ແຂວງໄຊສົມບູນ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນເດັກນ້ອຍສາກົນ

ພິທີ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມແຫ່ງຊາດ, ວັນສິິ່ງແວດລ້ອມໂລກ ແລະ ວັນເດັກນ້ອຍສາກົນ ຂອງແຂວງໄຊສົມບູນ ປະຈຳປີ 2026 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ມິຖຸນາ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ພະແນກການ, ອົງການ-ກົມກອງ ພ້ອມດ້ວຍ ບາງບໍລິສັດ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ທ່ານ ພູແກ້ວ ອິນທະວົງ, ຫົວໜ້າພະເເນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມແຫ່ງຊາດ, ວັນສິ່ງແວດລ້ອມໂລກ ຈາກນັ້ນ, ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນປາຖະກະຖາວັນເດັກນ້ອຍສາກົນ. ຊຶ່ງປ່າໄມ້ແມ່ນມີຄວາມສຳຄັນຫຼາຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍທາງກົງ ແລະ ທາງອ້ອມ ໃນການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ ພ້ອມທັງ ຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ທັງນີ້ ກໍເພື່ອແນ່ໃສ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ທີ່ດິນ, ປ່າໄມ້, ຊັບພະຍາກອນທຳມະຊາດອື່ນໆ ໃຫ້ເກີດປະໂຫຍດສູງສຸດ ເພື່ອຮັບປະກັນຄວາມສົມສ່ວນລະຫວ່າງການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຂອງແຂວງໄຊສົມບູນ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ທັງເປັນການປູກຝັງໃຫ້ເດັກມີຄວາມຮັກຜິດຊອບ, ຮັກໃນການປົກປັກຮັກສາສິ່ງແວດລ້ອມຕັ້ງແຕ່ຍັງນ້ອຍ. ຊຶ່ງກິດຈະກຳສະເຫຼີມສະຫຼອງໃນຄັ້ງນີ້ ໄດ້ພ້ອມກັນປູກຕົ້ນໄມ້ຕາມຂອບເຂດພາຍໃນເທດສະບານແຂວງ, ກິດຈະກຳຖາມ-ຕອບເດັກນ້ອຍ ແລະ ມອບຂອງຂວັນ ພ້ອມທັງ ຮັບຊົມການສະແດງສີລະປະຈາກນ້ອງນ້ອຍ ຢ່າງຟົດຟືນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa