
ໃນຕອນເຊົ້າຂອງວັນທີ 20 ພຶດສະພາ ນີ້ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ຫວນຄືນວັນປະຫວັດສາດທີ່ສຳຄັນຂອງຊາດຂອງພັກກໍຄື ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ (18/5/1959-18/5/2026), ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ(24/5/1960-24/5/2026), ວັນໄຊຊະນະຂອງໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ຄົບຮອບ 81 ປີ (9/5/1945-9/5/2026),ວັນເກີດ ທ່ານ ກາກມາກ ຄົບຮອບ 208 ປີ (5/5/1818-5/5/2026), ວັນໄຊຊະນະດຽນບຽນຟູ ຄົບຮອບ 72 ປີ (7/5/1954-7/5/2026) ແລະ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ(19/5/1890-19/5/2026) ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຕະຫຼອດຮອດຫົວໜ້າພະແນກການ, ອົງການ, ກົມກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມ.

ຈຸດປະສົງຂອງການຈັດພິທີປາຖະກະຖາໃນຄັ້ງນີ້
ມີຄວາມສຳຄັນເລິກເຊິ່ງ ເພື່ອສຶກສາອົບຮົມການເມືອງ-ນຳພາແນວຄິດ ປູກຝັງໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ຄົນຮຸ່ນຫຼັງ ໄດ້ຮັບຮູ້, ເຂົ້າໃຈ ແລະ ຈົດຈຳເຫດການປະຫວັດສາດອັນອົງອາດກ້າຫານ, ແບບຢ່າງການເສຍສະຫຼະຊີວິດເພື່ອຊາດ ແລະ ຄຸນງາມຄວາມດີຂອງບັນດາຜູ້ນຳປະຕິວັດ
ພ້ອມກັນເຊີດຊູນ້ຳໃຈຮັກຊາດ ແລະ ຄວາມສາມັກຄີ, ສ້າງຈິດສຳນຶກໃຫ້ມີຄວາມຕື່ນຕົວ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ເສີມຂະຫຍາຍນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເໝືອນດັ່ງສະພາບການຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ການໂຕນຄຸກຂອງບັນດາຜູ້ນຳ ທັງນີ້ຍັງເປັນການສະແດງຄວາມຮູ້ບຸນຄຸນ ແລະ ສັນລະເສີນຈົດຈຳໄຊຊະນະອັນຍິ່ງໃຫຍ່ຂອງມວນມະນຸດ ໄຊຊະນະເໜືອຟາດຊິດ ແລະ ໄຊຊະນະດຽນບຽນຟູ ພ້ອມທັງຍົກສູງທິດສະດີມາກ-ເລນິນ ແລະ ແນວຄິດ ໂຮ່ຈິມິນ ທີ່ເປັນເຂັ້ມຊີ້ທິດໃຫ້ແກ່ພາລະກິດປະຕິວັດ ສ້າງແຮງຈູງໃຈໃນການປະຕິບັດໜ້າທີ່ຫັນເອົາຈິດໃຈ ແລະ ເນື້ອໃນຂອງວັນສຳຄັນເຫຼົ່ານີ້ ມາກາຍເປັນແຮງພັກດັນ, ເປັນບົດຮຽນໃນການເຄື່ອນໄຫວ ແລະ ຕັ້ງໜ້າປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ.