ເມືອງຮົ່ມຈັດກອງປະຊຸມເຜິຍແຜ່ເຊື່ອມຊຶມເອກະສານນິຕິກຳຕ່າງໆກ່ຽວກັບວຽກງານພະນັກງານ-ລັດຖະກອນ

ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜິຍແຜ່ເຊື່ອມຊຶມເອກະສານນິຕິກຳຕ່າງໆກ່ຽວກັບວຽກງານພະນັກງານ-ລັດຖະກອນ ຂື້ນໃນວັນທີ 7 ກໍລະກົດ 2026 ນີ້ຢູ່ທີສະໂມສອນເມືອງ ( ຫຼັງໃໝ່ ) ໂດຍການຂອງ ທ່ານ ວຽງມະນີ ຢົງລໍ່ຢ່າງ ປະທານຄະນະກຳມະການປົກຄອງເມືອງ, ມີຮອງປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າຄະນະກອງບັນຊາການ ປກຊ-ປກສ, ປະທານ-ຮອງປະທານຕາແສງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານອາສາສະໝັກ ທົ່ວພາຍໃນເມືອງຮົ່ມ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະວິຊານການ ຊຸກຍູ້, ຕິດຕາມກວດກາການປະຈຳການຂອງພະນັກງານລັດຖະກອນ; ຈາກນັ້ນທ່ານ ວຽງມະນີ ຢົງລໍ່ຢ່າງ ໄດ້ເຊື່ອມຊຶມກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ( ສະບັບປັບປຸງ ) ເລກທີ 79/ສພຊ ລົງວັນທີ 20 ມີນາ 2025 ໂດຍທ່ານໄດ້ຍົກເອົາບາງມາດຕາຂື້ນມາບັນຍາຍໃຫ້ພະນັກງານ – ລັດຖະກອນໄດ້ກຳແໜ້ນ ແລະ ເປັນເຈົ້າການປະຕິບັດຢ່າງເຂັ້ມງວດ, ພ້ອມນີ້ທ່ານ ໄຊສະຫວາດ ເລົ່າຢີ ຮອງເລຂາພັກເມືອງ ປະທານກວດກາພັກ-ອົງການກວດກາລັດເມືອງ ໄດ້ເຊື່ອມຊຶມດຳລັດ ວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 184/ລບ ລົງວັນທີ 26 ມິຖຸນາ 2019 ເຊິ່ງກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບຈັນຍາບັນ ເພື່ອເປັນບ່ອນອີງໃນການປະພຶດ ແລະ ປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ສະນັ້ນຂໍຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທຸກທ່ານຈົ່ງກຳແໜ້ນຮັກສາລັກສະນະນຳໜ້າ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຊື່ສັດບໍລິສຸດ, ຄວາມສະເໝີຕົ້ນສະເໝີປາຍ, ຄວາມດຸໝັ່ນ ແລະ ພັດທະນາຕົນເອງຢູ່ສະເໝີ ມີຄວາມຮັບຜິດຊອບສູງການປະຕິບັດໜ້າທີ່ດ້ວຍຄວາມລະອຽດ, ໂປ່ງໃສ, ຕັ້ງໜ້າ ແລະ ມີຫົວຄິດປະດິດສ້າງ, ເຄົາລົບ ແລະ ປະຕິບັດກົດລະບຽບ, ກົດໝາຍ, ຮັກສາຄວາມລັບທາງລັດ-ທາງລັດຖະການ, ມີຄວາມສາມັກຄີ ແລະ ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ. ຫຼັງຈາກນັ້ນທ່ານ ບຸນເຕັງ ລັດຕະນະໄຕ ຮອງປະທານຄະນະກຳມະການປົກຄອງເມືອງ ກໍ່ໄດ້ຜ່ານເອກະສານລະບຽບການຄຸ້ມຄອງ ແລະ ການບໍລິຫານຂອງເມືອງ ເພື່ອເຮັດໃຫ້ພະນັກງານລັດຖະກອນໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີລະບຽບວິໄນຮຽບຮ້ອຍດີ ແລະ ຍັງໄດ້ຮັບຟັງການຜ່ານ ກົດລະບຽບພັກປະຊາຊົນ ປະຕິວັດລາວ ເພື່ອເປັນການຢັ້ນຄືນຕື່ມໃຫ້ບັນດາໜ່ວຍພັກໄດ້ກໍາແໜ້ນໃນການກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາດ ຖຶກຕ້ອງຕາມລະບຽບຫຼັກການຂອງພັກວາງອອກ; ພ້ອມນີ້ຍັງໄດ້ຮັບຟັງການຜ່ານມະຕິຕົກລົງການແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂັ້ນເມືອງ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບຊີ້ນຳວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາຂັ້ນເມືອງ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບຕິດຕາມ, ຊຸກຍູ້ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ວຽກງານ 414/ລບ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປະເມີນຜົນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດພະນັກງານ-ລັດຖະກອນອອກພັກການຮັບອຸໜູນບໍານານ ຈໍານວນ 1 ທ່ານ ຄື: ທ່ານ ຊົວຢ່າຊົ່ງ ນະວົງໄຊ ອະດີດຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ວັນເດືອນປີເກີດ: 03/07/1969 ອາຍຸກະສຽນ 57 ປີ, ວັນເດືອນປີເຂົ້າສັງກັດລັດ : 01/04/1996 ລວມປີການໄດ້ 30 ປີ ຈາກທ່ານ ນາງ ເຢັ້ງຊົ່ງ ຈືດາໄມ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ; ຈາກນັ້ນໄດ້ມີພິທີມອບເງິນອຸດໜູນບໍານານໃຫ້ແກ້ທ່ານ ຊົວຢ່າຊົ່ງ ນະວົງໄຊ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຢ່າງສົມກຽດ ໂດຍໃຫ້ກຽດມອບຂອງທ່ານ ວຽງມະນີ ຢົງລໍ່ຢ່າງ ປະທານຄະນະກຳມະການປົກຄອງເມືອງ.
ຕອນທ້ານທ່ານປະທານໄດ້ມີຄໍາເຫັນຊີ້ນໍາກ່ອນອື່ນທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະຫ້ອງການ ຈົ່ງເປັນເຈົ້າການໃນການສຶກສາອົບຮົມປຸກລະດົມແນວຄິດຂອງພະນັກງານ-ລັດຖະກອນທີຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມອຸ່ນອຽ່ງທຸ່ນທຽ່ງຕື່ມຕົວໃນການມາປະຈໍາການຢ່າງເຂັ້ມງວດ, ພ້ອມທັງນໍາເອົາບັນດາເອກະສານດັ່ງກ່າວໄປຜັນຂຍາຍໃຫ້ກ້ວາງຂວາງ ແລະ ຕໍ່ເນື່ອງຕື່ມ ແລະ ໄດ້ຮຽກຮ້ອງໃຫ້ບັນດາທ່ານຄະນະພັກ, ຄະນະຫ້ອງການຈົ່ງນໍາເອົາເນື້ອໃນຈິດໃຈຜົນຂອງກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍ ແລະ ຈັດຕັງປະຕິບັດໃຫ້ໄດ້ຮັບຜົນດີ, ບັນດາທ່ານອະນຸກໍາມະການຕ່າງໆທີໄດ້ຖຶກແຕ່ງຕັ້ງໃນຂໍ້ຕົກລົງດັ່ງກ່າວຈົ່ງມີຄວາມຮັບຜິດຊອບສູງຄົ້ນຄວ້າຂື້ນແຜນຢ່າງລະອຽດຈະແຈ້ງພ້ອມທັງເລີ່ມຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ ທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດເປັນກ້າວໆໄປໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa