ເມືອງລ້ອງຊານ ຈັດພິທີປະຖະກະຖາ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ

ໃນຕອນເຊົ້າ ຂອງວັນທີ 9 ເມສາ 2026 ຄະນະບໍລິຫານງານຊາວໜຸ່ມເມືອງລ້ອງຊານ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 – 14 ເມສາ 2026) ຂຶ້ນຢູ່ທີ ສະໂມສອນເມືອງລ້ອງຊານ ພາຍໃຕ້ການເປັນປະທານພິທີໂດຍ ສະຫາຍ ຄຳເພັດ ບົວລີຊົ່ງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານ ຫົວໜ້າ, ຄະນະຫ້ອງການ, ອົງການ, ກົມກອງ, ເລຂາ, ຮອງເລຂາ ໜ່ວຍຊາວໜຸ່ມ ຫ້ອງການ, ອົງການ, ກົມກອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ໃນພິທີ ສະຫາຍ ຄໍາເພັດ ບົວລີຊົ່ງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມພິທີໂດຍສະເພາະແມ່ນຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຈົ່ງຕັ້ງໃຈຕິດຕາມ, ຮັບຟັງ ການຫວນຄືນປະຫວັດຄວາມເປັນມາຂອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ການເຄື່ອນໄຫວ, ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະບວນການຊາວໜຸ່ມປະຊາຊົນປະຕິວັດລາວໃນໄລຍະຜ່ານມາດ້ວຍຄວາມຮັບຜິດຊອບສູງເພື່ອຈະໄດ້ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນອັນສູງສົ່ງ. ຫຼັງຈາກນັ້ນ ສະຫາຍ ກໍໄດ້ປາຖະກະຖາຫວນຄືນວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ຊຶ່ງໃຫ້ຮູ້ວ່າ: ຕະຫຼອດໄລຍະຫຼາຍຮ້ອຍປີແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນຊາວໜຸ່ມຈໍານວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນແສນຮັກຂອງຕົນໄວ້ ແລະ ຜ່ານຂະບວນການດັ່ງກ່າວນັ້ນໄດ້ເກີດມີບັນດາບັນພະບູລຸດທີ່ມີຊື່ສຽງເຊັ່ນ: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງສາ, ເຈົ້າໄຊເສດຖາທິລາດ, ເຈົ້າອານຸວົງ, ທ່ານ ໄກສອນ ພົມວິຫານ ແລະ ທ່ານອື່ນໆ ເຊິ່ງບັນພະບູລຸດເຫຼົ່ານັ້ນເຄີຍນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ໄດ້ນໍາພາປະເທດຊາດຜ່ານພົ້ນພາຍຸລົມແດງໃນແຕ່ລະຍຸກແຕ່ລະສະໄໝ ແລະ ສາມາດຮັກສາດິນແດນໄວ້ໄດ້ຢ່າງໝັ້ນຄົງ; ຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂອງຊາວໜຸ່ມກໍຄືພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຈາກພຶດຕິກໍາໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ ຊາວໜຸ່ມໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນທຸກການເຄື່ອນໄຫວຂອງຂະບວນການດັ່ງກ່າວ. ດັ່ງນັ້ນ ພັກຈຶ່ງໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກໍາປະຫວັດສາດທີ່ຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດໃນການເຮັດສຳເລັດພາລະກຳປະຫວັດສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ. ສະນັ້ນ ພາຍຫຼັງພັກໄດ້ດໍາເນີນກອງປະຊຸມໃຫຍ່ຄັ້ງທີ 1 ໄດ້ກໍານົດເອົາວັນທີ 22 ມີນາ 1955 ເປັນມື້ສ້າງຕັ້ງພັກ ຍ້ອນເຫັນໄດ້ບົດບາດຄວາມສໍາຄັນຂອງຊາວໜຸ່ມແຕ່ລະໄລຍະພັກຈຶ່ງໄດ້ກໍານົດເອົາວັນສ້າງຕັ້ງຄະນະຊາວໜຸ່ມໃນວັນທີ 14 ເມສາ 1955; ພ້ອມກັນນີ້ ຍັງໄດ້ຖືໂອກາດດັ່ງກ່າວມອບໃບຢັ້ງຢືນ 4 ບຸກໃຫ້ບັນດາໜ່ວຍຊາວໜຸ່ມ ແລະ ໃບຢັ້ງຢືນ 3 ດີ 4 ຮູ້ກອງເຍົາວະຊົນທັນວາຕື່ມອີກ.
ໃນຕອນທ້າຍພິທີ ສະຫາຍ ຄໍາເພັດ ບົວລີຊົ່ງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງກໍໄດ້ ມີຄໍາເຫັນຊີ້ນໍາໃຫ້ ຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ບັນດາສະຫາຍເລຂາໜ່ວຍຊາວໜຸ່ມຫ້ອງການ, ອົງການ, ກົມກອງ, ຮາກຖານບ້ານ ຈົ່ງເປັນເຈົ້າການເຮັດວຽກງານການເມືອງນໍາພາແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນໂດຍສະເພາະແມ່ນການປຸກຈິດສຳນຶກໃຫ້ຊາວໜຸ່ມ, ເຍົາວະຊົນ ໃຫ້ມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ຮູ້ຈໍາແນກມິດ-ສັດຕູ, ກໍາໄດ້ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ກຽມພ້ອມຮັບໃຊ້ຊາດຢ່າງແທ້ຈິງໃຫ້ສົມດັ່ງຄໍາເວົ້າຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກໄດ້ມອບນາມມະຍົດໄວ້ໃຫ້ຊາວໜຸ່ມທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝພວກເຮົາ; ພ້ອມກັນນີ້ຕ້ອງໄດ້ປັບປຸງການຈັດຕັ້ງ ແລະ ຂະຫຍາຍສະມາຊິກຊາວໜຸ່ມ, ເຍົາວະຊົນໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa