
ວັນທີ 13 ພຶດສະພາ 2026ຜ່ານມາ ຄະນະໂຄສະນາອົບຮົມເມືອງລ້ອງແຈ້ງ ໄດ້ຈັດພິທີ ປາຖະກະຖາ 3 ວັນປະຫວັດສາດ ຢູ່ທີ່ຫ້ອງການບ້ານລ້ອງແຈ້ງ, ເມືອງລ້ອງແຈ້ງ,ແຂວງໄຊສົມບູນ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຜອງ ຄຳມະນີວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ລ້ອງແຈ້ງ, ມີທ່ານ ນາງ ທອງພັນ ແກ້ວມັງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ປະທານຕາແສງ, ຫົວໜ້າ,ຮອງຫົວໜ້າຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ພັທ ຈັນສີ ບຸນມີໄຊ ຮອງປະທານສະຫະພັນນັກຮົບເກົ່າເມືອງ ໄດ້ເລົ່າປະຫວັດວັນຜ່າວົງປິດລ້ອມ ຂອງ ກອງພັນທີ 2 ວິລະຊົນ ທີ່ທົ່ງໄຫ້ຫີນຊຽງຂວາງ ຄົບຮອບ 67ປີ ໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ
ຈາກນັ້ນ ທ່ານ ໄຊຍະສິດ ລີຊັງດວງພະຈັນ ຄະນະປະຈຳພັກເມືອງ ປະທານກວດກາພັກ -ກວດກາລັດເມືອງ ກໍ່ໄດ້ເລົ່າມູນເຊື້ອວັນວິລະກຳໂຕນ ຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ( ວັນທີ24 ພຶດສະພາ 1960 – 24 ພຶດສະພາ 2026) ຍ້ອນມີການນ້ຳອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ, ຍ້ອນນ້ຳໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນຳເຮົາ ໄດ້ປຸກລະດົມຂົນຂວາຍສຶກສາອົບຮົມສາລະວັດທະຫານເວນຍາມ ທີ່ເປັນກຳລັງຂອງສັດຄູກາຍເປັນມິດສະຫາຍຮ່ວມຕາຍນຳກັນ ຈີ່ງສາມາດຕົນອອກຈາກຄຸກໂພນເຄັງໄດ້ຢ່າງປອດໄພ ແລະ ຍ້ອນມີຄວາມຮ່ວມໄມ້ຮ່ວມມື ຕື່ນຕົວຮັກຊາດຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ພ້ອມດຽວກັນນັ້ນ ກໍໄດ້ຮັບຟັງການເລົ່າປະວັດວັນຄ້າຍ ວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ136 ປີ (ວັນທີ19 ພຶດສະພາ 1890 – 19 ພຶດສະພາ 2026 ) ໃນໂອກາດສຳຄັນນີ້ ທ່ານ ບຸນຜອງ ຄຳມະນີວົງ ໄດ້ໃຫ້ກຽດໂອ້ລົມ ຊື່ງຍົກໃຫ້ເຫັນຄວາມສຳຄັນຂອງວຽກງານໂຄສະນາປາຖະກະຖາ ປະຫວັດມູນເຊື້ອ ວັນສຳຄັນຕ່າງໆຂອງພັກຂອງຊາດ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານລັດຖະກອນໄດ້ທົບທວນ ມູນເຊື້ອອັນອົງອາດກ້າຫານ, ທີ່ຍອມເສຍສະລະເລື່ອດເນື້ອ ເພື່ອຊາດ ຂອງກອງທັບ ແລະ ຜູ້ນຳພັກ-ລັດ ໃນການຊີ້ນໍານຳພາ ທີ່ສະຫຼາດສ່ອງໃສ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແລະ ວິລະກຳໂຕນ ຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວ ລາວຮັກຊາດກັບຄືນສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ ສະນັ້ນຈີ່ງເວົ້າໄດ້ວ່າຍ້ອນມີພວກເພີ່ນໃນວັນນັ້ນ ຈີ່ງມີພວກເຮົາໃນວັນນີ້ ແລະ ຍັງເປັນການເສີມຂະຫຍາຍມູນເຊື້ອນໍ້າໃຈອັນຮັກຊາດ, ຮັກບ້ານ ເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແລະ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ປະທານ ໂຮ່ຈິມິນ ທີ່ເປັນຜູ້ກໍ່ຕັ້ງພັກກອມມູນິດດິນດູຈີນ ເຊິ່ງເປັນຕົ້ນ ກຳເນີດຂອງພັກປະຊາຊົນປະຕິວັດລາວ ແລະ ຮໍ່າຮຽນເອົາ ຄຸນສົມບັດສິນທໍາປະຕິວັດອັນດີເລີດຂອງເພິ່ນ ເຂົ້າໃນການ ປະຕິບັດໜ້າທີ່ວຽກງານຂອງພວກເຮົາ ໃຫ້ປະສົບຜົນສໍາເລັດຢ່າງຮອບດ້ານ.