ເມືອງອະນຸວົງ ຈັດພິທີປາຖະກະຖາ ວັນເກີດປະທານ ສຸພານຸວົງ, ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຕອນເຊົ້າວັນທີ 16 ກໍລະກົດ 2026 ນີ້ ຄະນະໂຄສະນາອົບຮົມເມືອງອະນຸວົງ ແລະ ສະຫະພັນແມ່ຍິງ ເມືອງອະນຸວົງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ, ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 49 ປີ; ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຂື້ນຢູ່ທີ່ສະໂມສອນໃຫຍ່ເມືອງອະນຸວົງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານປາຖະກະຖາຂອງ ທ່ານ ບຸນທະວີ ສຸທໍາມະວົງ ຮອງເລຂາພັກເມືອງ ຫົວຫນ້າຄະນະຈັດຕັ້ງເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າຄະນະກອງບັນຊາການ ປກຊ – ປກສ ເມືອງ, ມີບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງເມືອງ, ບ້ານ 2 ບ້ານເທດສະບານ ພະນັກງານ – ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດອອ້ມຂ້າງເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ບຸນທະວີ ສຸທໍາມະວົງ ໄດ້ເລົ່າມູນເຊື້ອປະຫວັດວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ເຊິ່ງປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ ແລະ ເປັນປະທານປະເທດຜູ້ທໍາອິດຂອງ ສປປ ລາວ, ເປັນນັກປະຕິວັດຜູ້ຍິ່ງໃຫຍ່ ແລະ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເປັນຜູ້ທີ່ອຸທິດຊີວິດເພື່ອພາລະກິດປົດປ່ອຍຊາດ, ມີມູນເຊື້ອອັນດີງາມໄລຍະຕໍ່ສູ້ກູ້ຊາດ. ພ້ອມນັ້ນ, ທ່ານໃຫ້ຍົກສູງສະຕິ, ຕື່ນຕົວເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ລາວ-ຫວຽດນາມ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນຳພັກ ແລະ ລັດຖະບານຮຸ່ນກໍ່ຕັ້ງ, ຈາກນັ້ນ ທ່ານ ໄພທູນ ມະທຸວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ຂຶ້ນເຜີຍແຜ່ເລົ່າມູນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 64 ປີ ໂດຍທ່ານໄດ້ກ່າວວ່າ ເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງຊາດລາວ ໃນພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ, ກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະຢ່າງພິລະອາດຫັນ, ພ້ອມຍັງໄດ້ຍົກໃຫ້ເຫັນບົດບາດອັນສຳຄັນຂອງປະທານ ສຸພານຸວົງ ໃນການຊີ້ນໍາ-ນຳພາການປະຕິວັດອັນໂດດເດັ່ນແມ່ນບັ້ນຮົບປ້ອງກັນຕົວຢູ່ທີ່ເມືອງທ່າແຂກ ໃນວັນທີ 21 ມີນາ 1946 ອັນເປັນວິລະກໍາທີ່ສໍາຄັນໃນໜ້າປະຫວັດສາດຂອງຊາດລາວເຮົາທີ່ໄດ້ຈາລຶກຜົນງານຄວາມດີ, ນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ແລະ ຄວາມເສຍສະຫຼະ ທີ່ບໍ່ຍອມຕົກເປັນໄມ້ມືໃຫ້ກັບພວກຈັກກະພັດຕ່າງດ້າວ ທ່ານເປັນຜູ້ນຳໃນການປະຕິວັດທີ່ມີຄວາມຮູ້, ຄວາມສາມາດ, ມີໄຫວພິກທີ່ສະຫຼາດສ່ອງໃສ, ມີແນວຄິດການເມືອງໜັກແໜ້ນ, ເຊື້ອໝັ້ນຕໍ່ອຸດົມການ ແລະ ເປັນແບບຢ່າງທີ່ຄວນສືກສາຮໍ່າຮຽນເອົາເປັນແບບຢ່າງ ແລະ ເສີມຂະຫຍາຍມູນເຊື້ອໃນການປະຕິວັດເພື່ອແນ່ໃສ່ເຮັດໃຫ້ພະນັກງານ-ລັດຖະກອນ, ນັກຮົບທົ່ວເມືອງອະນຸວົງຂອງພວກເຮົາ ສືບຕໍ່ຮໍ່າຮຽນເອົາແບບຢ່າງອັນດີງາມຂອງທ່ານ ມາເຝິກຝົນຫຼໍ່ຫຼອມຕົນເອງໃຫ້ຮອບດ້ານ, ປູກຝັງຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຮ່ວມກັນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າເປັນກ້າວໆ. ພ້ອມນັ້ນ, ທ່ານ ລື່ມົວ ໄຊຢ່າ ຄະນະປະຈໍາພັກເມືອງ ປະທານແນວສ້າງຊາດເມືອງ ໄດ້ຂຶ້ນປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງແມ່ຍິງລາວ ( 20 ກໍລະກົດ ຄົບຮອບ 71 ປີ ) ເພື່ອຫວນຄືນປະຫັວດມູນເຊື້ອການກຳເນີດ,ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນ ແມ່ຍິງລາວ ບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ ບັນດາເຜົ່າ ໃນໄລຍະ 71 ປີ ຜ່ານມາໃຫ້ບັນດາສະມາຊິກແມ່ຍິງໄດ້ຈົດຈໍາສຶບຕໍ່ຮັກສາມູນເຊື້ອອັນດີງາມນັ້ນຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa