ສີວັນ ພັນທະວົງສີ ຮອງຫົວໜ້າຫ້ອງວ່າການເມືອງ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສອງວາລະແຫ່ງຊາດປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ຜ່ານຮ່າງມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ; ຮັບຟັງທ່ານ ບຸນມີ ສີນວນທອງ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ,ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ຕິດພັນວຽກງານ 3 ສ້າງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ຜ່ານຮ່າງມະຕິວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງ ທ່ານ ສຸກສະເຫຼີມ ສົມມະນີ ເລຂາຄະນະບໍລິ ຫານງານພັກເມືອງ ນໍາສະເໜີມະຕິເລກທີ 62/ຄບສພ, ວ່າດ້ວຍການເພີ່ມທະວີການນໍາພາຂອງຄະນະພັກຕໍ່ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານຊົນນະບົດແກ້ໄຂຄວາມທຸກຍາກຂອງວຽກງານ 3 ສ້າງໃນໄລຍະ ໄໝ່ ຫຼັງຈາກນັ້ນໄດ້ມີການມອບ-ຮັບຫລຽນກາ 70ປີ ໄຫ້ແກ່ສໍາມາຊິກພັກຜູ້ທີ່ມີອາຍຸພັກ 30 ຂຶ້ນໄປ.