
ວັນທີ17ມີນາ2026ນີ້ ຄະນະໂຄສະນາອົບຮົມເມືອງລ້ອງແຈ້ງໄດ້ຈັດພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດເພື່ອປະເທດຊາດ ຄົບຮອບ80ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ71ປີ ແລະ ເຜີຍແຜ່ເຊື່ອມຊື່ມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢູ່ຫໍວັດທະນາທຳບ້ານລ້ອງແຈ້ງເມືອງລ້ອງແຈ້ງແຂວງໄຊສົມບູນ,
ເປັນປະທານກອງປະຊຸມ ສະຫາຍ ເວີນຈອນ ວົງພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີທ່ານ ນາງ ທອງພັນ ແກ້ວມັງ ກຳມະການພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າ,ຄະນະຫ້ອງການ,ພະນັກງານອາວຸໂສບໍານານ,ມີການຈັດຕັ້ງ 5 ຂະແໜງການຂອງບ້ານລ້ອງແຈ້ງ,ຄູອາຈານ ແລະ ນັກຮຽນ ມສ ລ້ອງແຈ້ງເຂົ້າຮ່ວມ.

ສະຫາຍ ພອນຈັນ ພັນນາລີ ປະທານສະຫະພັນຮັກຮົບເກົ່າເມືອງ ໄດ້ຂື້ນຜ່ານ ເອກສານວັນຄຽດແຄ້ນຂອງປະຊາຊົນລາວ,ວັນ ນັກຮົບເສຍອົງຄະ ແລະ ເສຍສະຫະຊິວິດເພື່ອປະເທດຊາດ ຄົບຮອບ 80 ປີ ວັນທີ 21 ມີນາ 1946 ເປັນປະປະຫວັດສາດຂອງຊາດລາວເຮົາທີ່ໄດ້ຈົດຈຳ,ເປັນວັນທີ່ພວກຈັກກະພັກລ່າເມືອງຂື້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວບັນດາເຜົ່າຢູ່ເມືອງທ່າແຂກແຂວງຄຳມ່ວນ ຢ່າງໂຮດຮ້າຍປ່າເຖື່ອນ ພວກສັດຕູໄດ້ໃຊ້ເຮືອບິນ,ປື້ນໃຫຍ່,ປື້ນກົນຈັກ ຍິ່ງປະຊາຊົນ ແລະ ທະຫານ ,ພະນັກງານ,ນັກຮົບພວກເຮົາທີ່ພວມຂ້າມນ້ຳຂອງ ຢ່າງໂຫດຮ້າຍທີ່ສຸດ ເຮັດໃຫ້ມີຜູ້ບາດເຈັບສາຫັດແລະເສຍຊີວິດຢ່າງຫຼວງຫຼາຍ,ຈາກນັ້ນ ສະຫາຍ ນາງທອງພັນ ແກ້ວມັງ ກໍ່ໄດ້ເຜີ່ຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້. ສະຫາຍ ເວີນຈອນ ວົງພົມມີ ກໍ່ໄດ້ເລົ່າປະຫວັດມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ຊື່ງໄດ້ໃຫ້ຮູ້ວ່າພັກມີຄວາມສຳຄັນຫລາຍໃນການນຳພາຂະບວນການຕໍ່ສູ່ ກູ້ຊາດ ປົດປ່ອຍຊາດ ຈົນສາມາດໄດ້ຮັບໄຊຊະນະໃນບັນຮົບຕ່າງໆໃນໄລຍະຜ່ານມາ, ສະນັ້ນເພື່ອເປັນການທົບທວນຫວນຄືນມູນເຊື້ອ ແຫ່ງການຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນໄລຍະ71ປີຜ່ານມາ ເພື່ອສຶກສາອົບຮົມການເມືອງແນວຄິດ,ປຸກລະດົມພະນັກງານ,ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນໃນສັງຄົມເຂົ້າໃຈ ຕໍ່ພາລະກຳປະຫວັດສາດຂອງພັກເຮົາໃນການຕໍ່ສູ້ກູ້ຊາດ ເພື່ອເສີມຂະຫຍາຍມູນເຊື່ອອັນດີງາມ ຂອງພັກ ທຸກຊັ້ນຄົນຢູ່ໃນສັງຄົມ ຕ້ອງຮັບຮູ່ ແລະ ເຊື່ອມຊື່ມ ປະຫວັດຄວາມເປັນມາຂອງພັກ,ຍົກສູງນ້ຳໃຈເສຍສະຫຼະ ແລະປະກອບສ່ວນຢ່າງຕັ້ງໜ້າປະຕິບັດສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ,ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກຢ່າງຖືກຕ້ອງ,ໃນໄລຍະທີ່ລັດທິທຶນນິຍົມມີການຂະຫຍາຍຕົວກາຍເປັນລັດທິຈັກກະພັດ ພວກເຂົາໄດ້ຍືດເອົາບັນດາປະເທດທີ່ອ່ອນນ້ອຍເປັນຫົວເມືອງຂື້ນ ບັນດາປະເທດຢູ່ແຫຼມອິນດູຈີນ ມີ(ລາວ,ຫວຽດນາມ ແລະ ກຳປູເຈ້ຍ) ນັບແຕ່ປີ1893 ຝຣັ່ງໄດ້ເຂົ້າມາຮຸກຮານຢຶດຄອງລາວໄດ້ດຳເນີນການກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າຢ່າງແສນສາຫັດ, ຖືກທຸບຕິ,ຮັບໃຊ້ພວກເຂົາຢ່າງທໍລະມານ ຍ້ອນປະກົດການດັ່ງກ່າວຈີ່ງເກີດມີຄວາມຄຽດແຄ້ນ ຈື່ງພ້ອມກັນລຸກຂື້ນຕໍ່ສູ້ຢູ່ແຕ່ລະເຂດແຕ່ລະຈຸດຢ່າງດຸເດືອນ,ແຕ່ທຸກຂະບວນການຕໍ່ສູ້ລ້ວນແຕ່ຖືກປະລາໄຊຖືກປາບປາມ,ສະນັ້ນເພື່ອຕ້ານຢັນການຮຸກຮານ ປະທານໂຮ່ຈີມິນ ຈີ່ງໄດ້ນຳເອົາທິດສະດີປະຕິວັດມາເຜີ່ຍແຜ່ພ້ອມທັງໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂື້ນ ພາຍໃຕ້ການນຳພາໂດຍກົງ ຂອງປະທານໂຮ່ຈິມິນ ຈາກນັ້ນປີ1934 ກອງປະຊຸມໃຫຍ່ພັກກອມມູນິດອິນດູຈິນ,ຈີ່ງໄດ້ປະກາດສ້າງຕັ້ງພັກແຄ້ນລາວ,ມາຮອດປີ1955 ໄດ້ປ່ຽນຊື່ເອີ່ນວ່າ:ພັກປະຊາຊົນລາວ ຊື່ງປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີວ່າພັກເຮົາໄດ້ກຳເນີດເກີດຂື້ນໂດຍການປະສານສົມທົບລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກຳມະຊີບອັນຜ່ອງໃສ່ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ,ກອງທັບແລະປະຊາຊົນລາວ ສາມາດຕີເອົາໄຊຊະນະໃນບັ້ນຮົບນ້ຳບາກ,ບັ້ນຮົບທົ່ງໄຫຫີນຊຽງຂວາງ ແລະບັນຮົບລາມເຊີນ ກອງປະຊຸມໃຫຍ່ຄັ້ງທີສອງຂອງພັກ ຈື່ງໄດ້ວາງແນວທາງຕໍ່ສູ້ໃນຂອບເຂດທົ່ວປະເທດ ໄດ້ກຳນົດໜ້າທີ່ພື້ນຖານຂອງການປະຕິວັດຄື:ສາມັກຄີປະຊາຊົນບັນດາເຜົ່າ ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ເຮັດໃຫ້ປະເທດລາວກາຍເປັນປະເທດສັນຕິພາບເອກະລາດປະຊາທິປະໄຕເອກະພາບວັດທະນາຖາວອນ ຈາກນັ້ນພັກກໍ່ໄດ້ນຳພາປ່ຽນແປງໃຫມ່ຮອບດ້ານຢ່າງມີຫຼັກການ ດ້ານເສດຖະກິດ,ດ້ານນະໂຍບາຍເສດຖະກິດ, ຮັບຮູ້ແລະນໍາໃຊ້ເສດຖະກິດຫຼາຍພາກສ່ວນ,ເສດຖະກິດຕະຫຼາດ,ເປີດກວ້າງການຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍມີຜົນປະໂຫຍດ ສະນັ້ນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະຊາດກໍ່ຄືການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ຈື່ງມີການເຕີບໃຫຍ່ຂະຫຍາຍຕົວຂື້ນເທື່ອລະກ້າວ.
ໃນຕອນທ້າຍພິທີສະຫາຍ ເວີນຈອນ ວົງພົມມີ ຍັງໄດ້ໃຫ້ກຽດມອບຫຼຽນກາລະນຶກໃຫ້ພະນັກງານນັກຮົບຜູ້ທີ່ມີຜົນງານມີຄຸນງາມຄວາມດີແກ່ປະເທດຊາດຈຳນວນ12 ສະຫາຍ,ຍິງ1 ສະຫາຍ.
